spot_img
Homeມູມໄອທີລາວລື! ອາດຈະມີ SAMSUNG GALAXY S7 PREMIUM EDITION ລຸ້ນພິເສດ

ລື! ອາດຈະມີ SAMSUNG GALAXY S7 PREMIUM EDITION ລຸ້ນພິເສດ

Published on

ຍັງ​ຄົງ​ມີ​ຂ່າວ​ຄາວ​ທີ່​ໜ້າ​ສົນ​ໃຈ​ໃໝ່​ໆ ໃນ​ແວ​ດວົງໄອ​ທີມາ​ໃຫ້​ໄດ້​ຕິດ​ຕາມ​ກັນ​ເຊັ່ນ​ເຄີຍ ກໍ​ຍັງ​ຄົງ​ມີ​ຂ່າວ​ລື​ອອກ​ມາ​ໃຫ້​ເຮົາ​ໄດ້​ເຫັນ​ກັນ​ກ່ຽວກັບສະ​ມາດ​ໂຟນລຸ້ນ​ຕໍ່ໄປຂອງ  Samsung ຢ່າງ Samsung Galaxy S7 ທີ່​​ອອກ​ມາ​ເລື້ອຍ​ໆຫລາຍ​​ແທ້ໆ ໂດຍ​ຂໍ້​ມູນ​ທີ່​ມີ​ອອກ​ມາ​ນັ້ນ​ບອກ​ດ້ວຍ​ວ່າ ທາງ Samsung ເອງ​ມີ​ແຜນ​ທີ່​ຈະ​ຜະລິດ  Samsung Galaxy S7 Premium Edition ລຸ້ນ​ພິເສດ​ທີ່​ມີ​ຄຸນສົມບັດ​ຕົວ​ເຄື່ອງ​ອັນ​ສຸດ​ຍອດ​ອອກ​ມາ​ອີກ​ດ້ວຍ​, ເວັບ​ໄຊຕ໌ Weibo ຈາກ​ຈີນ​ລາຍ​ງານ​ວ່າ Samsung Galaxy S7 Premium Edition ນັ້ນ​ຈະ​ເປັນສະ​ມາດ​ໂຟນລຸ້ນ​ພິເສດ​ທີ່​ທາງ Samsung ຈະ​ຜະລິດ​ອອກ​ມາ​ດ້ວຍ ໂດຍ​ຈະ​ມາ​ພ້ອມ​ກັບ ຊິບ​ເຊັດ Exynos 8890 ລຸ້ນ​ພິເສດ ແລະ​ຊິບ​ກາບ​ຟິກ (GPU) Mali-T880 ທີ່​ມີ​ແກນ​ປະ​ມວນ​ຜົນ​ຫລາຍ​ເຖິງ 14 ແກນ

ลืออีก-อาจจะมี-samsung-galaxy-s7-premium-edition-เรือธงรุ่นพิเศษ

ບໍ່​ພຽງ​ເທົ່າ​ນັ້ນ​ ຂໍ້​ມູນ​ຍັງ​​ບອກອີກ​ດ້ວຍ​ວ່າ ໜ້າ​ຈໍ​ສະແດງ​ຜົນ​ຂອງ Samsung Galaxy S7 Premium Editionນັ້ນ​ຈະ​ມີ​ຄວາມ​ລະອຽດ​ສູງ​ລະ​ດັບ   Ultra HD 4K ພ້ອມ​ດ້ວຍ ກ້ອງ​ດິ​ຈິ​ຕ້ອນ​ດ້ານ​ຫລັງ​ແບບ​ຄູ່ ຈາກ  Sony ອີກ​ດ້ວຍ

ลืออีก-อาจจะมี-samsung-galaxy-s7-premium-edition-เรือธงรุ่นพิเศษ-01

​ແຕ່​ຈະ​ຢ່າງໃດ​ກໍ​ຕາມ ນີ້​ກໍ​ຍັງ​ຄົງ​ເປັນພຽງ​ແຕ່​ຂ່າວ​ລື​ເທົ່າ​ນັ້ນ ຊຶ່ງ​ຈະ​​ຢ່າງໃດ​ນັ້ນ​ເຮົາ​ກໍ​ຍັງບໍ່ຮູ້​ ເພາະ​ທາງ Samsung ກໍ​ບໍ່​ໄດ້​ອອກ​ມາ​ຢືນຢັນ​ກ່ຽວກັບ​ເລື່ອງ​ນີ້​ແຕ່​ຢ່າງ​ໃດ ແຕ່​ມັນ​ກໍ​ນ່າ​ຈະ​ມີ​ຄວາມ​ເປັນ​ໄປ​ໄດ້​ຢູ່​ເຊັ່ນ​ກັນ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...