ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເດີນທາງເຖິງນະຄອນຫລວງວຽງຈັນແລ້ວ

ຂປລ. ຄະນະ​ຜູ້​ແທນ​ກອງ​ປະຊຸມ​ໃຫຍ່​​​ໄດ້​ເດີນທາງ​ເຖິງ​ນະຄອນຫລວງ​ວຽງ​ຈັນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ໃນ​ວັນ​ທີ 16 ມັງກອນນີ້ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ ທີ່​ຈະ​ໄຂ​ຂຶ້ນ​​ເປັນ​ທາງ​ການໃນມໍ່ໆ​ນີ້. ຂະນະ​ທີ່​ການ​ຫ້າງ​ຫາ​ກະກຽມສິ່ງ​ອໍານວຍ​ຄວາມສະດວກຕ່າງໆ ​ເຊັ່ນ: ສະຖານ​ທີ່​ພັກ​ເຊົາ,ອາຫານ, ໜ່ວຍ​ງານ​ບໍລິການ​ແພດ, ກາ​ນຮັກສາ​ຄວາມ​ປອດ​ໄພ, ສະຖານ​ທີ່ສູນ​ຂໍ້​ມູນ​ຂ່າວສານ​ສໍາລັບ​ນັກ​ຂ່າວ ​ແລະ ອື່ນໆ​ແມ່ນ​ສໍາ​ເລັດ 100%. ​ໃນ​ໂອກາດທີ່ຄະນະ​ຜູ້​ແທນ​​ເດີນ ທາງ​ມາ​ເຖິງ​ນະຄອນ​ຫລວງວຽງ​ຈັນ, ກໍ​​​​ໄດ້ຖືກ​ຮັບ​ຕ້ອນຢ່າງອົບ​ອຸ່ນຈາກ​ການ​ນໍາຂັ້ນ​ສູງ, ພ້ອມ​​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ​ຊົມ​ເຊີຍ ​ຕໍ່​ຄະນະ​ນໍາ​​ທີ່​ເອົາ​ໃຈ​ໃສ່ ​ແລະ  ​ເອື້ອ​ອໍານວຍ​ຄວາມ​ສະດວກ​ຕ່າງໆ.​​

ສະຫາຍ ​ເພັດ​ສາຄອນ ຫລວງ​ອະ​ໄພ ​ເລຂາ​ພັກ, ​ເຈົ້າ​ແຂວງ​ອຸດົມ​ໄຊ​ ກ່າວ​ວ່າ: ຕົນ​ເອງ​ມີ​ຄວາມ​ດີ​ໃຈ ​ແລະ ພາກພູມ​ໃຈ​ຫລາຍ​ທີ່​ໄດ້​ຮັບ​ກຽດ ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ X ຂອງພັກ ຄັ້ງນີ້ ເຊິ່ງບໍ່ພຽງແຕ່ເປັນການ ປະກອບສ່ວນ ດ້ານກໍາລັງວັງຊາເຮືອແຮງເທົ່ານັ້ນ ແຕ່ຫາກຈະເປັນການອຸທິດສະຕິປັນຍາ, ອຸດົມການຢ່າງສຸດກົນສຸດປາຍ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ເຂົ້າ ໃນພາລະກິດປົກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມສີວິໄລ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຄວາມຜາສຸກຖ້ວນໜ້າ.

ພ້ອມນີ້ ສະຫາຍ ບຸນຕົ້ນ ຈັນທະພອນ ຮອງເລຂາພັກແຂວງຊຽງຂວາງ ກໍໄດ້ກ່າວວ່າ: ຫລາຍຊຸມປີຜ່ານມານັ້ນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມ ທຸກຍາກພາຍໃນແຂວງ ມີຖ່ວງທ່າພົ້ນເດັ່ນ ເຮັດໃຫ້ອັດຕາຄວາມທຸກຍາກ ທີ່ຕັ້ງເປົ້າໄວ້ໃຫ້ເຫລືອພຽງ 10% ແຕ່ການຈັດຕັ້ງປະຕິບັດຈິງນັ້ນພວກເຮົາເຮັດເກີນແຜນການ ແລະ ປັດຈຸບັນນີ້ມີພຽງແຕ່ 3% ເທົ່ານັ້ນ. ນີ້ໝາຍຄວາມວ່າ ກໍຍ້ອນພວກເຮົາຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ຜ່ານມາເຂົ້າ ໃນຊີວິດຕົວຈິງເຮັດໃຫ້ປະຊາຊົນ ບັນດາເຜົ່າບໍ່ວ່າຈະຢູ່ເທສະບານ ກໍຄືເຂດຫ່າງໄກສອກຫລີກໄດ້ຖືເອົາການ ຜະລິດກະສິນກໍາເປັນສິນຄ້າ ໄປຄວບຄູ່ກັບທິດພັດທະນາເຊັ່ນ: ການຂະຫຍາຍໂຮງຮຽນ, ໂຮງໝໍ, ບໍລິການນໍ້າສະອາດ ແລະ ພື້ນຖານ ໂຄງລ່າງເຂົ້າເຖິງປະຊາຊົນ ແລະ ເຂດບ້ານຕ່າງໆ ມີຜົນສໍາເລັດຢ່າງຫລວງຫລາຍ. ສະນັ້ນ ພວກເຮົາໃນນາມຕາງໜ້າໃຫ້ປະຊາຊົນ, ພະນັກງານລັດຖະກອນ ແລະ ນັກຮຽນຮູ້ປັນຍາຊົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງ X ຂອງພັກຄັ້ງນີ້ ກໍໄດ້ກະກຽມ ຄວາມພ້ອມທຸກໆດ້ານ, ໂດຍອີງໃສ່ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ IX ຂອງພັກ ຜ່ານມານັ້ນເພື່ອສືບຕໍ່ຜັນຂະຫຍາຍໃຫ້ເກີດດອກອອກຜົນ ແລະມີຜົນສໍາເລັດໃຫຍ່ຫລວງກວ່າເກົ່າ

_8880042 lungaphai 1 _8880042 lungaphai 2

ແຫຼ່ງຂ່າວ:logo_tienglao