Homeຂ່າວທ່ອງທ່ຽວປ່າສະຫງວນນ້ຳແອດ-ພູເລີຍ ແຫລ່ງທຳມະຊາດທີ່ລໍຖ້າທ່ານໄປສຳພັດ ປ່າສະຫງວນນ້ຳແອດ-ພູເລີຍ ແຫລ່ງທຳມະຊາດທີ່ລໍຖ້າທ່ານໄປສຳພັດ ຂ່າວທ່ອງທ່ຽວ Published on 15/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 4595 ທ່ອງທ່ຽວວັນນີ້ລາວໂພສຕ໌ມີອີກໜຶ່ງສະຖານທີ່ມານຳສະເໜີ ປ່າສະຫງວນນ້ຳແອດ-ພູເລີຍ ຮັບຮອງວ່າທ່ານຈະບໍ່ຜິດຫວັງເມື່ອທ່ານໄດ້ໄປສຳພັດ. ປ່າສະຫງວນນ້ຳແອດ-ພູເລີຍ ໄດ້ຖືກກຳນົດຂື້ນຢ່າງເປັນທາງການໃນປີ 1993 ໂດຍມີເນື້ອທີ່ທັງໝົດ 4200 ຕາລາງກິໂລແມັດ ເຊິ່ງກວມເອົາ 9 ເມືອງໃນ 3 ແຂວງພາກເໜືອຄື: ເມືອງແອດ, ເມືອງຊຳເໜືອ, ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງ ຊ່ອນ ໃນແຂວງຫົວພັນ, ເມືອງວຽງຄຳ, ເມືອງໂພນໄຊ, ແລະ ເມືອງໂພນທອງ ໃນແຂວງ ຫຼວງພະບາງ, ເມືອງ ພູກູດ ໃນແຂວງ ຊຽງຂວາງ. ປະກອບດ້ວຍບ້ານທີ່ຢູ່ຕິດຈອດ ແລະ ຢູ່ໃນ ຈຳນວນ 129 ບ້ານ, ມີປະຊາກອນອາໄສຢູ່ຫຼາຍກວ່າ 54.315 ຄົນ ທີ່ມີຄວາມຫຼາກຫຼາຍທາງດ້ານຮີດຄອງປະເພນີ ບໍ່ວ່າຈະເປັນຊົນເຜົ່າກຶມມຸ, ມົ້ງ, ອິວມຽນ, ແລະ ລາວລຸ່ມ. ປ່າສະຫງວນແຫ່ງນີ້ມີລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 400- 2257 ແມັດ, ມີຈຸດສູງສຸດຄືພູເລີຍ. ເມື່ອເວລາທີ່ເຮົາໄປທ່ຽວປ່າສະຫງວນນ້ຳແອັດ-ພູເລີຍ ເຮົາຈະໄດ້ເຫັນຊີວິດການເປັນຢູ່ຂອງປະຊາຊົນໃນເຂດນັ້ນ ເຫັນເຖິງຄວາມລຽບງ່າຍໃນການດຳລົງຊີວິດຂອງພວກເຂົາເຈົ້າ ລວມທັງຄຳເວົ້າ, ຮອຍຍິ້ມ ແລະ ສີໜ້າແວວຕາທີ່ເຕັມໄປດ້ວຍຄວາມຈິງໃຈເປັນກັນເອງເຊິ່ງມັນເປັນນິໃສຂອງຄົນທີ່ອາໃສຢູ່ແຖບສົນນະບົດ ມັນເປັນອີກມົນສະເໜ່ໜຶ່ງທີ່ໜ້າເກັບໄວ້ໃນຄວາມສົງຈຳ. ຫາກທ່ານໃດທີ່ມັກການພະຈົນໄພແບບຕື່ນເຕັ້ນຕ້ອງບໍ່ພາດທີ່ຈະມາທ່ຽວປ່າສະຫງວນນ້ຳແອດ-ພູເລີຍ ເພາະຈະມີທັງການເດີນປ່າ, ຂີ່ເຮືອລ່ອງເບິ່ງຄວາມງາມຂອງທຳມະຊາດ, ກິນເຂົ້າໃນປ່າ, ນອນໃນປ່າ ສູດດົມອາການທີ່ສະອາດບໍລິສຸດ ເຊິ່ງຊີວິດແບບນີ້ຫາບໍ່ໄດ້ໃນເມືອງຫຼວງ. ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ຍັງອຸດົມໄປດ້ວຍຊັບພະຍາກອນທຳມະຊາດ ມີຕົ້ນໄມ້ໃຫຍ່ ສາຍນ້ຳໄສໄຫລເຢັນຕະຫຼອດປີ ແລະ ຍັງມີສັດປ່າຫລົງເຫລືອໃຫ້ເຫັນເຊັ່ນ: ກະຮອກ, ຟານປ່າ, ແມວປ່າປະເພດນີ້ເປັນຕົ້ນ ແຕ່ຍັງມີບໍ່ຫຼາຍເທົ່າເມື່ອກ່ອນແລ້ວ ເພາະການຮຸກຮານລ່າເນື້ອສັດຂອງມະນຸດນີ້ເອງ ທີ່ເຮັດໃຫ້ສັດປ່າລຸດລົງຢ່າງຕໍ່ເນື່ອງ. ເມືອງລາວຍັງມີແຫລ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ທ່ານຍັງບໍ່ຮູ້ ແລະ ບໍ່ເຄີຍໄປສຳພັດ ທ່ຽວເມືອງລາວໃຫ້ທົ່ວເພື່ອສົ່ງເສີມເສດຖະກິດການທ່ອງທ່ຽວຂອງລາວ ແລະ ທ່ານຈະໄດ້ຮູ້ວ່າເມືອງລາວແມ່ນສະຫວັນຂອງຄົນເທິງດິນ. ຮຽບຮຽງຂໍ້ມູນໂດຍ: ລາວໂພສຕ໌ Tagsປ່າສະຫງວນນ້ຳແອດ-ພູເລີຍ ບົດຄວາມຫຼ້າສຸດ ຂ່າວພາຍໃນ ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ... 27/11/2026 ຂ່າວພາຍໃນ ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ... 26/11/2026 ຂ່າວພາຍໃນ ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ... 26/11/2026 ຂ່າວພາຍໃນ ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ... 26/11/2026