spot_img
Home​ຂ່າວທ່ອງທ່ຽວປ່າສະຫງວນນ້ຳແອດ-ພູເລີຍ ແຫລ່ງທຳມະຊາດທີ່ລໍຖ້າທ່ານໄປສຳພັດ

ປ່າສະຫງວນນ້ຳແອດ-ພູເລີຍ ແຫລ່ງທຳມະຊາດທີ່ລໍຖ້າທ່ານໄປສຳພັດ

Published on

ທ່ອງທ່ຽວວັນນີ້ລາວໂພສຕ໌ມີອີກໜຶ່ງສະຖານທີ່ມານຳສະເໜີ ປ່າສະຫງວນນ້ຳແອດ-ພູເລີຍ ຮັບຮອງວ່າທ່ານຈະບໍ່ຜິດຫວັງເມື່ອທ່ານໄດ້ໄປສຳພັດ.

ປ່າສະຫງວນນ້ຳແອດ-ພູເລີຍ ໄດ້ຖືກກຳນົດຂື້ນຢ່າງເປັນທາງການໃນປີ 1993 ໂດຍມີເນື້ອທີ່ທັງໝົດ 4200 ຕາລາງກິໂລແມັດ ເຊິ່ງກວມເອົາ 9 ເມືອງໃນ 3 ແຂວງພາກເໜືອຄື: ເມືອງແອດ, ເມືອງຊຳເໜືອ, ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງ ຊ່ອນ ໃນແຂວງຫົວພັນ, ເມືອງວຽງຄຳ, ເມືອງໂພນໄຊ, ແລະ ເມືອງໂພນທອງ ໃນແຂວງ ຫຼວງພະບາງ, ເມືອງ ພູກູດ ໃນແຂວງ ຊຽງຂວາງ. ປະກອບດ້ວຍບ້ານທີ່ຢູ່ຕິດຈອດ ແລະ ຢູ່ໃນ ຈຳນວນ 129 ບ້ານ, ມີປະຊາກອນອາໄສຢູ່ຫຼາຍກວ່າ 54.315 ຄົນ ທີ່ມີຄວາມຫຼາກຫຼາຍທາງດ້ານຮີດຄອງປະເພນີ ບໍ່ວ່າຈະເປັນຊົນເຜົ່າກຶມມຸ, ມົ້ງ, ອິວມຽນ, ແລະ ລາວລຸ່ມ. ປ່າສະຫງວນແຫ່ງນີ້ມີລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 400- 2257 ແມັດ, ມີຈຸດສູງສຸດຄືພູເລີຍ.

ເມື່ອເວລາທີ່ເຮົາໄປທ່ຽວປ່າສະຫງວນນ້ຳແອັດ-ພູເລີຍ ເຮົາຈະໄດ້ເຫັນຊີວິດການເປັນຢູ່ຂອງປະຊາຊົນໃນເຂດນັ້ນ ເຫັນເຖິງຄວາມລຽບງ່າຍໃນການດຳລົງຊີວິດຂອງພວກເຂົາເຈົ້າ ລວມທັງຄຳເວົ້າ, ຮອຍຍິ້ມ ແລະ ສີໜ້າແວວຕາທີ່ເຕັມໄປດ້ວຍຄວາມຈິງໃຈເປັນກັນເອງເຊິ່ງມັນເປັນນິໃສຂອງຄົນທີ່ອາໃສຢູ່ແຖບສົນນະບົດ ມັນເປັນອີກມົນສະເໜ່ໜຶ່ງທີ່ໜ້າເກັບໄວ້ໃນຄວາມສົງຈຳ.

updated-990

ຫາກທ່ານໃດທີ່ມັກການພະຈົນໄພແບບຕື່ນເຕັ້ນຕ້ອງບໍ່ພາດທີ່ຈະມາທ່ຽວປ່າສະຫງວນນ້ຳແອດ-ພູເລີຍ ເພາະຈະມີທັງການເດີນປ່າ, ຂີ່ເຮືອລ່ອງເບິ່ງຄວາມງາມຂອງທຳມະຊາດ, ກິນເຂົ້າໃນປ່າ, ນອນໃນປ່າ ສູດດົມອາການທີ່ສະອາດບໍລິສຸດ ເຊິ່ງຊີວິດແບບນີ້ຫາບໍ່ໄດ້ໃນເມືອງຫຼວງ.

ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ຍັງອຸດົມໄປດ້ວຍຊັບພະຍາກອນທຳມະຊາດ ມີຕົ້ນໄມ້ໃຫຍ່ ສາຍນ້ຳໄສໄຫລເຢັນຕະຫຼອດປີ ແລະ ຍັງມີສັດປ່າຫລົງເຫລືອໃຫ້ເຫັນເຊັ່ນ: ກະຮອກ, ຟານປ່າ, ແມວປ່າປະເພດນີ້ເປັນຕົ້ນ ແຕ່ຍັງມີບໍ່ຫຼາຍເທົ່າເມື່ອກ່ອນແລ້ວ ເພາະການຮຸກຮານລ່າເນື້ອສັດຂອງມະນຸດນີ້ເອງ ທີ່ເຮັດໃຫ້ສັດປ່າລຸດລົງຢ່າງຕໍ່ເນື່ອງ.

NamEt-PhouLouey-Night20Safari-Laos20-dear-680x500

ເມືອງລາວຍັງມີແຫລ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ທ່ານຍັງບໍ່ຮູ້ ແລະ ບໍ່ເຄີຍໄປສຳພັດ ທ່ຽວເມືອງລາວໃຫ້ທົ່ວເພື່ອສົ່ງເສີມເສດຖະກິດການທ່ອງທ່ຽວຂອງລາວ ແລະ ທ່ານຈະໄດ້ຮູ້ວ່າເມືອງລາວແມ່ນສະຫວັນຂອງຄົນເທິງດິນ.

ຮຽບຮຽງຂໍ້ມູນໂດຍ: ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...