Home​ຂ່າວບັນເທິງນັກສະແດງຊື່ດັງຊາວຮ່ອງກົງ "ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ" ແຕ່ງງານແບບປະເພນີລາວ

ນັກສະແດງຊື່ດັງຊາວຮ່ອງກົງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ແຕ່ງງານແບບປະເພນີລາວ

Published on

ຖືວ່າເປັນຄວາມພາກພູມໃຈຂອງຄົນລາວທີ່ເຫັນວັດທະນະທຳລາວຖືກຍົກຍ້ອງຈາກຄົນລາວເອງ ລວມທັງຄົນຕ່າງຊາດ ມື້ນີ້ລາວໂພສຕ໌ມີອີກໜຶ່ງຂ່າວບັນເທີງທີ່ສ້າງຮອຍຍິ້ມໃຫ້ກັບຄົນທີ່ໄດ້ອ່ານ ເມື່ອປະເພນີການແຕ່ງງານແບບລາວໆ ໄດ້ຖືກນຳສະເໜີໂດຍສອງນັກສະແດງຈີນຮ່ອງກົງຊື່ດັງຢ່າງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ”  ປັດຈຸບັນຂ່າວນີ້ໄດ້ກາຍເປັນກະແສມາແຮງໃນໂລກສັງຄົມອອນໄລ໌ ແລະ ທາງທີມງານລາວໂພສຕ໌ກໍ່ບໍ່ພາດທີ່ຈະນຳໍຂ້ມູນ ລວມທັງພາບການແຕ່ງບາງສ່ວນທີ່ຫວານຊື່ນຂອງທັງຄູ່ມາຝາກ.

ສອງນັກສະແດງຊື່ດັງຊາວຮ່ອງກົງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ເດີນທາງມາຖ່າຍທຳລາຍການໂທລະພາບທີ່ປະເທດລາວ ທີ່ເຮັດໃຫ້ທັງຄູ່ໄດ້ເຂົ້າພິທີແຕ່ງງານແບບປະເພນີລາວ ເຊິ່ງຖືວ່າເປັນການຈັດງານແຕ່ງງານຄັ້ງທຳອິດ ຫຼັງຈາກທີ່ທັງຄູ່ຢູ່ກິນນຳກັນມາເປັນເວລາກ່ວາສິບໆ ໂດຍບໍ່ເຄີຍຈັດງານແຕ່ງານມາກ່ອນ.

ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ ໄດ້ຄົບກັນມາເປັນເວລາກ່ວາ 20ປີ ແລະ ຈົດທະບຽນສົມຣົດກັນມາໄດ້ເປັນເວລາ 15 ປີແລ້ວ ແລະ ເດີນທາງມາເຮັດລາຍການ Having You in My Life ຂອງສະຖານີ້ໂທລະພາບ Zhejiang Satellite TV ທີ່ປະເທດລາວ ແລະ ຍັງໄດ້ເຂົ້າພິທີແຕ່ງງານແບບປະເພນີລາວໃນຊຸດປະຈຳຊາດຂອງລາວອີກດ້ວຍ. 

ໂດຍ “ຫຍວນຫຍົ່ງອີ” ໄວອາຍຸ 44ປີ ບອກວ່າ ນາງເຄີຍຄິດມາຕະຫຼອດສຳລັບຕົວເອງ ແລະ ສາມີ ການຈັດພິທີແຕ່ງງານບໍ່ແມ່ນເລື່ອງສຳຄັນ ທີ່ຜ່ານມາຫຼັງຈາກຈົດທະບຽນແລ້ວກໍ່ບໍ່ໄດ້ຈັດງານເລີຍ ແມ່ນແຕ່ພາບຖ່າຍຮູບແຕ່ງງານຍັງບໍ່ເຄີຍເຮັດ ແຕ່ເມື່ອໄດ້ລອງຈັດເບິ່ງກໍ່ຮູ້ສຶກວ່າມັນເປັນສິ່ງທີ່ສວຍງາມ.

ທາງທີມງານຂອງພວກເຮົາກໍ່ຂໍສະແດງຄວາມຍິນດີກັບພວກເຂົາທັງຄູ່ໃຫ້ມີຄວາມສຸກຕະຫຼອດໄປ.

ແຫລ່ງຂໍ້ມູນຈາກ: Laos Pictures ຮູບພາບປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...