ຈະຈັດງານສະຫລອງວັນສ້າງຕັ້ງກໍາມະບານ ລາວຄົບຮອບ 60 ປີໃນຕົ້ນເດືອນກຸມພາ

ຂປລ. ​ສູນ​ກາງສະຫະພັນ​ກໍາມະບານ​ລາວ​ໄດ້ຈັດ​ພິທີ​ຖະ​ແຫລ​ງຂ່າວການ​ກະກຽມ​ສະ​ເຫີມ​ສະຫລອງ​​ວັນ​ສ້າງ​ຕັ້ງ​ສະຫະພັນ​ກໍາມະບານ​ລາວ​ ຄົບຮອບ 60 ປີ (ວັນ​ທີ1 ກຸມພາ 1956 -1 ກຸມພາ 2016) ຂຶ້ນ​ໃນວັນ​ທີ 15 ມັງກອນ ນີ້ ທີ່​ສໍານັກ​ງານ​ດັ່ງກ່າວ.

ທ່ານ ສີ​ມູນ ອຸ່ນ​ລາສີ ຮອງ​ປະທານ​ສູນ​ກາງສະຫະພັນກໍາມະບານ​ລາວ ​ໃຫ້​ຮູ້​ວ່າ: ​ເພື່ອ​ເປັນ​ການ​ປຸກລະດົມ​ສະມາຊິກ​ກໍາມະບານ, ກໍາມະກອນ, ຊາວ​ຜູ້​ອອກ​ແຮງ​ງານ​ລາວ​ບັນດາ​ເຜົ່າ​ ໃນ​ທົ່ວ​ປະ​ເທດ ​ເຂົ້າ​ຮ່ວມ​ຂະ​ບວນການສະ​ເຫລີ​ມສະຫລອງ​ວັນ​ດັ່ງກ່າວ ຄົບຮອບ 60 ປີ​ຢ່າງ​ຄຶກຄື້ນ​ມ່ວນ​ຊື່ນ. ​ເຊິ່ງຈະ​ມີຫລາຍ​ກິດຈະ​ກໍາ​​ໃນ​ວັນ​ທີ 1 ກຸມພາ, ມີ​ພິທີ​ໂຮມ​ຊຸມນຸມ​ໃຫຍ່​ ຢູ່​ຫໍ​ວັດທະນະ​ທໍາ​ແຫ່ງ​ຊາດ, ຈັດ​ວາງສະ​ແດງ​ສິນຄ້າ​ຢູ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ​ແຕ່​ວັນ​ທີ 26/1/-3/2/2016, ​ໂດຍ​ຈະ​​ໄດ້​ນໍາ​ເອົາ​ຜະລິດ​ຕະພັນ​ທີ່​ເປັນ​ສິນຄ້າ ຂອງ​ສະມາຊິກກໍາມະບານ, ກໍາມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ມາ​ວາງສະ​ແດງ ​ແລະ ຂາຍ​​, ພ້ອມ​ນັ້ນ ​ຈະ​ມີ​ການ​ເດີນ​ແບບ​ຊຸດ​ເຄື່ອງນຸ່ງ, ​ຊຸດ​ແຕ່​ລະ​ສາຂາ​ອາຊີບ​ຕ່າງໆ.

​ໂອກາດ​ນີ້, ​ທ່ານ​ຮອງ​ປະທານ​ສູນ​ກາງ​ສະຫະພັນ​ກໍາມະບານ​ ໄດ້​ຮຽກຮ້ອງ​ມາ​ຍັງ​ບັນດາຄະ ນະ​ບໍ​ລິ​ຫານ​ງານ​ສະຫະພັນ​ກໍາມະບານ ​ແລະ ສະມາຊິກ​ກຳມະບານທຸກ​ພາກສ່ວນ​ ພ້ອມ​ກັນ​ເຂົ້າ​ຮ່ວມ​ສ້າງ​ຂະ​ບວນດັ່ງກ່າວ ​ໃຫ້​​ເປັນ​ຂະ​ບວນ​ຟົດ​ຟື້ນ ມ່ວນ​ຊື່ນ.

DSC_0938 kammabane 1

ແຫຼ່ງຂ່າວ:logo_tienglao