spot_img
Home​ຂ່າວທ່ອງທ່ຽວຫິນໜາມໜໍ່ ວ່າທີ່ມໍລະດົກໂລກທາງທຳມະຊາດ ຂອງລາວ

ຫິນໜາມໜໍ່ ວ່າທີ່ມໍລະດົກໂລກທາງທຳມະຊາດ ຂອງລາວ

Published on


ຖ້າທ່ານຜູ້ອ່ານມີໂອກາດເດິນທາງໄປ ຫຼັກ20 ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍທາງລົດ ທ່ານຈະໄດ້ພົບເຫັນຮູບພາບທຳມະຊາດ ສອງຂ້າງທາງທີ່ສວຍສົດງົດງາມຢ່າງຫຼວງຫຼາຍ ໜຶ່ງໃນນັ້ນແມ່ນ ປ່າສະຫງວນ ຫິນໜາມໜໍ່ ພູຜາຜ່ານຕາມເສັ້ນທາງເລກ 8ອາ ໃນໄລຍະທີ່ຜ່ານເມືອງຄູນຄຳ ແຂວງຄຳມ່ວນ.
ລັດຖະບານລາວໄດ້ດຳເນີນການສະເໜີ ປ່າສະຫງວນແຫ່ງຊາດຫິນໜາມໜໍ່ ແຂວງຄຳມ່ວນ ກັບ UNESCO ເພື່ອຂໍຂື້ນທະບຽນເປັນມໍລະດົກໂລກໃນເນື້ອທີ 82,000 ເຮັກຕາ ຖ້າຫາກໄດ້ຮັບການພິຈາລະນາກໍ່ຈະເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງລາວ ເຊິ່ງເຂດດັ່ງກ່າວນັ້ນແມ່ນໄດ້ປະກາດໃຫ້ເປັນປ່າສະຫງວນແຫ່ງຊາດມາຕັ້ງແຕ່ປີ 1993.

ປັດຈຸບັນລັດຖະບານໄດ້ມີການຄຸມຄອງທີ່ດີ ເພື່ອກຽມຄວາມພ້ອມໃນການປະກາດໃຫ້ເປັນ ມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງປະເທດ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານປະເທດເຢຍລະມັນຫຼາຍກວ່າ 6.3 ລ້ານເອີໂຣ ໃນໂຄງການອະນຸລັກແບບປະສົມປະສານ ແລະ ການບໍລິຫານຈັດການຊັບພະຍາກອນທຳມະຊາດ ແບບຍືນຍົງໃນເຂດປ່າສະຫງວນແຫ່ງຊາດຫິນໜາມໜໍ່ ທີ່ດຳເນີນການໂດຍ GIZ.

ປະເທດລາວນັບວ່າ ເປັນປະເທດທີ່ອຸດົມສົມບູນ ແລະສວຍງາມໄປດ້ວຍທຳມະຊາດ ນີ້ຄືຄວາມເອກອ້າງທະນົງໃຈຂອງຄົນລາວ ໃນຂະນະດຽວກັນຮູບພາບທຳມະຊາດ ຈຳນວນຫຼວງຫຼາຍກໍກຳລັງຈະຖືກບຸກເບີກທຳລາຍ ບໍ່ວ່າຈະດ້ວຍການພັດທະນາພື້ນຖານໂຄງລ່າງ, ການຖາກຖາງເພື່ອການກະສິກຳ ແລະລວມທັງການຕັດໄມ້ເປັນສິນຄ້າ ແລະຖ້າຫາກບໍ່ສາມາດສະກັດກັ້ນ ການຕັດໄມ້ທຳລາຍປ່າໄດ້ແລ້ວ ແຫຼ່ງທ່ອງທ່ຽວທຳມະຊາດກໍຄົງຍັງເຫຼືອແຕ່ ເປັນພູຫິນປູນດັ່ງຫິນໜາມໜໍ່່ ເທິງພູຜາມ່ານ ແຂວງຄຳມ່ວນແຫ່ງນີ້.

ບົດຄວາມຫຼ້າສຸດ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ...