Amazon ວາງແຜນເປີດຮ້ານຄ້າແບບບໍ່ມີບ່ອນເກັບເງິນ (ມີຄລິບ)

ອະເມຊອນ (Amazon) ບໍລິສັດທຸລະກິດອີຄອມເມີສຍັກໃຫຍ່ຂອງໂລກ ກຳລັງພິຈາລະນາວາງແຜນທີ່ຈະເປີດ “ອະເມຊອນໂກ” ຮ້ານສະດວກຊື້ແບບບໍ່ມີບ່ອນເກັບເງິນຫຼາຍກວ່າ 3,000 ແຫ່ງພາຍໃນປີ 2021.

ສຳນັກຂ່າວບລູມເບີກອ້າງວ່າ ແຫຼ່ງຂ່າວພາຍໃນເປີດເຜີຍວ່າ ເຈຟ ເບຊອສ (Jeff Bezos) ຜູ້ບໍລິຫານໃຫຍ່ຂອງອະເມຊອນກໍາລັງຕັດສິນໃຈເລືອກຮູບແບບທີ່ດີທີ່ສຸດສຳລັບການລົງທຶນອັນມະຫາສານ ແລະ ມີຄວາມສ່ຽງສູງແບບນີ້. ແຫຼ່ງຂ່າວພາຍໃນເປີດເຜີຍວ່າ ອະເມຊອນໂກ ອາດຈະເປັນຮ້ານສະດວກຊື້ ຈໍາໜ່າຍອາຫານສົດ ຫຼື ອາຫານແຫ້ງຫຼາກຫຼາຍດັ່ງເຊັ່ນ ເອັມພ້ອຍມາກ, ເຊເວັນອີເລເວັ້ນ ຫຼື ອາດຈະເປັນພຽງຮ້ານຂາຍອາຫານການກິນງ່າຍໆ.

ທັງນີ້ ອະເມຊອນໄດ້ເປີດໂຕຮ້ານສະດວກຊື້ແບບບໍ່ມີບ່ອນເກັບເງິນໃນປີ 2016 ໃນເມືອງ ຊີແອັດເທິນ ສະຫະລັດອາເມລິກາ ແລະ ກໍໄດ້ເປີດເພີ່ມອີກ 2 ສາຂາໃນເມືອງ ຊິແອັດເທິນ ແລະ ຊິຄາໂກ. ໃນອະເມຊອນໂກ ລູກຄ້າພຽງແຕ່ໃຊ້ແອ໋ບໃນໂທລະສັບມືຖືສະແກນບາໂຄດບ່ອນທາງເຂົ້າຮ້ານທີ່ມີການຕິດຕັ້ງລະບົບໄວ້ ແລ້ວກໍສາມາດເຂົ້າມາເລືອກຊື້ສິນຄ້າພາຍໃນຮ້ານທີ່ມີທັງອາຫານສົດ, ຂະໜົມ ແລະ ເຄື່ອງດື່ມໆຕ່າງໆໄວ້ບໍລິການ.

ຫຼັງຈາກເລືອກຊື້ເຄື່ອງແລ້ວໆ ລູກຄ້າສາມາດຍ່າງອອກຈາກຮ້ານໄດ້ເລີຍ ໂດຍບໍ່ຕ້ອງໄປຈ່າຍເງິນຢູ່ເຄົາເຕີ້ເກັບເງິນ ເພາະລະບົບໄດ້ເຮັດການປະມວນຜົນພາຍໂດຍຄອມພິວເຕີ້ ແລະ ເຮັດການກວດຈັບສິນຄ້າທີ່ນໍາອອກໄປຈາກຮ້ານໄວ້ ຫຼັງຈາກນັ້ນກໍຈະສົ່ງບິນໄປຍັງລູກຄ້າຜ່ານສະມາດໂຟນໂດຍອັດຕະໂນມັດ.

 

 

 

ຮຽບຮຽງຂ່າວໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂ່າວ: Matichon.co.th