Homeຂ່າວພາຍ​ໃນຫຼຸດໂຄ້ງໃສ່ຝາເຮືອນ ລອດຊີວິດຢ່າງປາຕິຫານ

ຫຼຸດໂຄ້ງໃສ່ຝາເຮືອນ ລອດຊີວິດຢ່າງປາຕິຫານ

Published on


ຈາກການຕິດຕາມເອົາຂໍ້ມູນ ອຸບັດຕິເຫດຢູ່ແຂວງບໍ່ແກ້ວ, ໄດ້ຂໍ້ມູເພີ່ມເຕີມດັ່ງນີ້. ອຸບັດຕິເຫດ ແມ່ນເກີດຂຶ້ນວັນທີ 24 ກຸມພາ 2015. ຂະນະທີ່ລົດຄັນດັ່ງກ່າວ ທີ່ຂີ່ມານຳກັນ 2 ຄົນ, ເຂົ້າໂຄ້ງ ເປັນໂຄ້ງອັນຕະລາຍ, ມາດ້ວຍຄວາມໄວສົມຄວນ. ເຮັດໃຫ້ເສຍການຄວບຄຸມ ແລະ ແຫກໂຄ້ງ ໄປເຈີນຂຶ້ນໄປຕຳເອົາເຮືອນ ຢູ່ແຄມທາງ.

ໂຊກດີທີ່ສຸດ ເພາະລົດໄປຕຳເອົາທາງກາງ ທີ່ມີປ່ອງຢ້ຽມ ເຮັດໃຫ້ ການກະທົບລຸດລົງ, ົຄນຂັບ ແລະ ຜູ້ມານຳ ມີແຕ່ບາດເຈັບເລັກນ້ອຍ ແລະ ທັງສອງປອດໄພ. ຜູ້ໜື່ງນິ້ວຊີ້ຈີກ ແລະ ອີກຄົນຫູຈີກ.

ຖືເປັນອີກອຸທາຫອນໜື່ງສຳລັບທຸກຄົນທີ່ໃຊ້ລົດໃຊ້ຖະໜົນໃຫ້ລະມັດລະວັງ ແລະ ຕ້ອງມີສະຕິສະເໝີ.

ພາບແລະຂ່າວ: ນັກຂ່າວສັນຈອນ ແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...