Homeຂ່າວບັນເທິງນັກສະແດງຊື່ດັງຊາວຮ່ອງກົງ "ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ" ແຕ່ງງານແບບປະເພນີລາວ ນັກສະແດງຊື່ດັງຊາວຮ່ອງກົງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ແຕ່ງງານແບບປະເພນີລາວ ຂ່າວບັນເທິງ Published on 17/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2524 ຖືວ່າເປັນຄວາມພາກພູມໃຈຂອງຄົນລາວທີ່ເຫັນວັດທະນະທຳລາວຖືກຍົກຍ້ອງຈາກຄົນລາວເອງ ລວມທັງຄົນຕ່າງຊາດ ມື້ນີ້ລາວໂພສຕ໌ມີອີກໜຶ່ງຂ່າວບັນເທີງທີ່ສ້າງຮອຍຍິ້ມໃຫ້ກັບຄົນທີ່ໄດ້ອ່ານ ເມື່ອປະເພນີການແຕ່ງງານແບບລາວໆ ໄດ້ຖືກນຳສະເໜີໂດຍສອງນັກສະແດງຈີນຮ່ອງກົງຊື່ດັງຢ່າງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ປັດຈຸບັນຂ່າວນີ້ໄດ້ກາຍເປັນກະແສມາແຮງໃນໂລກສັງຄົມອອນໄລ໌ ແລະ ທາງທີມງານລາວໂພສຕ໌ກໍ່ບໍ່ພາດທີ່ຈະນຳໍຂ້ມູນ ລວມທັງພາບການແຕ່ງບາງສ່ວນທີ່ຫວານຊື່ນຂອງທັງຄູ່ມາຝາກ. ສອງນັກສະແດງຊື່ດັງຊາວຮ່ອງກົງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ເດີນທາງມາຖ່າຍທຳລາຍການໂທລະພາບທີ່ປະເທດລາວ ທີ່ເຮັດໃຫ້ທັງຄູ່ໄດ້ເຂົ້າພິທີແຕ່ງງານແບບປະເພນີລາວ ເຊິ່ງຖືວ່າເປັນການຈັດງານແຕ່ງງານຄັ້ງທຳອິດ ຫຼັງຈາກທີ່ທັງຄູ່ຢູ່ກິນນຳກັນມາເປັນເວລາກ່ວາສິບໆ ໂດຍບໍ່ເຄີຍຈັດງານແຕ່ງານມາກ່ອນ. ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ ໄດ້ຄົບກັນມາເປັນເວລາກ່ວາ 20ປີ ແລະ ຈົດທະບຽນສົມຣົດກັນມາໄດ້ເປັນເວລາ 15 ປີແລ້ວ ແລະ ເດີນທາງມາເຮັດລາຍການ Having You in My Life ຂອງສະຖານີ້ໂທລະພາບ Zhejiang Satellite TV ທີ່ປະເທດລາວ ແລະ ຍັງໄດ້ເຂົ້າພິທີແຕ່ງງານແບບປະເພນີລາວໃນຊຸດປະຈຳຊາດຂອງລາວອີກດ້ວຍ. ໂດຍ “ຫຍວນຫຍົ່ງອີ” ໄວອາຍຸ 44ປີ ບອກວ່າ ນາງເຄີຍຄິດມາຕະຫຼອດສຳລັບຕົວເອງ ແລະ ສາມີ ການຈັດພິທີແຕ່ງງານບໍ່ແມ່ນເລື່ອງສຳຄັນ ທີ່ຜ່ານມາຫຼັງຈາກຈົດທະບຽນແລ້ວກໍ່ບໍ່ໄດ້ຈັດງານເລີຍ ແມ່ນແຕ່ພາບຖ່າຍຮູບແຕ່ງງານຍັງບໍ່ເຄີຍເຮັດ ແຕ່ເມື່ອໄດ້ລອງຈັດເບິ່ງກໍ່ຮູ້ສຶກວ່າມັນເປັນສິ່ງທີ່ສວຍງາມ. ທາງທີມງານຂອງພວກເຮົາກໍ່ຂໍສະແດງຄວາມຍິນດີກັບພວກເຂົາທັງຄູ່ໃຫ້ມີຄວາມສຸກຕະຫຼອດໄປ. ແຫລ່ງຂໍ້ມູນຈາກ: Laos Pictures ຮູບພາບປະເທດລາວ Tagsຫຍວນຫຍົ່ງອີ ແລະ ຈາງຈື່ຫລິນແຕ່ງງານແບບປະເພນີລາວ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ ແລະ ດິນຖະຫຼົ່ມ... 18/08/2025 ຂ່າວຕ່າງປະເທດ ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ #JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ... 14/08/2025 ຂ່າວຕ່າງປະເທດ ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8... 14/08/2025 ຂ່າວພາຍໃນ ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029 ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)... 13/08/2025