spot_img
Homeຂ່າວທ້ອງຖິ່ນສັດລ້ຽງຂອງປະຊາຊົນພາກເໜືອ ຕາຍໜາວເປັນຈຳນວນຫຼາຍແລ້ວ

ສັດລ້ຽງຂອງປະຊາຊົນພາກເໜືອ ຕາຍໜາວເປັນຈຳນວນຫຼາຍແລ້ວ

Published on

ອີງຕາມຂໍ້ມູນຂ່າວຈາກ ສຳນັກຂ່າວສານປະເທດລາວໃຫ້ຮູ້ວ່າ ມາຮອດວັນທີ 26 ມັງກອນ 2016 ນີ້ ສັດລ້ຽງຂອງປະຊາຊົນທາງພາກເໜືອໄດ້ລົ້ມຕາຍຈຳນວນຫຼາຍແລ້ວ ຍ້ອນທົນຕໍ່ສະພາບອາກາດໜາວຈັດຫິມະຕົກບໍ່ໄດ້. ໂດຍລາຍງານບອກວ່າ ກຸ່ມບ້ານໜອງຄ້າງ ແລະບ້ານສະເລີຍ ເມືອງຊຳເໜືອມີຄວາຍຕາຍແລ້ວ 6 ໂຕ ແລະງົວຕາຍ 11 ໂຕແລ້ວ ແລະມື້ວານນີ້ມີລາຍງານງົວຢູ່ບ້ານນາວີດ ເມືອງວຽງໄຊຕາຍ 2 ໂຕ ລວມທັງໝົດ ມີຄວາຍຕາຍຢ່າງໜ້ອຍ 6 ໂຕ ງົວຕາຍຢ່າງໜ້ອຍ 13 ໂຕ ໃນແຂວງຫົວພັນ. ໃນຂະນະທີ່ມີລາຍງານວ່າ ຢູ່ແຂວງຜົ້ງສາລີມີງົວ-ຄວາຍຕາຍແລ້ວ 3 ໂຕ ແລະສັດປີກອີກຫຼາຍກວ່າ 100 ໂຕ ແລະເຊື່ອວ່າຕົວຈິງແທ້ຍັງຈະມີສັດລ້ຽງຂອງປະຊາຊົນຕາຍຕື່ມອີກຈຳນວນຫຼວງຫຼາຍ.

ທ່ານ ດຣ ບຸນຂວາງ ຄໍາບຸນເຮືອງ ຫົວໜ້າກົມລ້ຽງສັດ ແລະ ການປະມົງໄດ້ລາຍງານວ່າ: ພາຍຫລັງພວກເຮົາໄດ້ຂໍ້ມູນເບື້ອງຕົ້ນຈາກແຕ່ລະແຂວງຢູ່ທາງພາກເໜືອພົບວ່າສັດສ່ວນໃຫຍ່ທີ່ລົ້ມຕາຍນັ້ນແມ່ນເປັນຜົນມາຈາກປະຊາຊົນລ້ຽງຕາມທໍາມະຊາດໂດຍປ່ອຍປະລະເລີຍໄປຕາມທົ່ງ ແລະ ປ່າດົງ ເມື່ອອາກາດໜາວເກີດຂຶ້ນສຸກເສີນເຮັດໃຫ້ປະຊາຊົນໄປຊອກຫາສັດລ້ຽງຂອງຕົນບໍ່ທັນ ປັດຈຸບັນນີ້ພວກເຮົາໄດ້ມີແຈ້ງການ ແລະ ໄດ້ແນະນໍາໃຫ້ປະຊາຊົນຕ້ອງປະຕິບັດຕາມແຕ່ລະຂັ້ນຕອນເບື້ອງຕົ້ນດັ່ງນີ້: ໃຫ້ປະຊາຊົນມັດງົວ-ຄວາຍໄວ້ໃນຄອກທີ່ເຮັດຝາບັງລົມໜາວ, ກ່ຽວຫຍ້າມາເກືອ ແລະດັງໄຟເພື່ອໃຫ້ຄວາມອົບອຸ່ນ; ສ່ວນຜູ້ລ້ຽງປາກໍຄວນນໍາເອົາກະຊັງລ້ຽງປາລົງໃຕ້ນໍ້າໃຫ້ເລິກໆເທົ່າຈະເປັນໄປໄດ້ເພື່ອຫລີກລຽງນໍ້າເຢັນເກີນໄປ ແລະ ສັດປີກກໍຄວນຂັງໄວ້ໃນຄອກພ້ອມເອົາສິ່ງຫຸ້ມຫໍ່ເພື່ອຮັກສາຄວາມອົບອຸ່ນຕະຫລອດໃນໄລຍະອາກາດໜາວ.

ຂອບໃຈຮູບຖ່າຍຈາກເພື່ອນໆ ທາງເຟສບຸກ

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...