spot_img
Homeມູມໄອທີລາວອັບເດດ Android 6.0! Samsung Galaxy ລຸ້ນໃດຈະໄດ້ໄປຕໍ່

ອັບເດດ Android 6.0! Samsung Galaxy ລຸ້ນໃດຈະໄດ້ໄປຕໍ່

Published on

ໃຜ​ໃຊ້  Samsung Galaxy ຕ້ອງ​ຮີບ​ອ່ານ​ກັນ​ເລີຍ ເພາະ​ສະ​ມາດ​ໂຟນ​ໃນ​ມື​ເຈົ້າ​ອາດ​ໄດ້​ໄປ​ຕໍ່​ກັບ  Android 6.0 Marshmallow ເ​ຟິມແວລ໌​ລຸ້ນ​ຫລ້າ​ສຸດ​ຈາກ​ທາງ Google

untitled-1

ເວັບ​ໄຊຕ໌  TimesNews.co.uk ໄດ້​ສະແດງ​ຂໍ້​ມູນ​ທີ່​ອ້າງ​ວ່າ​ເປັນ​ກຳນົດ​ການ​ອັບ​ເດດ​ເຟິ​ມແວລ໌​ຂອງ  Samsung Galaxy ຈາກ​​ທີ່​ໃຊ້​ກັນ​ໃນ​ປະຈຸບັນ ມາ​ເປັນ  Android 6.0 Marshmallow ເ​ຟິມ​ແວລ໌​ລຸ້ນ​ຫລ້າ​ສຸດ​ຈາກ​ທາງ Google ໂດຍ Note 5 ກັບ  S6 Edge+ ຈະ​ເປັນ​ສອງ​ລຸ້ນ​ທຳອິດ​ທີ່ອັບເດດພາຍ​ໃນ​ເດືອນ​ທັນວາ​ນີ້ ກ່ອນທີ່ຈະ​ເປັນ S6 ແລະ S6 Edge ທີ່​ໄດ້​ອັບ​ເດດ​ຕໍ່​ມາ​ໃນ​ເດືອ​ນມັງກອນ ແລະ​ປິດ​ທ້າຍ​ດ້ວຍ Note 4 ແລະ Note Edge ທີ່​ຈະ​ໄດ້​ອັບ​ເດດ​ໃນ​ເດືອນ​ກຸມພາ ປີ 2016 ຂະນະ​ທີ່ S5 ແລະ Galaxy Alpha ຍັງ​ຕ້ອງ​ລໍຖ້າ​ການ​ຄອນ​ເ​ຟິ​ມ ຊຶ່ງ​ລຸ້ນ​ທີ່​ກ່າວ​ມາ​ທັງ​ໝົດ​ນີ້​ຈະ​ຢູ່​ເຟດ 1 ທີ່​ທາງ Samsung ໄດ້​ວາງ​ແຜນ​ເອົາ​ໄວ້

untitled-2

ສ່ວນ Galaxy A8, A7, A5, A3, E7 ແລະ E5 ຍັງ​ຢູ່ໃນ​ເສັ້ນ​ທາງ​ທີ່​ມີ​ໂອ​ກາດ​ໄດ້​ໄປ​ຕໍ່​ກັບ  Android 6.0 Marshmallow ຊຶ່ງ​ຖືກ​ວາງ​ໃຫ້​ຢູ່ໃນ​ເຟດ 2 ແຕ່​ຍັງ​ບໍ່​ມີ​ການ​ຢືນຢັນ​ເຖິງ​ໄລ​ຍະ​ເວລາ​ໃນ​ການ​ອັບ​ເດດ

ສຳລັບ Samsung Galaxy ລຸ້ນ​ອື່ນໆ ທີ່​ຍັງ​ບໍ່​ມີ​ລາຍ​ຊື່​ຕາມ​ຂໍ້​ມູນ​ທີ່​ຫລຸດ​ອອກ​ມາ ​ຕ້ອງ​ລຸ້ນ​ກັນ​ວ່າ​ຈະ​ໄດ້​ໄປ​ຕໍ່​ກັບ​ ເຟິ​ມ​ແວລ໌​ລຸ້ນ​ໃໝ່​ນີ້ຫລືບໍ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...