Homeຂ່າວຍົນຕົກ ຣັດເຊຍຮັບສົບຜູ້ເຄາະເຄື່ອງບິນຕົກທີ່ອີຍິບ

ຣັດເຊຍຮັບສົບຜູ້ເຄາະເຄື່ອງບິນຕົກທີ່ອີຍິບ

Published on

ລັດຖະບານ​ຣັດ​ເຊຍ​ສົ່ງ​ເຄື່ອງ​ບິນ​ໄປ​ຮັບ​ສົບ​ຂອງ​ຜູ້​ເສຍຊີວິດ​ຈາກ​ເຫດ​ເຄື່ອງ​ບິນ​ໂດຍ​ສານ ຂອງ​ສາຍ​ການ​ບິນ “ໂຄ​ກາ​ລີ​ມາ​ເວຍ” ຕົກ​ທີ່​ທະເລ​ໄຊ​ນາຍ​ຂອງ​ອີ​ຍິບ ເຮັດໃຫ້​ມີ​ຜູ້​ເສຍຊີວິດ 224 ລາຍ ຂະນະ​ທີ່​ຫລາຍ​ຝ່າຍ​ເຕືອນ​ບໍ່​ຄວນ​ເລັ່ງ​ສະຫລຸບ​ສາ​ເຫດ​ຂອງ​ເຫດເສົ້າສະຫລົດ​ເທື່ອ​ນີ້ ມື້​ວັນຈັນ​ທີ່ 2 ພະຈິກ 2015 ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ນະຄອນຫລວງໄຄ​ໂລ ປະເທດ​ອີ​ຍິບ ເມື່ອ​ວັນທີ່ 2 ພະຈິກ ກ່ຽວກັບ​ຄວາມ​ຄືບ​ໜ້າ​ຫລັງ​ເກີດ​ເຫດເສົ້າສະຫລົດ​ຖ້ຽວ​ບິນ​ເຄ​ຈີ​ແອນ9268 ຂອງ​ສາຍ​ການ​ບິນ​ໂຄ​ກາ​ລີ​ມາ​ເວຍ ຕົກ​ໃນ​ເຂດ​ພູເຂົາ​ຂອງ​ທະເລ​ໄຊ​ນາຍ ທາງ​ຕອນ​ເໜືອ​ຂອງ​ອີ​ຍິບ ເມື່ອ​ມື້ວັນ​ເສົາ​ທີ່​ຜ່ານມາ ພາກ​ຊີວິດ​ຜູ້​ຢູ່​ເທິງ​ເຄື່ອງ​ທັງ 224 ຄົນ ​ຖ້ຽວ​ບິນ​ພິເສດ​ຂອງ​ລັດຖະບານ​ຣັດ​ເຊຍ​ຮັບເອົາ​ຮ່າງຂອງ​ຜູ້​ເສຍຊີວິດ​ກຸ່ມທຳອິດ 144 ລາຍ ອອກເດີນທາງ​ຈາ​ກສະ​ໜາມ​ບິນ​ຂອງ​ກອງທັບ​ອາ​ກາດ​ອີ​ຍິບ ໃນ​ເມືອງ​ຄາເບດ​ ເດີນໜ້າ​ກັບ​ນະຄອນ​ເຊນ​ປີ​ເຕີ​ສ໌ເບີກ​ແລ້ວ ເມື່ອ​ມື້​ວັນອາທິດ ຂະນະ​ທີ່​ປະ​ທາ​ນາ​ທິບໍ​ດີ​ອັບ​ເດລ໌ ຟັດ​ຕາ ອັນຊິ​ຊີ ຜູ້​ນຳ​ອີ​ຍິບ ຖະແຫລງຂໍ​ໃຫ້​ທຸກ​ຝ່າຍ​ຢ່າ​ຢ້າວດ່ວນ​ສະຫລຸບ “ສາ​ເຫດ​ທີ່​ແທ້​ຈິງ” ຂໍ​ເຫດການເສົ້າສະຫລົດໃນເທື່ອ​ນີ້ ພ້ອມ​ທັງ​ເຜີຍ​ວ່າ ຜູ້​ຊ່ຽວຊານ​ຢູ່​ລະຫວ່າງ​ກວດ​ສອບ​ໂດຍ​ອາໄສ​ເບາະ​ແສ​ຈາກ​ກ່ອງ​ບັນ​ທຶກ​ຂໍ້​ມູນ​ການ​ບິນ ຫລື​ກ່ອງ​ດຳ ຊຶ່ງ​ທີມ​ກູ້​ໄພ​ສາມາດ​ເກັບ​ກູ້​ໄດ້​ຄົບ​ແລ້ວ​ທັງ​ສອງ​ກ່ອງ ດ້ານ​ທ້າວ​ວິກ​ເຕີລ໌ ໂຊ​ໂລ​ເຊນ​ໂກ ປະ​ທານ​ຄະນະ​ກັນ​ມາ​ທິ​ການ​ການ​ບິນ​ລະຫວ່າງ​ລັດ​ຂອງ​ທາງ​ການ​ຣັດ​ເຊຍ ໃນ​ຖານະ​ຫົວ​ໜ້າ​ທີມ​ສືບ​ສວນ ກ່າວ​ວ່າ​ເສດ​ຊາກ​ຂອງ​ເຄື່ອງ​ບິນ​ແຕກ​ກະ​ຈາຍ​ອອກ​ເປັນ​ລັດສະໜີ​​ກວ້າງ​ຫລາຍ​ກິ​ໂລ​ແມັດ ແລະ​ເຫັນ​ພ້ອມກັບ​ຜູ້​ນຳ​ອີ​ຍິບ​ວ່າ ທຸກ​ຝ່າຍ​ຍັງ​ບໍ່​ຄວນ​ເລັ່ງ​ສະຫລຸບ​ສາ​ເຫດ​ການ​ຕົກ​ຂອງ​ເຄື່ອງ​ບິນ ໃນ​ມື້​ດຽວ​ກັນ ສະຖານ​ທີ່​ລາດ​ສະການ​ທຸກ​ແຫ່ງ​ໃນ​ຣັດ​ເຊຍ​ຫລຸດ​ທົງ​ຊາດ​ລົງ​ເຄິ່ງ​ເສົາ​ເພື່ອ​ສະແດງ​ຄວາມ​ໄວ້​ອາໄລ​ໃຫ້ ແກ່​ຜູ້​ເສຍຊີວິດ ຂະນະ​ທີ່​ສະ​ຖາ​ນີ​ໂທລະ​ທັດ ​ແລະ​ ວິທະ​ຍຸ​ທຸກ​ແຫ່ງ​ງົດ​ລາຍ​ການ​ບັນ​ເທີງ ໂດຍ​ປະຊາຊົນ​ຈຳນວນ​ຫລາຍ​ອອກ​ມາ​ຊຸມ​ນຸມ​ກັນ​ທີ່​ຈະຕຸລັດ​ໃນ​ເຂດ​ໃຈ​ກາງ​ນະຄອນ​ເຊນ​ປີ​ເຕີ​ສ໌ເບີກ ເພື່ອ​ຮ່ວມ​ກັນ​ຈູດ​ທຽນ​ໄວ້​ອາໄລ ດ້ານ​ກຸ່ມ​ສາຍ​ການ​ບິນ​ໃນ​ຕະເວັນ​ອອກ​ກາງ ນຳ​ໂດຍ​ເອ​ມິ​ເຣດສ໌ ເອ​ທິ​ຮັດ ກາ​ຕາລ໌ ແອລ໌​ເວີຍ​ ຄູ​ເວດ ອອກຖະແຫລງ​​ການ​ໃນ​ເວລາ​ໄລ່​ເລ່ຍ​ກັນ ເລື່ອງ​ການ​ລະ​ງັບ​ບິນ​ຜ່ານ​ພາກ​ເໜືອ​ຂອງ​ອີ​ຍິບ ໂດຍ​ສະເພາະ​​ທະເລ​ໄຊ​ນາຍ ຢ່າງໃດ​ກໍ​ຕາມ ສະເພາະ​ເອ​ທິ​ຮັດ​ຢືນຢັນ​ຈະ​ຍັງ​ຄົງ​ບິນ​ຜ່ານ​​ທະເລ​ໄຊ​ນາຍ ແຕ່​ລ້ຽງ​ນ່ານ​ຟ້າ​ບາງ​ຈຸດ​ໃນ​ພື້ນ​ທີ່ ຖ້ຽວ​ບິນ ເຄ​ຈີ​ແອນ9268 ຂອງ​ສາຍ​ການ​ບິນ​ໂຄ​ກາ​ລີ​ມາ​ເວຍ ໃຊ້​ເຄື່ອງ​ບິນ​ແອລ໌​ບັດ​ເອ-321 ອອກເດີນທາງ​ຈາກ​ເມືອງ​ຊາມເອນຊີກ ​ທະ​ເລ​ແດງ​ຂອງ​ອີ​ຍິບ ເມື່ອ​ມື້ວັນ​ເສົາ ໂດຍ​ມີ​ຈຸດ​ໝາຍ​ຄື​ນະຄອນ​ເຊນ​ປີ​ເຕີ​ສ໌ເບີກ​ໃນ​ຣັດ​ເຊຍ ມີ​ຜູ້​ໂດຍ​ສານ 217 ຄົນ ແລະ​ລູກ​ເຮືອ 7 ຄົນ ຂາດ​ການ​ຕິດ​ຕໍ່​ກັບ​ຫໍ​ບັງຄັບ​ການ​ບິນ​ໃນ​ໄຊ​ປັດ​ຫລັງ​ອອກເດີນທາງ​ໄດ້​ພຽງ 23 ນາ​ທີ ເຫດການ​ທີ່ເກີດຂື້ນ​ຖື​ເປັນ​ອຸບັດຕິເຫດ​ທາງ​ອາ​ກາດ​ເທື່ອ​ຮ້າຍແຮງ​ທີ່ສຸດ​ໃນ​ປະຫວັດສາດ​ຂອງ​ຣັດ​ເຊຍ“

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...