ລັດຖະບານຣັດເຊຍສົ່ງເຄື່ອງບິນໄປຮັບສົບຂອງຜູ້ເສຍຊີວິດຈາກເຫດເຄື່ອງບິນໂດຍສານ ຂອງສາຍການບິນ “ໂຄກາລີມາເວຍ” ຕົກທີ່ທະເລໄຊນາຍຂອງອີຍິບ ເຮັດໃຫ້ມີຜູ້ເສຍຊີວິດ 224 ລາຍ ຂະນະທີ່ຫລາຍຝ່າຍເຕືອນບໍ່ຄວນເລັ່ງສະຫລຸບສາເຫດຂອງເຫດເສົ້າສະຫລົດເທື່ອນີ້ ມື້ວັນຈັນທີ່ 2 ພະຈິກ 2015 ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໄຄໂລ ປະເທດອີຍິບ ເມື່ອວັນທີ່ 2 ພະຈິກ ກ່ຽວກັບຄວາມຄືບໜ້າຫລັງເກີດເຫດເສົ້າສະຫລົດຖ້ຽວບິນເຄຈີແອນ9268 ຂອງສາຍການບິນໂຄກາລີມາເວຍ ຕົກໃນເຂດພູເຂົາຂອງທະເລໄຊນາຍ ທາງຕອນເໜືອຂອງອີຍິບ ເມື່ອມື້ວັນເສົາທີ່ຜ່ານມາ ພາກຊີວິດຜູ້ຢູ່ເທິງເຄື່ອງທັງ 224 ຄົນ ຖ້ຽວບິນພິເສດຂອງລັດຖະບານຣັດເຊຍຮັບເອົາຮ່າງຂອງຜູ້ເສຍຊີວິດກຸ່ມທຳອິດ 144 ລາຍ ອອກເດີນທາງຈາກສະໜາມບິນຂອງກອງທັບອາກາດອີຍິບ ໃນເມືອງຄາເບດ ເດີນໜ້າກັບນະຄອນເຊນປີເຕີສ໌ເບີກແລ້ວ ເມື່ອມື້ວັນອາທິດ ຂະນະທີ່ປະທານາທິບໍດີອັບເດລ໌ ຟັດຕາ ອັນຊິຊີ ຜູ້ນຳອີຍິບ ຖະແຫລງຂໍໃຫ້ທຸກຝ່າຍຢ່າຢ້າວດ່ວນສະຫລຸບ “ສາເຫດທີ່ແທ້ຈິງ” ຂໍເຫດການເສົ້າສະຫລົດໃນເທື່ອນີ້ ພ້ອມທັງເຜີຍວ່າ ຜູ້ຊ່ຽວຊານຢູ່ລະຫວ່າງກວດສອບໂດຍອາໄສເບາະແສຈາກກ່ອງບັນທຶກຂໍ້ມູນການບິນ ຫລືກ່ອງດຳ ຊຶ່ງທີມກູ້ໄພສາມາດເກັບກູ້ໄດ້ຄົບແລ້ວທັງສອງກ່ອງ ດ້ານທ້າວວິກເຕີລ໌ ໂຊໂລເຊນໂກ ປະທານຄະນະກັນມາທິການການບິນລະຫວ່າງລັດຂອງທາງການຣັດເຊຍ ໃນຖານະຫົວໜ້າທີມສືບສວນ ກ່າວວ່າເສດຊາກຂອງເຄື່ອງບິນແຕກກະຈາຍອອກເປັນລັດສະໜີກວ້າງຫລາຍກິໂລແມັດ ແລະເຫັນພ້ອມກັບຜູ້ນຳອີຍິບວ່າ ທຸກຝ່າຍຍັງບໍ່ຄວນເລັ່ງສະຫລຸບສາເຫດການຕົກຂອງເຄື່ອງບິນ ໃນມື້ດຽວກັນ ສະຖານທີ່ລາດສະການທຸກແຫ່ງໃນຣັດເຊຍຫລຸດທົງຊາດລົງເຄິ່ງເສົາເພື່ອສະແດງຄວາມໄວ້ອາໄລໃຫ້ ແກ່ຜູ້ເສຍຊີວິດ ຂະນະທີ່ສະຖານີໂທລະທັດ ແລະ ວິທະຍຸທຸກແຫ່ງງົດລາຍການບັນເທີງ ໂດຍປະຊາຊົນຈຳນວນຫລາຍອອກມາຊຸມນຸມກັນທີ່ຈະຕຸລັດໃນເຂດໃຈກາງນະຄອນເຊນປີເຕີສ໌ເບີກ ເພື່ອຮ່ວມກັນຈູດທຽນໄວ້ອາໄລ ດ້ານກຸ່ມສາຍການບິນໃນຕະເວັນອອກກາງ ນຳໂດຍເອມິເຣດສ໌ ເອທິຮັດ ກາຕາລ໌ ແອລ໌ເວີຍ ຄູເວດ ອອກຖະແຫລງການໃນເວລາໄລ່ເລ່ຍກັນ ເລື່ອງການລະງັບບິນຜ່ານພາກເໜືອຂອງອີຍິບ ໂດຍສະເພາະທະເລໄຊນາຍ ຢ່າງໃດກໍຕາມ ສະເພາະເອທິຮັດຢືນຢັນຈະຍັງຄົງບິນຜ່ານທະເລໄຊນາຍ ແຕ່ລ້ຽງນ່ານຟ້າບາງຈຸດໃນພື້ນທີ່ ຖ້ຽວບິນ ເຄຈີແອນ9268 ຂອງສາຍການບິນໂຄກາລີມາເວຍ ໃຊ້ເຄື່ອງບິນແອລ໌ບັດເອ-321 ອອກເດີນທາງຈາກເມືອງຊາມເອນຊີກ ທະເລແດງຂອງອີຍິບ ເມື່ອມື້ວັນເສົາ ໂດຍມີຈຸດໝາຍຄືນະຄອນເຊນປີເຕີສ໌ເບີກໃນຣັດເຊຍ ມີຜູ້ໂດຍສານ 217 ຄົນ ແລະລູກເຮືອ 7 ຄົນ ຂາດການຕິດຕໍ່ກັບຫໍບັງຄັບການບິນໃນໄຊປັດຫລັງອອກເດີນທາງໄດ້ພຽງ 23 ນາທີ ເຫດການທີ່ເກີດຂື້ນຖືເປັນອຸບັດຕິເຫດທາງອາກາດເທື່ອຮ້າຍແຮງທີ່ສຸດໃນປະຫວັດສາດຂອງຣັດເຊຍ“
ຣັດເຊຍຮັບສົບຜູ້ເຄາະເຄື່ອງບິນຕົກທີ່ອີຍິບ
639

ບົດຄວາມຫຼ້າສຸດ
ຂໍ້ມູນກ່ຽວກັບປະເທດລາວ
ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024
ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...
ຂ່າວຕ່າງປະເທດ
ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ
ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ
- ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...
ຄວາມຮູ້ຮອບຕົວ
ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ
ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ.
ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ.
ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...
ຂ່າວຕ່າງປະເທດ
ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ
ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ.
ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...