ເວລາ 16:00 ຂອງວັນທີ 22 ກຸມພາ 2015 ນີ້ ໄດ້ເກີດເຫດ ມີພາຍຸຝົນພັດເຂົ້ານະຄອນຫຼວງວຽງຈັນອີກ ເຊິ່ງທັງລົມ ຝົນ ແລະໝາກເຫັບ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ສິ່ງກໍ່ສ້າງ ແລະຜົນລະປູກຂອງພໍ່ແມ່ປະຊາຊົນ ເປັນມູນຄ່າຫຼາຍພໍສົມຄວນ. ໜຶ່ງໃນນັ້ນ ລົມພາຍຸໄດ້ພັດເອົາເສົາສົ່ງ ວິທະຍຸກະຈາຍສຽງ ປກສ ຢູ່ເຂດສະໜາມມ້າຫັກຂາດລົງມາ ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ ຫຼືເສຍຊີວິດ.
ໃນຂະນະທີ່ ວັນທີ 18 ກຸມພາ 2015 ຕອນເຊົ້າມືດໄດ້ມີລົມພາຍຸພັດເຂົ້າເຂດເມືອງ ຫາດຊາຍຟອງສ້າງຄວາມເສຍຫາຍຢ່າງໜັກໜ່ວງ ແກ່ພື້ນຖານໂຄງລ່າງ, ອາຄານບ້ານເຮືອນ ແລະໂຮງຮຽນ ລວມມູນຄ່າຫຼາຍກວ່າ 3 ຕື້ກີບ ແລະໃນຕອນແລງຂອງວັນດຽວກັນນັ້ນ ລົມພາຍຸກໍໄດ້ພັດເຂົ້າເມືອງທ່າພະບາດ ແຂວງບໍລິຄຳໄຊ ສ້າງຄວາມເສຍຫາຍຫຼາຍເຕີບເຊັ່ນກັນ.
