Homeຂ່າວທ່ອງທ່ຽວປ່າສະຫງວນນ້ຳແອດ-ພູເລີຍ ແຫລ່ງທຳມະຊາດທີ່ລໍຖ້າທ່ານໄປສຳພັດ ປ່າສະຫງວນນ້ຳແອດ-ພູເລີຍ ແຫລ່ງທຳມະຊາດທີ່ລໍຖ້າທ່ານໄປສຳພັດ ຂ່າວທ່ອງທ່ຽວ Published on 15/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 4590 ທ່ອງທ່ຽວວັນນີ້ລາວໂພສຕ໌ມີອີກໜຶ່ງສະຖານທີ່ມານຳສະເໜີ ປ່າສະຫງວນນ້ຳແອດ-ພູເລີຍ ຮັບຮອງວ່າທ່ານຈະບໍ່ຜິດຫວັງເມື່ອທ່ານໄດ້ໄປສຳພັດ. ປ່າສະຫງວນນ້ຳແອດ-ພູເລີຍ ໄດ້ຖືກກຳນົດຂື້ນຢ່າງເປັນທາງການໃນປີ 1993 ໂດຍມີເນື້ອທີ່ທັງໝົດ 4200 ຕາລາງກິໂລແມັດ ເຊິ່ງກວມເອົາ 9 ເມືອງໃນ 3 ແຂວງພາກເໜືອຄື: ເມືອງແອດ, ເມືອງຊຳເໜືອ, ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງ ຊ່ອນ ໃນແຂວງຫົວພັນ, ເມືອງວຽງຄຳ, ເມືອງໂພນໄຊ, ແລະ ເມືອງໂພນທອງ ໃນແຂວງ ຫຼວງພະບາງ, ເມືອງ ພູກູດ ໃນແຂວງ ຊຽງຂວາງ. ປະກອບດ້ວຍບ້ານທີ່ຢູ່ຕິດຈອດ ແລະ ຢູ່ໃນ ຈຳນວນ 129 ບ້ານ, ມີປະຊາກອນອາໄສຢູ່ຫຼາຍກວ່າ 54.315 ຄົນ ທີ່ມີຄວາມຫຼາກຫຼາຍທາງດ້ານຮີດຄອງປະເພນີ ບໍ່ວ່າຈະເປັນຊົນເຜົ່າກຶມມຸ, ມົ້ງ, ອິວມຽນ, ແລະ ລາວລຸ່ມ. ປ່າສະຫງວນແຫ່ງນີ້ມີລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 400- 2257 ແມັດ, ມີຈຸດສູງສຸດຄືພູເລີຍ. ເມື່ອເວລາທີ່ເຮົາໄປທ່ຽວປ່າສະຫງວນນ້ຳແອັດ-ພູເລີຍ ເຮົາຈະໄດ້ເຫັນຊີວິດການເປັນຢູ່ຂອງປະຊາຊົນໃນເຂດນັ້ນ ເຫັນເຖິງຄວາມລຽບງ່າຍໃນການດຳລົງຊີວິດຂອງພວກເຂົາເຈົ້າ ລວມທັງຄຳເວົ້າ, ຮອຍຍິ້ມ ແລະ ສີໜ້າແວວຕາທີ່ເຕັມໄປດ້ວຍຄວາມຈິງໃຈເປັນກັນເອງເຊິ່ງມັນເປັນນິໃສຂອງຄົນທີ່ອາໃສຢູ່ແຖບສົນນະບົດ ມັນເປັນອີກມົນສະເໜ່ໜຶ່ງທີ່ໜ້າເກັບໄວ້ໃນຄວາມສົງຈຳ. ຫາກທ່ານໃດທີ່ມັກການພະຈົນໄພແບບຕື່ນເຕັ້ນຕ້ອງບໍ່ພາດທີ່ຈະມາທ່ຽວປ່າສະຫງວນນ້ຳແອດ-ພູເລີຍ ເພາະຈະມີທັງການເດີນປ່າ, ຂີ່ເຮືອລ່ອງເບິ່ງຄວາມງາມຂອງທຳມະຊາດ, ກິນເຂົ້າໃນປ່າ, ນອນໃນປ່າ ສູດດົມອາການທີ່ສະອາດບໍລິສຸດ ເຊິ່ງຊີວິດແບບນີ້ຫາບໍ່ໄດ້ໃນເມືອງຫຼວງ. ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ຍັງອຸດົມໄປດ້ວຍຊັບພະຍາກອນທຳມະຊາດ ມີຕົ້ນໄມ້ໃຫຍ່ ສາຍນ້ຳໄສໄຫລເຢັນຕະຫຼອດປີ ແລະ ຍັງມີສັດປ່າຫລົງເຫລືອໃຫ້ເຫັນເຊັ່ນ: ກະຮອກ, ຟານປ່າ, ແມວປ່າປະເພດນີ້ເປັນຕົ້ນ ແຕ່ຍັງມີບໍ່ຫຼາຍເທົ່າເມື່ອກ່ອນແລ້ວ ເພາະການຮຸກຮານລ່າເນື້ອສັດຂອງມະນຸດນີ້ເອງ ທີ່ເຮັດໃຫ້ສັດປ່າລຸດລົງຢ່າງຕໍ່ເນື່ອງ. ເມືອງລາວຍັງມີແຫລ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ທ່ານຍັງບໍ່ຮູ້ ແລະ ບໍ່ເຄີຍໄປສຳພັດ ທ່ຽວເມືອງລາວໃຫ້ທົ່ວເພື່ອສົ່ງເສີມເສດຖະກິດການທ່ອງທ່ຽວຂອງລາວ ແລະ ທ່ານຈະໄດ້ຮູ້ວ່າເມືອງລາວແມ່ນສະຫວັນຂອງຄົນເທິງດິນ. ຮຽບຮຽງຂໍ້ມູນໂດຍ: ລາວໂພສຕ໌ Tagsປ່າສະຫງວນນ້ຳແອດ-ພູເລີຍ ບົດຄວາມຫຼ້າສຸດ ຂ່າວພາຍໃນ ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ... 11/09/2026 ຂ່າວພາຍໃນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ... 11/09/2026 ຂ່າວພາຍໃນ ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2... 09/09/2026 ຂ່າວພາຍໃນ 1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)... 09/09/2026