spot_img
Home​ຂ່າວທ່ອງທ່ຽວສູນອະນຸຮັກຊ້າງລາວອ່າງນ້ຳຕຽນ ເປັນບ່ອນຮຽນຮູ້ກ່ຽວກັບຊ້າງ ແລະ ບ່ອນທ່ອງທ່ຽວຂອງແຂວງໄຊຍະບູລີ

ສູນອະນຸຮັກຊ້າງລາວອ່າງນ້ຳຕຽນ ເປັນບ່ອນຮຽນຮູ້ກ່ຽວກັບຊ້າງ ແລະ ບ່ອນທ່ອງທ່ຽວຂອງແຂວງໄຊຍະບູລີ

Published on

ສະຖານທີ່ອະນຸຮັກຊ້າງລາວ ອ່າງນ້ຳຕຽນ ເມືອງ ແລະ ແຂວງໄຊຍະບູລີ ນັບເປັນສະຖານທີ່ທ່ອງທ່ຽວ ທີ່ມີລັກສະນະເພື່ອການອະນຸຮັກຊ້າງ ແລະ ດູແລການດຳລົງຊີວິດຂອງຊ້າງ ໂດຍຜູກພັນວິຖີຊີວິດຄົນກັບຊ້າງ ແລະ ຍັງເປັນການອະນຸຮັກສິ່ງແວດລ້ອມຕື່ມອີກ.

3.1

ຕາມການລາຍງານຂອງຄະນະຮັບຜິດຊອບສູນອະນຸຮັກຊ້າງລາວ ອ່າງນ້ຳຕຽນ ເມືອງ ແລະ ແຂວງໄຊຍະບູລີ ຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນວັນທີ 19 ເມສາ 2016 ຜ່ານມາໃຫ້ຮູ້ວ່າ ສະຖານທີ່ອະນຸຮັກຊ້າງລາວ ເປັນໂຄງການມີເປົ້າໝາຍໃນການອະນຸຮັກຊ້າງ ແລະ ທຳມະຊາດ ສິ່ງແວດລ້ອມຈິ່ງກາຍເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງແຂວງໄຊຍະບູລີ ເພື່ອຕອບສະໜອງຕາມແນວທາງນະໂຍບາຍຂອງພັກ-ລັດ ໃນການພັດທະນາອຸດສາຫະກຳການທ່ອງທ່ຽວໃຫ້ກາຍເປັນເສົາຄ້ຳອັນສຳຄັນຂອງເສດຖະກິດແຂວງໄຊຍະບູລີ ແຫຼ່ງທ່ອງທ່ຽວອານຸຮັກຊ້າງ ແມ່ນໄດ້ພັດທະນາມາແຕ່ປີ 2011 ຫ່າງຈາກເທສະບານເມືອງໄຊຍະບູລີ ໄປທາງທິດຕາເວັນຕົກ 4 ກິໂລເເມັດ ມີເນື້ອທີ່ທັງໝົດ 105 ເຮັກຕາ ໃນນີ້ກິດຈະກຳທີ່ໜ້າສົນໃຈແມ່ນຂີ່ເຮືອຊົມທຳມະຊາດ ສະຖານທີ່ລ້ຽງຊ້າງນ້ອຍ ສະຖານທີ່ປະສົມພັນຊ້າງ ຫໍພິພິທະພັນຊ້າງ ການຮັກສາ ອະນຸຮັກຊ້າງ ແລະ ການເກືອຊ້າງ ເຊິ່ງມີທີ່ພັກ ແລະ ຮ້ານອາຫານໄວ້ບໍລິການຄົບຊຸດ.

ໃນປີຜ່ານມານີ້ ແຫຼງທ່ອງທ່ຽວສູນອະນຸຮັກຊ້າງລາວອ່າງນ້ຳຕຽນ ສາມາດດຶງດູດນັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາທ່ຽວຊົມກິດຈະກຳຂອງຊ້າງທັງໝົດ 1.300 ກວ່າຄົນ ໂດຍສ້າງລາຍຮັບເຖິງ 1 ແສນ 3 ໝື່ນໂດລາ ປັດຈຸບັນ ສູນອະນຸຮັກຊ້າງລາວອ່າງນ້ຳຕຽນ ມີຊ້າງທັງໝົດ 12 ໂຕ ໃນນີ້ຊ້າງຂອງສູນ 7 ໂຕ ແລະ ຊ້າງເຊົ່າມາ 5 ໂຕ ຈຸດປະສົງໃນການສ້າງສູນອານຸຮັກຊ້າງລາວໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ກໍເພື່ອສ້າງຈິດສຳນຶກຄວາມຜູກພັນລະຫວ່າງຄົນກັບຊ້າງ ສິ່ງສຳຄັນອີກບັນຫານຶ່ງ ກໍເພື່ອເປັນການອະນຸຮັກຊ້າງລາວ ໃຫ້ຄົງຢູ່ຄູ່ກັບປະຊາຊົນແຂວງໄຊຍະບູລີຕະຫຼອດໄປ.
ຂ່າວ/ພາບ: ບຸນທີ
ພາບຈາກ: ປັອກເລັກ ລາວໂພສຕ໌
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...