spot_img
Homeນານາສາລະຢ່າຕື່ນເງົາຈົນລືມຕົວ

ຢ່າຕື່ນເງົາຈົນລືມຕົວ

Published on

ເຊົ້າເສົາໜຶ່ງເມື່ອສາມອາທິດ ຜ່ານມາ, ຈານແຍ່ນັ່ງຕິດຕາມລາຍການ “ທຳໃນໃຈ” ໂທລະພາບຊ່ອງ 3 ຂອງໄທ. ມັນເປັນ ລາຍການທີ່ໄດ້ຕິດຕາມມາເປັນເວລາຫລາຍປີ, ສ່ວນໜຶ່ງກໍອາດເປັນຍ້ອນວ່າຈານແຍ່ຢູ່ໄວເຂົ້າວັດຟັງທຳແລ້ວ, ແຕ່ສຳຄັນກວ່າ ນັ້ນ ແມ່ນຍ້ອນວ່າມັນເປັນລາຍການທີ່ມີສະເໜ່, ເຂົາຊ່າງຊອກຊ່າງຄົ້ນເອົາຄົນໃນຫລາຍ ສາຂາອາຊີບມາເລົ່າເລື່ອງຊີວິດວ່າພວກ ຕົນໄດ້ໝູນໃຊ້ຫລັກທຳຄຳສັ່ງສອນ ຂອງພະ ສຳມາສຳພຸດທະເຈົ້າເຂົ້າໃນການ ແກ້ໄຂບັນຫາຊີວິດ, ແກ້ໄຂບັນຫາສັງຄົມ ແລະ ສົ່ງ ເສີມອາຊີບຂອງພວກຕົນແນວໃດ.
ສຳລັບເຊົ້າວັນເສົາທີ່ເອີ່ຍ ເຖິງໃນຕອນຕົ້ນໆນັ້ນ, ຈານແຍ່ໄດ້ຟັງການເລົ່າເລື່ອງຊີວິດ, ເລື່ອງອາຊີບຂອງທ່ານອາຈານ ເອກະໄຊ ລວດສູງເນີນ (ນາມສະກຸນນີ້ຈື່ບໍ່ຄັກ) ສິລະປິນໄທຜູ້ທີ່ມີຜົນງານໂດດເດັ່ນໃນການວາດພາບທຳມະຊາດ ໂດຍສະ ເພາະແມ່ນການ ແຕ້ມຮູບຕົ້ນ ແລະ ດອກຈຳປາໃນແຕ່ລະດູການ. ທ່ານ ເອກະໄຊ ບອກວ່າ: ທ່ານ ຖະໜອມຫອມຮັກ ດອກຈຳປາ ເປັນຊີວິດຈິດ ໃຈ, ຕົ້ນ, ດອກ, ໃບ ຈຳປາເຊື່ອງຊ້ອນປັດສະຍາຊີວິດ ຫລາຍໆຢ່າງໄວ້ພາຍໃນ. ຜົນ ງານທີ່ ທ່ານຊື່ນຊອບເປັນພິເສດກໍ ແມ່ນຮູບ ແຕ້ມຕົ້ນຈຳປາສອງຕົ້ນຢູ່ວັດພູຈຳປາສັກ, ສະຖານທີ່ມໍລະດົກໂລກແຫ່ງທີສອງຂອງ ສປປ ລາວ.

ຈຸດທີ່ຈານແຍ່ສົນໃຈເປັນພິ ເສດ ແມ່ນຕອນທີ່ທ່ານແກ້ປິດສະ ໜາຄວາມເຂົ້າໃຈທີ່ຜິດພາດ ກ່ຽວກັບຕົ້ນຈຳປາ ເຊິ່ງລະບາດ ຢູ່ໃນສັງຄົມໄທ ແລະ ແຜ່ລາມ ເຂົ້າມາກືນກິນສະໝອງຂອງຄົນ ລາວທີ່ເບົາເອົາງ່າຍຈຳນວນໜຶ່ງ ວ່າຕົ້ນຈຳປາ ເປັນຕົ້ນອັບປະມົງ ຄຸນ ບໍ່ຄວນປູກໄວ້ໃນຮົ້ວໃກ້ໆ ເຮືອນ ເພາະຈະນຳເອົາແຕ່ຄວາມໂສກເສົ້າຊິ້ນຫວັງມາສູ່ ຄົນໃນຄອບຄົວ. ທ່ານສິລະປິນ ເອກະໄຊ ບອກ ວ່າ: ນັ້ນເປັນ ຄວາມເຂົ້າໃຈຜິດຢ່າງມະຫັນຈາກຊື່ຕົ້ນຈຳປາໃນພາສາໄທ ວ່າ: ຕົ້ນ “ຣັນທົມ”. ຄົນທີ່ບໍ່ຮູ້ທີ່ ມາຂອງຄຳວ່າ: “ຣັນທົມ” ເລີຍ ຜັນສຽງເປັນ ”ຣະທົມ ຫລື ລະທົມ” ແປວ່າທຸກໂສກ-ລະທົມຂົມ ຂື່ນ. ທີ່ຈິງແລ້ວ ຄຳວ່າ “ຣັນທົມ” ແມ່ນ ພາສາຂອມ ແປວ່າ “ບູຊາ”. ດອກ “ຣັນທົມ” ແມ່ນດອກໄມ້ທີ່ມີໄວ້ສຳລັບ “ບູຊາ” ແຕ່ບໍ່ແມ່ນ ດອກ ໄມ້ແຫ່ງຄວາມໂສກເສົ້າ ທຸກລະດົມຄືຫລາຍໆ ຄົນຫລົງເຊື່ອ. ແນວໃດກໍດີ ໃນເມື່ອສັງຄົມຫລົງເຊື່ອແນວນັ້ນ ກໍມີຄວາມ ຈຳເປັນຈະຕ້ອງປ່ຽນຊື່ຕົ້ນ-ດອກ “ຣັນທົມ” ມາເປັນຕົ້ນ-ດອກ “ລີ ລາວະດີ” ໃນສັງຄົມໄທ. ທ່ານ ເອ ກະໄຊ ເວົ້າຕື່ມວ່າ: ພໍປ່ຽນຊື່ມາ ເປັນ “ດອກລີລາວະດີ” ຕົ້ນ ແລະ ດອກໄມ້ຊະນິດ ນີ້ກໍມີລາຄາແພງ ຂຶ້ນຫລາຍທົບເທົ່າ. ໃນລາຍການ ເຊົ້ານັ້ນ ທັງພິທີກອນ ແລະ ທັງ ທ່ານ ເອກະໄຊ ທີ່ເປັນແຂກຮັບເຊີນໃຊ້ເວ ລາດົນເວົ້າເລື່ອງເອ ກະລັກສະເພາະຂອງຕົ້ນ ແລະ ດອກຈຳປາ ແລະ ວ່າເປັນດອກ ໄມ້ປະຈຳຊາດຂອງ ສປປ ລາວ.
ເມື່ອຟັງເລື່ອງນີ້ສຸດ, ຈານແຍ່ ຕັ້ງຄຳຖາມຂຶ້ນວ່າ: ເຫດໃດ ອິດ ທິພົນຂອງຄຳສັບ “ຣັນທົມ” ຊື່ ດອກຈຳປາເປັນພາສາໄທ ຈຶ່ງລະ ບາດມາຮອດເມືອງລາວພວກ ເຮົາຈົນເຖິງຂັ້ນມີຜູ້ອຸບປະໂຫລກ ສ້າງພາບຢ້ານກົວຈົນບໍ່ກ້າປູກ ຕົ້ນຈຳປາໄວ້ໃກ້ເຮືອນ ຍ້ອນ ຢ້ານ ຄະລຳຄຳແຄະ ເພາະມັນຈະ ພາໃຫ້ຄົນໃນຄອບຄົວ “ລະທົມ”, ເຫດໃດບໍ່ຄິດແດ່ວ່າ ດອກໄມ້ປະ ເພດນີ້ ພາສາລາວເອີ້ນວ່າ “ດອກ ຈຳປາ” ບໍ່ກ່ຽວກັບ “ຣັນທົມ-ລະທົມ” ແລະ ກໍບໍ່ກ່ຽວກັບຊື່ໃໝ່ໃນ ພາສາໄທວ່າດອກ “ລີລາວະດີ”. ຄວາມເຊື່ອຕາມ “ເຂົາວ່າ” ນີ້ພາໃຫ້ຄົນລາວບາງຄົນເຂົ້າໃຈຜິດ, ບໍ່ເປັນຕົນເປັນໂຕເຮົາເອງ ເຊັ່ນ ດຽວກັບບາງຄົນມີ ຄວາມເຊື່ອວ່າຕົ້ນໄມ້ຊະນິດນັ້ນຊະນິດນີ້ ເປັນມົງຄຸນໃຫ້ໂຊກໃຫ້ລາບ, ຕົ້ນຊະນິດນີ້ໃຫ້ແຕ່ຄວາມຊວຍ ໂດຍ ເບິ່ງແຕ່ຊື່ຂອງ ມັນ. ແຕ່ຫາກບໍ່ໄດ້ ເບິ່ງດ້ານອື່ນ. ຖ້າພວກ ເຮົາຫາກຫູເບົາເອົາງ່າຍຄືແນວນີ້ ແນ່ນອນມັນກໍຍັງຈະມີແນວເຂົ້າໃ ຈຜິດອີກນັບບໍ່ຖ້ວນ.

……………………………………………………………………….

ໂດຍ : ວິເສດ ສະແຫວງສຶກສາ ຄໍລ່ຳຈານແຍ່ ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...