Homeຂ່າວທ່ອງທ່ຽວປ່າສະຫງວນນ້ຳແອດ-ພູເລີຍ ແຫລ່ງທຳມະຊາດທີ່ລໍຖ້າທ່ານໄປສຳພັດ ປ່າສະຫງວນນ້ຳແອດ-ພູເລີຍ ແຫລ່ງທຳມະຊາດທີ່ລໍຖ້າທ່ານໄປສຳພັດ ຂ່າວທ່ອງທ່ຽວ Published on 15/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 4381 ທ່ອງທ່ຽວວັນນີ້ລາວໂພສຕ໌ມີອີກໜຶ່ງສະຖານທີ່ມານຳສະເໜີ ປ່າສະຫງວນນ້ຳແອດ-ພູເລີຍ ຮັບຮອງວ່າທ່ານຈະບໍ່ຜິດຫວັງເມື່ອທ່ານໄດ້ໄປສຳພັດ. ປ່າສະຫງວນນ້ຳແອດ-ພູເລີຍ ໄດ້ຖືກກຳນົດຂື້ນຢ່າງເປັນທາງການໃນປີ 1993 ໂດຍມີເນື້ອທີ່ທັງໝົດ 4200 ຕາລາງກິໂລແມັດ ເຊິ່ງກວມເອົາ 9 ເມືອງໃນ 3 ແຂວງພາກເໜືອຄື: ເມືອງແອດ, ເມືອງຊຳເໜືອ, ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງ ຊ່ອນ ໃນແຂວງຫົວພັນ, ເມືອງວຽງຄຳ, ເມືອງໂພນໄຊ, ແລະ ເມືອງໂພນທອງ ໃນແຂວງ ຫຼວງພະບາງ, ເມືອງ ພູກູດ ໃນແຂວງ ຊຽງຂວາງ. ປະກອບດ້ວຍບ້ານທີ່ຢູ່ຕິດຈອດ ແລະ ຢູ່ໃນ ຈຳນວນ 129 ບ້ານ, ມີປະຊາກອນອາໄສຢູ່ຫຼາຍກວ່າ 54.315 ຄົນ ທີ່ມີຄວາມຫຼາກຫຼາຍທາງດ້ານຮີດຄອງປະເພນີ ບໍ່ວ່າຈະເປັນຊົນເຜົ່າກຶມມຸ, ມົ້ງ, ອິວມຽນ, ແລະ ລາວລຸ່ມ. ປ່າສະຫງວນແຫ່ງນີ້ມີລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 400- 2257 ແມັດ, ມີຈຸດສູງສຸດຄືພູເລີຍ. ເມື່ອເວລາທີ່ເຮົາໄປທ່ຽວປ່າສະຫງວນນ້ຳແອັດ-ພູເລີຍ ເຮົາຈະໄດ້ເຫັນຊີວິດການເປັນຢູ່ຂອງປະຊາຊົນໃນເຂດນັ້ນ ເຫັນເຖິງຄວາມລຽບງ່າຍໃນການດຳລົງຊີວິດຂອງພວກເຂົາເຈົ້າ ລວມທັງຄຳເວົ້າ, ຮອຍຍິ້ມ ແລະ ສີໜ້າແວວຕາທີ່ເຕັມໄປດ້ວຍຄວາມຈິງໃຈເປັນກັນເອງເຊິ່ງມັນເປັນນິໃສຂອງຄົນທີ່ອາໃສຢູ່ແຖບສົນນະບົດ ມັນເປັນອີກມົນສະເໜ່ໜຶ່ງທີ່ໜ້າເກັບໄວ້ໃນຄວາມສົງຈຳ. ຫາກທ່ານໃດທີ່ມັກການພະຈົນໄພແບບຕື່ນເຕັ້ນຕ້ອງບໍ່ພາດທີ່ຈະມາທ່ຽວປ່າສະຫງວນນ້ຳແອດ-ພູເລີຍ ເພາະຈະມີທັງການເດີນປ່າ, ຂີ່ເຮືອລ່ອງເບິ່ງຄວາມງາມຂອງທຳມະຊາດ, ກິນເຂົ້າໃນປ່າ, ນອນໃນປ່າ ສູດດົມອາການທີ່ສະອາດບໍລິສຸດ ເຊິ່ງຊີວິດແບບນີ້ຫາບໍ່ໄດ້ໃນເມືອງຫຼວງ. ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ຍັງອຸດົມໄປດ້ວຍຊັບພະຍາກອນທຳມະຊາດ ມີຕົ້ນໄມ້ໃຫຍ່ ສາຍນ້ຳໄສໄຫລເຢັນຕະຫຼອດປີ ແລະ ຍັງມີສັດປ່າຫລົງເຫລືອໃຫ້ເຫັນເຊັ່ນ: ກະຮອກ, ຟານປ່າ, ແມວປ່າປະເພດນີ້ເປັນຕົ້ນ ແຕ່ຍັງມີບໍ່ຫຼາຍເທົ່າເມື່ອກ່ອນແລ້ວ ເພາະການຮຸກຮານລ່າເນື້ອສັດຂອງມະນຸດນີ້ເອງ ທີ່ເຮັດໃຫ້ສັດປ່າລຸດລົງຢ່າງຕໍ່ເນື່ອງ. ເມືອງລາວຍັງມີແຫລ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ທ່ານຍັງບໍ່ຮູ້ ແລະ ບໍ່ເຄີຍໄປສຳພັດ ທ່ຽວເມືອງລາວໃຫ້ທົ່ວເພື່ອສົ່ງເສີມເສດຖະກິດການທ່ອງທ່ຽວຂອງລາວ ແລະ ທ່ານຈະໄດ້ຮູ້ວ່າເມືອງລາວແມ່ນສະຫວັນຂອງຄົນເທິງດິນ. ຮຽບຮຽງຂໍ້ມູນໂດຍ: ລາວໂພສຕ໌ Tagsປ່າສະຫງວນນ້ຳແອດ-ພູເລີຍ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ ແລະ ດິນຖະຫຼົ່ມ... 18/08/2025 ຂ່າວຕ່າງປະເທດ ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ #JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ... 14/08/2025 ຂ່າວຕ່າງປະເທດ ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8... 14/08/2025 ຂ່າວພາຍໃນ ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029 ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)... 13/08/2025