spot_img
Homeຂ່າວພາຍ​ໃນລວມພາບ ເຫດເຮືອບິນ ກອງທັບອາກາດຕົກທີ່ແຂວງຊຽງຂວາງ

ລວມພາບ ເຫດເຮືອບິນ ກອງທັບອາກາດຕົກທີ່ແຂວງຊຽງຂວາງ

Published on

ພາບ/ຂໍ້ຄວາມຈາກ facebook.com/LaosPictures  ຂໍອະໄພ ບາງພາບບໍ່ເອາມາສະແດງ

ແຈ້ງຂ່າວເສົ້າສະຫລົດໃຈ

ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວ ສ້າງຊາດ,ກະຊວງປ້ອງກັນ ປະເທດ,ກະຊວງປ້ອງກັນ ຄວາມສະຫງົບ,ນະຄອນຫລວງວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄອບຄົວພິຈິດ, ຄອບຄົວແສງອາພອນ, ຄອບຄົວມະຫາລາດ ແລະ ຄອບຄົວສົມບູນຂັນ ຂໍແຈ້ງຂ່າວດ້ວຍຄວາມເສົ້າສະຫລົດໃຈມາຍັງສະມາຊິກພັກ, ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ແລະ ພີ່ນ້ອງຮ່ວມຊາດ ຊາບທົ່ວເຖິງກັນວ່າ:
ສະຫາຍ ພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ;
ສະຫາຍ ທອງບັນ ແສງອາພອນ, ເລຂາທິການສູນກາງພັກ,ລັດຖະມົນ ຕີວ່າການກະຊວງປ້ອງກັນຄວາມສະຫງົບ
ສະຫາຍ ສຸກັນ ມະຫາລາດ,ເລຂາທິ ການສູນກາງພັກ,ເລຂາຄະນະພັກ,ທັງເປັນ ເຈົ້າຄອງນະຄອນຫລວງວຽງຈັນ,
ສະຫາຍ ເຈືອງ ສົມບູນ ຂັນ, ເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ໄດ້ເຖິງແກ່ມໍລະນະກຳແລ້ວ, ຍ້ອນອຸບັດເຫດຍົນອານ 74 TK 300 ຂອງກອງທັບອາກາດລາວຕົກເມື່ອວັນທີ17/05/2014, ເວລາປະມານ7:00ໂມງ ໃນເວລາເດີນທາງໄປປະຕິບັດໜ້າ ທີ່ທາງລັດຖະການ ຢູ່ແຂວງຊຽງຂວາງ.

ເພື່ອຈາລຶກຄຸນງາມຄວາມດີຂອງ 4 ສະຫາຍທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດເປັນເວລາຫລາຍສິບປີ, ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ 4 ສະຫາຍ, ຊຶ່ງເປັນພະນັກງານການນຳຂັ້ນສູງຂອງ ພັກ ແລະ ລັດ,ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ນະຄອນຫລວງວຽງຈັນ, ຄະນະ ໂຄສະນາອົບອົມສູນກາງພັກ, ໄດ້ຕົກລົງຈັດຕັ້ງພິທີຊາປະນະກິດສົບ ແລະ ພິທີໄວ້ອາໄລເຖິງ 4 ສະຫາຍຢ່າງສົມກຽດເປັນເວລາ 3 ວັນ ນັບແຕ່ວັນທີ 17ເຖິງ19 ພຶດສະພາ 2014.

ປະຈຸບັນສົບຂອງສະຫາຍ ພົນໂທ ດວງໃຈ ພິຈິດ ໄດ້ບຳເພັນກຸສົນໄວ້ຢູ່ ທີ່ສະໂມສອນກະຊວງປ້ອງກັນປະເທດ (ໂພນເຄັງ),
ສົບຂອງ ສະຫາຍ ທອງບັນ ແສງອາພອນ ໄດ້ບຳເພັນກຸສົນໄວ້ຢູ່ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ,
ສະຫາຍ ສຸກັນ ມະຫາ ລາດ ໄດ້ບຳເພັນກຸສົນໄວ້ ຢູ່ທີ່ສະໂມສອນ ຫ້ອງວ່າການນະຄອນຫລວງ,
ສະຫາຍ ເຈືອງ ສົມບູນຂັນ ໄດ້ບຳເພັນກຸສົນໄວ້ຢູ່ ທີ່ເຮືອນຂອງເພິ່ນເອງ ບ້ານຄຳຮຸ່ງ ເມືອງໄຊທານີ,
ວັນຊາປະນະກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນຈັນ, ວັນທີ 19/05/2014.

ສ່ວນວັນ ແລະ ສະຖານທີ່ ຈັດພິ ທີຊາປະນະກິດສົບ ຈະໄດ້ແຈ້ງຂ່າວໃຫ້ຊາບພາຍຫລັງ.

ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງມາສະມາຊິກພັກ, ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ແລະ ປະຊາຊົນບັນດາ ເຜົ່າໃນ ທົ່ວປະເທດເພື່ອຊາບ.

ນະຄອນຫລວງ ວຽງຈັນ, ວັນທີ 17 ພຶດສະພາ 2014
ຄະນະບໍລິຫານງານສູນກາງພັກ
ສະພາແຫ່ງຊາດ
ລັດຖະບານ
ສູນກາງແນວລາວສ້າງຊາດ
ກະຊວງປ້ອງກັນປະເທດ
ກະຊວງປ້ອງກັນຄວາມສະຫງົບ
ນະຄອນຫລວງວຽງຈັນ
ຄະນະໂຄສະນາອົບຮົມສູນກາງພັກ

ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...