ການແຂ່ງຂັບບານເຕະ AFC CUP ລະຫວ່າງ ລາວໂຕໂຢຕ້າ(ລາວ) ກັບ ນິວເຣດຽນ(ເມົາດິບ) ໃນວັນພຸດວັນທີ 13 ພຶດສະພາ 2015 ທີ່ຜ່ານມາຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 18:00 ໂມງ
ໃນເຄິ່ງເວລາທຳອິດ ນິວເຣດຽນ(ເມົາດິບ) ຂື້ນນຳກ່ອນໃນນາທີ 33 ໂດຍ FASIR ແລະ ຫຼີ້ນຈົນຈົບເຄີ່ງເວລາທຳອິດບໍ່ມີປະຕູເກີດຂື້ນເຮັດໃຫ້ ນິວເຣດຽນ ຂື້ນນຳກ່ອນ 1-0
ມາເຖີງເຄີ່ງເວລາທີ 2 ຫຼີ້ນບານກັນຢ່າງດຸເດືອດລະຫວ່າງທັງສອງທີມແຕ່ກໍ່ບໍ່ມີປະຕູເກີດຂື້ນ, ຈົນຍັງເຫຼືອເວລາພຽງແຕ່ 9 ນາທີເທົ່ານາທີທີ່ຄົນລາວຕ້ອງໂຮພ້ອມກັນເມື່ອນັກເຕະຂອງ ລາວໂຕໂຢຕ້າ ສາມາດຍິງຕີສະເໝີໃນນາທີ 81 ໂດຍການຍິງຂອງ KAZUO HOMMA ເຮັດໃຫ້ຈົບການແຂ່ງຂັນສະເໝີກັນໄປທີ່ 1-1 ປະຕູ
