spot_img
Homeລົດຍົນ-ຍານພາຫະນະLamborghini Huracan 2016 LP610-4 ແລະ LP580-2

Lamborghini Huracan 2016 LP610-4 ແລະ LP580-2

Published on

ແຟຊັ່ນກັບລາວໂພສຕ໌ວັນນີ້ ເຮົາມາປ່ຽນປັນຍາກາດກັນຫຼາຍເຕີບ ເພາະທີ່ຜ່ານມາພວກເຮົາຈະນຳສະເໜີກ່ຽວກັບການແຕ່ງຕົວຂອງຍິງ-ຊາຍ ຫຼື ອື່ນໆ ແຕ່ວັນນີ້ພວກເຮົາຂໍມາເອົາໃຈຄົນຮັກລົດກັນແນ່ຈັກໜ່ອຍ ໂດຍການນຳສະເໜີແຟຊັ່ນລົດຂອງແຕ່ລະລຸ້ນ ແລະ ມື້ນີ້ເຮົາຈະມາຮູ້ຈັກກັບ Lamborghini Huracan 2016 LP610-4 ທີ່ຫາກໍ່ເປີດໂຕພາຍໃນຕົ້ນເດືອນນີ້ ຮັບຮອງເລີຍວ່າຄົນທີ່ຮັກລົດ Lamborghini ບໍ່ຜິດຫວັງແນ່ນອນ.

LP 580-2 ລາຄາເລີ່ມຕົ້ນ 22.8 ລ້ານບາດ ສຳລັບ LP 610-4 ລາຄາເລີ່ມຕົ້ນທີ່ 24.8 ລ້ານບາດ ສຳລັບປບບສໄປເດີຣ໌ລາຄາເລີ່ມຕົ້ນພຽງ 26.8 ລ້ານບາດ.

ລະບົບຂັບເຄື່ອນສີ່ລໍ້ ໄດ້ຮັບການພັດທະນາໃຫ້ຂັບດ້ວຍຄວາມໄວຍິ່ງຂຶ້ນ ໂດຍສະເພາະເມື່ອໃຊ້ໝວດ Strada ໃນການຂັບເຖິງຖະໜົນ ຈຸດເດັ່ນຢູ່ທີ່ປະສິດທິພາບທີ່ຊົງພະລັງຂຶ້ນ ການເພີ່ມອີກລະດັບຂອງຄວາມຫລູຫລາ.

ຮູຣາຄານ  LP 610-4 ຍັງມີສີໃຫ້ເລືອກຫຼາຍຂຶ້ນ ລົງໂມເດລມາດຕະຖານມາພ້ອມກັບເບາະໜັງ ຕັ້ງແຕ່ທີ່ຈັບປະຕູເຖິງດ້ານເທິງຂອງຄອນໂຊລ ຊ່ອງລະບາຍອາກາດໃຊ້ສີດຳດ້ານສ້າງຄວາມຫລູຫຼາ

ນອກຈາກນີ້ຍັງມີໂປແກຣມ Ad Personam ອັນໂດ່ງດັບຂອງແບຣນ ແລັມໂບກີນີ ຍັງນຳສະເໜີອຸປະກອນຕົບແຕ່ງເສີມທີ່ມີໃຫ້ເລືອກເພີ່ມຂຶ້ນ ເພື່ອຜູ້ຂັບໄດ້ຄອບຄອງລົດທີ່ສະທ້ອນຄວາມເປັນຕົວຕົນຫຼາຍທີ່ສຸດ ເຊັ່ນລະບົບສຽງ Sensonum ຂະໜາດ 390 ວັດຕ໌ RMS ພ້ອມເຄື່ອງຂະຫຍາຍສຽງ 12 ຊ່ອງທາງ ແລະ ລຳໂພງ 10 ໜ່ວຍ ຮູບຫົກລ່ຽມປະທັບຕາ Sensonum ແບບພິເສດສຸດສຳລັບ ຮູຣາຄານ LP 610-4 ໂດຍສະເພາະ ຫຼື ເລືອກປ່ຽນມາໃຊ້ລະບົບທໍ່ໄອເສຍສະປອດຣ໌ທີ່ມາພ້ອມສີດຳວາວ ສ້າງຄວາມຊົງພະລັງ.

ໄຟ LED ໃໝ່ ໃນຫ້ອງເຄື່ອງສາມາດປ່ຽນມາໃຊ້ຮ່ວມກັບຫ້ອງເຄື່ອງຄາຣ໌ບອນໄຟເບີຣ໌ ແລະ ຝາກະໂປ່ງລົດແບບໂປ່ງໃສ ຫຼື ສາມາດເພີ່ມລະບົບບລັອກຄວາມໄວຂັບຂີ່ ຫຼື ເພີ່ມພື້ນທີ່ເກັບເຄື່ອງ ຫຼື ເລືອກເພີ່ມສາຍຊາກແບັກໃນລົດຂະໜາດ 12 V ຫຼື ເລືອກເພີ່ມທີ່ວາງຈອກກໍ່ໄດ້.

ນອກຈາກນີ້ ຍັງມີຮູຣາຄານ LP 580-2 ທີ່ເປີດໂຕເມື່ອປາຍປີ 2015 ດ້ວຍມີຄຸນສົມບັດລັກສະນະຮູບແບບດຽວກັບ LP 610-4 ແຕ່ຜ່ອນຄວາມແຮງລົງໃຫ້ເຫຼືອ 580 ແຮງມ້າ ເໝາະກັບການຂັບເຄື່ອນລໍ້ຫຼັງ ພາຍໃຕ້ຄອນເຊັບ Fun-to Drive ที่ເຮັດໃຫ້ 580-2 ເປັນອີກສະໄຕລ໌ທີ່ເຂົ້າເຖິງໄດ້ ແລະ ຍັງໃຫ້ຄວາມໄວສູງສຸດເຖິງ 320 ກິໂລແມັດຕໍ່ຊົ່ວໂມງ ມາໃຫ້ເປັນອີກທາງເລືອກໜຶ່ງຂອງຄົນຮັກແລັມໂບກິນີ

Lamborghini_3

ມື້ນີ້ເຮົາກໍ່ມາຮູ້ຈັກລົດສຸດຫລູຢ່າງLamborghini Huracan 2016 LP610-4 ແລະ LP580-2 ກັນແລ້ວ ໂປດຕິດຕາມຕໍ່ໄປວ່າຄັ້ງໜ້າພວກເຮົາຈະເອົາລົດລຸ້ນໃດມານຳສະເໜີທ່ານໃຫ້ຮູ້ຈັກອີກ.

ຂໍ້ມູນຈາກ ເວັບໄຊ໌ ໄນ໌ຄຣາໄທ.ຄອມ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...