spot_img
Homeຂ່າວຕ່າງປະເທດຣັດເຊຍຍິງລູກສອນໄຟໂຈມຕີກຸ່ມກໍ່ການຮ້າຍຢູ່ຊີຣີ

ຣັດເຊຍຍິງລູກສອນໄຟໂຈມຕີກຸ່ມກໍ່ການຮ້າຍຢູ່ຊີຣີ

Published on

ໃນວັນທີ 8 ຕຸລາ 2015, ແຫ່ງຂ່າວເອພີເປີດເຜີຍວ່າຣັດເຊຍຍິງລູກສອນໄຟຈາກກໍາປັ່ນຢູ່ທະເລແຄສປຽນຂ້າມປະເທດອີຣັກ ແລະ ອີຣານຕົກໃສ່ເປົ້າຫມາຍທຸກໆຈຸດບໍ່ມີຜິດພາດຕໍ່ກຸ່ມກໍ່ການຮ້າຍ ຫລື ກຸ່ມຕິດອາວຸດຢູ່ປະເທດຊີຣີ ເຮັດໃຫ້ກຸ່ມຕິດອາວຸດແຕກຫນີຕາຍຫນ້າດໍາຕາແດງ. ຫລັງການຍິງລູກສອນໄຟສິ້ນສຸດລົງ, ນັກສັງເກດການດ້ານອາວຸດທາງອາກາດໃຫ້ທັດສະນະວ່າສູກສອນໄຟຂອງຣັດເຊຍດັ່ງກ່າວເປັນລູກສອນໄຟທີ່ແມ້ນຢໍ່າທີ່ສຸດໃນໂລກໃນຍຸກປັດຈຸບັນເພາະຍິງໄກໄດ້ 1,500 ກິໂລແມັດ ແຕ່ຖືກເປົ້າຫມົດ ເຊິ່ງເຮັດໃຫ້ສະຫະລັດຕອ້ງຕົກສະເງີ້ ແລະ ເປັນສິ່ງທ້າທາຍໃຫມ່.

ຂ່າວຈາກ ຂ່າວສານປະເທດລາວ https://www.facebook.com/pathedlao.lao?fref=ts

ຂປລ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...