spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດໃຫຍ່ເສຍຫລັກຕຳກົກໄມ້

ລົດໃຫຍ່ເສຍຫລັກຕຳກົກໄມ້

Published on

ໃນວັນທີ 30/3/16 ເວລາ 15:01ໂມງ ໄດ້ເກີດເຫດລົດ ກະບະ ຮຸນໄດ ສີປອນ ເສຍຫລັກຕຳກົກໄມ້ ຢູ່ສີ່ແຍກໄຟແດງໂຊກນ້ອຍ (ເສັ້ນທາງ 450ປີ) ສາເຫດຂອງການເກີດອຸບັດຕິເຫດໃນຄັ້ງນີ້ແມ່ນ ຄົນຂັບຈະເອົາລົດເຂົ້າໄປກ້ອງຫົ່ມໄມ້ ແຕ່ຫຼົງຢຽບຄັນເລັ່ງລົດແທນຄິດວ່າເປັນເບກລົດ ເລີຍເຮັດໃຫ້ລົດແລ່ນໄປອັດໃສ່ກົກໄມ້ເຕັມໆ ພາບເລີຍອອກມາຢ່າງທີ່ເຫັນ ເຊິ່ງຊາວບ້ານໄດ້ໂທໃຫ້ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ແລະ ຫນ່ວຍກູ້ໄພນາຄາ ມາຊ່ວຍ ໃນເຫດການດັ່ງກ່າວ.

ມີຄົນບາດເຈັບ 2 ຄົນ ແຕ່ຄົນຂັບຕິດຢູ່ພາຍໃນລົດ 1ຄົນ (ເບື້ອງຄົນຂັບ) ສ່ວນອີກ 1 ຄົນເບື້ອງຄົນນັ່ງອອກຈາກລົດໄດ້ ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ເຂົ້າໄປຊ່ວຍເຫຼືອຄົນຂັບລົດທີ່ຕິດຢູ່ ໂດຍໃຊ້ເຄື່ອງ ຕັດງັດ ຊ່ວຍຄົນເຈັບອອກມາໄດ້ໃນທີ່ສຸດ.

ຜູ້ຕິດຢູ່ໃນລົດເປັນເພດຊາຍ ອາຍຸ 38ປີ ປະຈຸບັນຢູ່ ບ້ານດຸງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ອາການເບື້ອງຕົ້ນ ຂາໄຂ່ທັງສອງເບື້ອງ ມີບາດເປີດຢູ່ຂາຊ້າຍ ສ່ວນຄົນທີ 2 ແມ່ນໄດ້ຮັບບາດເຈັບເລັກໜ້ອຍ

ຄົນເຈັບທັງສອງທາງທີມງານຫນ່ວຍກູ້ໄພນາຄາແມ່ນເປັນຝ່າຍຮັບຜິດຊອບນຳສົ່ງທັງສອງຄົນແມ່ນ ນຳສົ່ງໂຮງຫມໍມິດຕະພາບ 150ຕຽງ

ອຸບັດຕິເຫດເກີດໄດ້ທຸກເວລາໃນຍາມທີ່ເຮົາຂາດສະຕິ ຈົ່ງມີສະຕິໃນການຂັບລົດທຸກຄັ້ງເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງທ່ານ.

 

ແຫລ່ງຂ່າວຈາກ: ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...