spot_img
Homeຂ່າວພາຍ​ໃນລົດພິແຄນໂຕ້ເສຍຫຼັກ ພິກຫຼາຍຮອບເສຍຫາຍຢ່າງໜັກ

ລົດພິແຄນໂຕ້ເສຍຫຼັກ ພິກຫຼາຍຮອບເສຍຫາຍຢ່າງໜັກ

Published on

ເວລາປະມານ 17 ໂມງຂອງວັນທີ 17 ເມສາ 2015 ໄດ້ເກີດເຫດລົດພິແຄນໂຕ້ເດິນທາງ ກັບມາຈາກປາກຊັນ ມຸ່ງໜ້າຂຶ້ນວຽງຈັນ ເສຍຫຼັກ ແລ້ວຕຳເອົາຫຼັກປ້າຍຈະລາຈອນຂາດເປັນສອງທ່ານ, ຕຳຫຼັກໝາຍເຂດທາງ ກິ້ງຫຼາຍຮອບ ສະພາບລົດເສຍຫາຍຢ່າງໜັກ ເຫດເກີດທີ່ໂຄ້ງເຂດບ້ານໜອງເກີນ ເມືອງທ່າພະບາດ(?) ແຂວງບໍລິຄຳໄຊ

ພໍດີທີມຂ່າວ ລາວໂພສເດິນທາງມາເຫັນພໍດີ ກໍເລີຍລົງໄປຊ່ວຍເຫຼືອພ້ອມດ້ວຍ ນັກທ່ອງທ່ຽວທີ່ເດິນທາງມາ ພ້ອມກັນຊ່ວຍພິກລົດຂຶ້ນ ແລ້ວທີມຂ່າວພວກເຮົາກໍໄດ້ຕິດຕໍ່ຫາໜ່ວຍກູ້ໄພໄປໃຫ້ການຊ່ວຍເຫຼືອ.

ໂຊກດີທີ່ເຈົ້າຂອງລົດໄດ້ໃສ່ສາຍຮັດນິລະໄພ ແລະຖົງລົມນິລະໄພເຮັດວຽກ ຈຶ່ງເຮັດໃຫ້ຜູ້ກ່ຽວໄດ້ຮັບບາດເຈັບບໍ່ໜັກປານໃດ, ຄົນເຈັບດັ່ງກ່າວແມ່ນເດິນທາງຄົນດຽວ ແລະເປັນຄົນປາກກືກ (ບໍ່ຮູ້ປາກ ອາໄສແຕ່ພາສາມື) ຈຶ່ງບໍ່ຮູ້ວ່າຜູ້ປະສົບເຫດຊື່ຫຍັງ ດັ່ງນັ້ນ ຖ້າທ່ານຜູ້ອ່ານທ່ານໃດຮູ້ຈັກ ຂໍໃຫ້ຊ່ວຍບອກຍາດພີ່ນ້ອງຄົນເຈັບ ຫຼືຊ່ວຍກະຈາຍຂ່າວໃຫ້ຍາດພີ່ນ້ອງຜູ້ກ່ຽວຮັບຊາບດ້ວຍ.

ລົດພິແຄນໂຕ້ ສະພາບຍັງໃໝ່ ໃສ່ປ້າຍພື້ນຂາວ ໂຕໜັງສືສີດຳ ທະບຽນ ກจ 8761 ກຳແພງນະຄອນ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...