ຄະນະຜູ້ແທນສົມບູນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ວາງພວງມາລາ

ຂປລ : ​​ໃນ​​ວັນ​ທີ 17 ມັງກອນນີ້, ຄະນະຜູ້​ແທນສົມບູນ​ກອງ​ປະຊຸມ​​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະກອບ​ດ້ວຍ​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໃໝ​ທີ IX, ຄະນະຜູ້​ແທນ​ຈາກ​ກຳລັງ​ປະກອບ​ອາວຸດ, ​ຈາກ​ອົງການ​ນິຕິບັນຍັດ, ຕຸລາການ, ກະຊວງ-ອົງການ, ຈາກອົງການ​ສູນ​ກາງ​ພັກ, ​ແນວ​ລາວ​ສ້າງ​ຊາດ ​ແລະ ອົງການ​ຈັດຕັ້ງມະຫາຊົນ, ​ຈາກ​ກະຊວງ​ໃນ​ຂົງ​ເຂດ​ວັດທະນະທຳ-ສັງຄົມ ​ແລະ ການ​ຕ່າງປະ​ເທດ ​ແລະ ຈາກ​ກະຊວງ​ໃນ​ຂົງ​ເສດຖະກິດ ​ແລະ ຄະນະ​ຜູ້​ແທນ​ຈາກ​ບັນດາ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເຊິ່ງນຳ​ໂດຍ ​ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​​ສູນ​ກາງ​ພັກ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ຮ່ວມວາງ​ພວງມາລາ​ຢູ່​ໜ້າ​ອານຸສາ​ວະລີ​ນັກຮົບນິ​ລະ​ນາມ ​ແລະ ວາງ​ກະຕ່າ​ດອກ​ໄມ້້​ ທີ່​ອານຸສອນ​ສະຖານ ປະທານ ໄກສອນ ​ພົມວິຫານ.

 ການ​​ວາງ​ພວງມາລາ ​ແລະ ກະຕ່າດ​ອກ​ໄມ້​ຄັ້ງ​ນີ້ ແມ່ນ​​ໄດ້ຈັດ​ຂຶ້ນ​ກ່ອນ​ກອງ​ປະຊຸມ​ໃຫຍ່​​ຄັ້ງ​ທີ X ຂອງ​ພັກ ທີ່ຈະ​ໄຂ​ຂຶ້ນ​ຢ່າງເປັນທາງ​ການ, ທັງ​ນີ້ ​​ເພື່ອ​ເປັນ​ການສະ​ແດງ​ຄວາມ​ເຄົາລົບ ​ແລະ ຮູ້​ບຸນ​ຄຸນຕໍ່​ວິລະ​ບູລຸດ, ພະນັກງານ​ນັກຮົບຜູ້​ທີ່​ເສຍສະຫລະ​ຊີວິດ​ເລືອດ​ເນື້ອ​ ໃນພາລະກິດ​ຕໍ່ສູ້ ​ປົດ​ປ່ອຍ​ຊາດຍາດ​​ເອົາ​​ເອກະລາດ ​ແລະ ຄວາມ​ເປັນ​ເອກະ​ພາບມາ​ໃຫ້​ປະ​ເທດ​ຊາດ​, ສ້າງ​ເງື່ອນ​ໄຂ​ໃຫ້​ປວງ​ຊົນ​ລາວ​ທັງ​ຊາດ​​ໄດ້​​ເສີມ​ຂະຫຍາຍ​ເຫື່ອ​ແຮງ ສະຕິ​ປັນຍາ​ຂອງ​ຕົນ ​ເຂົ້າ​ໃນພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ ​​ໃຫ້​ມີ​ຄວາມຈະ​ເລີ​ນ​ຮຸ່ງ​ເຮືອງ​ສີ​ສີວິ​ໄລຍິ່ງ​ໆຂຶ້ນ

ABC_7343choummali 1

ABC_7343choummali 2

_8880069 1

_8880069 2

_8880069 4

ແຫຼ່ງຂ່າວ:logo_tienglao