spot_img
Home​ຂ່າວທ່ອງທ່ຽວເຮືອນຫີນ ສະຫວັນນະເຂດ

ເຮືອນຫີນ ສະຫວັນນະເຂດ

Published on

24.3

ທ່ອງທ່ຽວວັນນີ້ ເຮົາຈະພາທຸກຄົນໄປທ່ຽວທີ່ ເຮືອນຫີນ ສະຫວັນນະເຂດ ນອກຈາກຈະມີຄວາມງາມ ແລ້ວຍັງມີຮ່ອງຮອຍທາງປະຫວັດສາດທີ່ໜ້າຄົ້ນຫາ ດ້ວຍບັນຍາກາດ ແລະ ສະຖາປະນິຍະກຳອັນເກົ່າແກ່ ຫາກທ່ານໃດເຄີຍໄດ້ມາສະຖານທີ່ແຫ່ງນີ້ ທ່ານຈະຮູ້ສຶກເໝືອນຫລຸດເຂົ້າໄປໃນຍຸກສະໄໝກ່ອນ 

ບ້ານເຮືອນຫີນ ຕັ້ງຢູ່ ເມືອງໄຊພູທອງ ແຂວງ ສະຫວັນນະເຂດ ໃຊ້ໄລຍະຫ່າງຈາກຕົວເມືອງ ປະມານ 10 km

24.7

ເຮືອນຫີນ ແມ່ນຮ່ອງຮອຍທາງດ້ານປະຫວັດສາດ ເຊິ່ງສ້າງຂຶ້ນໃນ ອານາຈັກສີໂຄດຕະບູນ ເຊິ່ງເປັນ ອານາຈັກທີ່ໜ້າເກງຂາມ ຂອງອານາຈັກ ໃກ້ຄຽງ. ໃນປີ ຄສ 557 ນັ້ນ ມີຂຸນອັງຄະຣາດ ແລະ ອົມມະຣາດ ສອງອ້າຍນ້ອງນໍາພາສ້າງ ປະສາດຫີນຂຶ້ນ ເພື່ອເປັນທີ່ເຄົາລົບກາບໄຫວ້ ຂອງສາສະໜາພາມ, ແຮງງານໃນການກໍ່ສ້າງ ແມ່ນໄດ້ເກນເອົາເຜົ່າຊົນຕ່າງໆ ມາຈາກ ອານາຈັກໂຍນົກເງິນຍາງ ມາເປັນຂ້າທາດເຂົາເຈົ້າຫຸບຫອບ ຄອບຄົວມາພ້ອມ ແລ້ວອາໃສຢູ່ ຕາມຖໍ້າຫີນຕ່າງໆ ເພື່ອຊົ້ນແດດຊົ້ນຝົນ, ສ່ວນຂຸນອັງຄະຣາດ ຜູ້ນໍາພາສ້າງ ໄດ້ເຈາະ ອຸໂມງ ຢູ່ກະໂຕພື້ນຜາສາດຫີນ, ກ້ອນຫີນທີ່ນໍາມາສ້າງ ໄດ້ເອົາສິ່ວເຈາະມາ ຈາກຫລາຍບ່ອນ ເຊິ່ງບ່ອນທີ່ໃຫຍ່ທີ່ສຸດ ແມ່ນຢູ່ບ່ອນເບື້ອງ ຕາເວັ້ນຕົກ ຫ່າງຈາກ ປະສາດຫີນ ປະມານ 1 ກິໂລແມັດ, ເອີ້ນວ່າ “ວັງເຮືອ” ຍ້ອນວ່າຮ່ອງຮອຍ ທີ່ສິ່ວເຈາະເອົາຫີນນັ້ນ ໄປສ້າງເຮືອນຫີນ ເຊິ່ງໃນປະຈຸບັນນີ້ ຍັງມີຮ່ອຍຮອງເປັນລັກສະນະ ຮູບຄ້າຍຄືເຮືອ ບາງຈຸດຍັງມີເສດເຫຼືອ ຈາກກ້ອນຫີນ ທີ່ເຈາະອອກມາ ແລະ ຍັງບໍທັນໄດ້ເອົາໄປສ້າງຍັງຍາຍ ເປັນຈໍານວນຫຼາຍ, ເພິ່ນສ້າງຈົນຮອດປີ ຄສ 700 ກໍ່ໜົດ ສະໄໜລາສະວົງ, ຍ້ອນມີ ລາຊວົງອື່ນ ມາຢຶດຄອງແທນ ເລີຍເຮັດໃຫ້ການກໍ່ສ້າງຢຸດຕິລົງ ສະນັ້ນ ຜາສາດຫີນ ຈຶ່ງມີຮູບຊົງບໍ່ສໍາເລັດ ຈົນເຖິງປະຈຸບັນນີ້.

ນອກຈາກຈະໄດ້ມາທ່ຽວແລ້ວ ຍັງໄດ້ມາເດີນຕາມຮອຍປະຫວັດນຳອີກ ຖ້າທ່ານໃດຍັງບໍ່ທັງໄດ້ເຄີຍມາສຳພັດບັນຍາກາດທີ່ ເຮືອນຫີນ ແຫ່ງນີ້ ຕ້ອງຫາໂອກາດລອງມາຈັກຄັ້ງໜຶ່ງໃນຊີວິດ

ການເດີນທາງຍັງບໍ່ສິ້ນສຸດ ໂອກາດໜ້າເຮົາຈະໄປທ່ຽວສະຖານທີ່ໃດ ຕ້ອງຕິດຕາມ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...