spot_img
Home​ຂ່າວທ່ອງທ່ຽວCano Cristales ຫຼື The river of the five colors ແມ່ນ້ຳທີ່ງາມທີ່ສຸດໃນໂລກ

Cano Cristales ຫຼື The river of the five colors ແມ່ນ້ຳທີ່ງາມທີ່ສຸດໃນໂລກ

Published on

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ຈະມາທຸກທ່ານອອກເດີນທາງໄປທ່ຽວຕ່າງປະເທດກັນແນ່ຈັກໜ່ອຍ ມື້ນີ້ຈະພາໄປທ່ຽວປະເທດ Columbia 

Colombia

(ທຸງຊາດ ປະເທດ ໂຄລຳເບຍ)

ໂຄລຳເບຍ (ສະເປນ: Colombia) ຫຼື ຊື່ທາງການຄື ສາທາລະນະລັດ ໂຄລຳເບຍ (República de Colombia) ເປັນປະເທດໃນພາດຕະເວັນຕົກສຽງເໜືອຂອງທະວີບອາເມລິກາໃຕ້ ມີຊາຍແດທາງທິດຕະເວັນອອກຕິດກັບປະເທດເວເນຊຸເອຣາ ແລະ ບຣາຊີວ, ທາງທິດໃຕ້ຕິດກັບປະເທດເອກົວດໍ ແລະ ເປຣູ, ທາງທິດເໜືອຕິດເໜືອຕິດກັບທະເລແຄຣິບບຽນ ສ່ວນທາງທິດຕະເວັນຕົກຕິດກັບປະເທດ ປະນາມາ ແລະ ມະຫາສະໝຸດປາຊີຟິກ.

ເຊິ່ງປະເທດໂຄລຳເບຍ ມີສະຖານທີ່ທ່ອງທ່ຽວທີ່ງາມຫຼາຍໆແຫ່ງ ເຊິ່ງມີເອກະລັກທີ່ແຕກຕ່າງກັນໄປ ແລະ ໃນຍາມອາກາດຮ້ອນອົບເອົ້າຄືໃນປະເທດບ້ານເຮົາຊ່ວງນີ້ ທີມເຮົາກໍ່ບໍ່ພາດທີ່ຈະພາທຸກຄົນໄປທ່ຽວ Cano Cristales ຫຼື The river of the five colors ຫຼື ໃນພາສາລາວເອີ້ນວ່າແມ່ນ້ຳ 5 ສີ 

Cano Cristales ເປັນແມ່ນ້ຳທີ່ງາມທີ່ສຸດໃນໂລກແມ່ນ້ຳແຫ່ງນີ້ຢູ່ເມືອງ Macarena La ທາງພາກເຫນືອຂອງປະເທດ Columbia ເປັນຕົ້ນນ້ຳທີ່ມີລັກຊະນະເປັນຫ້ວຍຮ່ອງຕື່ນໆ ນ້ຳໃສໆ ເຊິ່ງຄວາມງາມທີ່ເກີດຂື້ນໃນແມ່ນ້ຳແຫ່ງນີ້ນັ້ນມາຈາກ ຕົ້ນຫຍ້າ mosses ແລະ algae ທີ່ມີສີນ້ຳຕານ ແລະ ສີຂຽວ, ສີມ່ວງ ສີແດງອອກມ່ວງໆ ທີ່ປົກຄຸ່ມກ້ອນຫິນໃນແມ່ນ້ຳ ປະສົມປະສານກັນສວຍງາມສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ພົບເຫັນສໍາລັບການທ່ອງທ່ຽວຊົມແມ່ນ້ຳແຫ່ງນີ້ຈະເໝາະສົມທີ່ສຸດໃນການຊົມແມ່ນ້ຳ 5 ສີ ກໍ່ຄືຊ່ວງລະຫວ່າງລະດູຝົນກັບລະດູຮ້ອນ ເພາະລະດັບນ້ຳນັ້ນຈະມີຄວາມພໍໍດີໃນການຊື່ນຊົມພຶດນ້ຳຫຼາກສີທີ່ຈະອອກດອກຫຼາຍສີຕັດກັບສີຂອງນ້ຳທັ້ງສີຂຽວ ສີດຳ ສີແດງສະຫຼັບກັນໄປທົ່ວແມ່ນ້ຳ ຕະຫຼອດໄລຍະຄວາມກວ້າງຂອງແມ່ນ້ຳ 5 ສີ 20 ແມັດ ຄວາມຍາວກວ້າງ 100 ກິໂລແມັດ ຈຶ່ງນັບເປັນຄວາມມະຫັດສະຈັນຂອງທຳມະຊາດທີເກີດຂື້ນ.

ງາມຫຼາຍແທ້ໆສຳລັບແມ່ນ້ຳ 5 ສີ ແມ່ນ້ຳທີ່ງາມທີ່ສຸດໃນໂລກ ຢາກໃຫ້ມີແມ່ນ້ຳແບບນີ້ທີ່ບ້ານເຮົາເດ້ 

ມື້ນີ້ພວກເຮົາກໍ່ໄດ້ເຫັນຄວາມງາມຂອງແມ່ນ້ຳໃນ ໂຄລຳເບຍ ກັນແລ້ວ ຫວັງວ່າຈະສາມາດດັບຄວາມຮ້ອນຂອງອາກາດໃນມື້ນີ້ໄດ້ ແລ້ວມືໜ້າທ່ອງທ່ຽວກັບລາວໂພສຕ໌ ຈະພາທຸກທ່ານໄປທ່ຽວສະຖານທີ່ແຫ່ງໃດນັ້ນ ຢ່າງລືມຕິດຕາມກັນຕໍ່ໄປເດີ້.

ວັນນີ້ຂໍໃຫ້ທຸກໂຊກດີປີໃໝ່ລາວ.

 

ແຫລ່ງຂໍ້ມູນ: ເວັບໄຊ໌ ເດັກ-ດີ. ຄອມ

 

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...