spot_img
Homeຂ່າວທ້ອງຖິ່ນພາບບັນຍາກາດປີໃຫ່ມລາວ ທີ່ຫລວງພະບາງປະຈຳປີ ພ.ສ 2559

ພາບບັນຍາກາດປີໃຫ່ມລາວ ທີ່ຫລວງພະບາງປະຈຳປີ ພ.ສ 2559

Published on

12990867_588395311317494_3165557885515272519_n

ບັນຍາກາດປີໃຫ່ມລາວ ທີ່ຫລວງພະບາງປະຈຳປີ ພ.ສ 2559
ຊາວເມືອງມໍລະດົກໂລກພ້ອມກັນແຫ່ຫວໍ່-ແຫ່ນາງສັງຂານ ພສ 2559 ຢ່າງມ່ວນຊື່ນ

ບຸນປີໃໝ່ລາວແມ່ນປາງບຸນໃຫຍ່ປະຈໍາຊາດເວົ້າລວມເວົ້າສະເພາະຢູ່ເມືອງຫຼວງພະບາງເມືອງມໍລູດົກໂລກແຫ່ງນີ້ ຊາວເມືອງຫລວງພະບາງ ໄດ້ພ້ອມກັນຈັດງານບຸນກຸດສົງການປີໃໝ່ລາວ ພສ 2559 ສົ່ງທ້າຍປີເກົ່າ ພສ 2558 ເຊິ່ງໄດ້ເລີ່ມມາແຕ່ວັນທີ່ 13 ເມສາ ນີ້ ແລະ ໃນວັນທີ່ 14 ເມສາ ແມ່ນໄດ້ຈັດໃຫ້ມີພິທີແຫ່ວໍ່,ແຫ່ນາງສັງຂານພ້ອມດ້ວຍຂະບວນຕ່າງໆ ທັງໝົດ 39 ຂະບວນເປັນຕົ້ນແມ່ນຂະບວນວໍ່ພະສົງສຳມະແນນ, ຂະບວນພໍ່ແມ່ປະຊາຊົນບັນດາເຜົ່າທີ່ເຕັມໄປດ້ວຍສີສັນວັດທະນະທຳ ແລະ ເອກະລັກຂອງຊາວເມືອງຫຼວງພະບາງ, ຂະບວນແຫ່ນາງສັງຂານ ແລະ ອື່ນໆ. ສໍາລັບປີນີ້ແມ່ນໄດ້ຈັກໃຫ້ມີຂະບວນທຸງຊາດຂອງບັນດາຊາດປະເທດສະມາຊິກອາຊຽນ. ໃນພິທີທ່ານ ສຸກັນ ບຸນຍົງ ເຈົ້າເມືອງຫຼວງພະບາງ ໄດ້ຂື້ນກ່າວເປີດງານຂະບວນແຫ່ຫວໍ່ຢ່າງເປັນທາງການ ຈາກວັດທາດນ້ອຍໄປຫາວັດຊຽງທອງ ເພື່ອທໍາພິທີທາງສາສະໜາ ທີ່ໄດ້ສືບທອດກັນມາແຕ່ກ່ອນ ເຊິ່ງບັນຍາກາດຕາມສອງຂ້າງທາງເຕັມໄປດ້ວຍຜູ້ຄົນບາງກໍ່ມາລໍຖ້າຫົດສົງນໍ້າພະ ແລະ ຈົວ ທີ່ຢູ່ເທິງຫວໍ່,ບາງກໍ່ມາຊົມ ແລະ ຫຼີ້ນນໍ້າຫົດໃສ່ກັນຢ່າງຝົດຝື້ນ ແລະ ໃຫ້ກຽດເຂົ້າຮ່ວມ ຕັດແຖບຜ້າ ພ້ອມທັງລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃນງານ ໂດຍທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ທ່ານ ຄໍາຂັນ ຈັນທະວິສຸກ ເຈົ້າແຂວງຫຼວງພະບາງ ມີບັນດາການນໍາຂັ້ນຕ່າງໆ ຂອງແຂວງ, ຂອງເມືອງ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ. ຈາກນັ້ນມື້ສັງຂານຂື້ນປີໃໝ່ ພສ 2559 ກໍ່ໄດ້ມີຂະບວນແຫ່ຫວໍ່ຈາກວັດຊຽງທອງໄປສູ່ວັດທາດນ້ອຍດ້ວຍບັນຍາກາດມ່ວນຊື່ນ.

ຂ່າວຈາກ: ຂ່າວສານຫລວງພະບາງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...