spot_img
Homeຂ່າວຕ່າງປະເທດບໍລິສັດເງິນຄຣິບໂຕຍີ່ປຸ່ນຖືກແຮັກ ເສຍຫາຍຫຼາຍກວ່າ 500 ຕື້ກີບ!

ບໍລິສັດເງິນຄຣິບໂຕຍີ່ປຸ່ນຖືກແຮັກ ເສຍຫາຍຫຼາຍກວ່າ 500 ຕື້ກີບ!

Published on

ເງິນຄຣິບໂຕ ຫຼື ເງິນດິຈິຕອລ ໃນລາວເຮົາຖືວ່າເປັນເງິນທີ່ບໍ່ໄດ້ຮັບຮອງຕາມກົດໝາຍໃນ ສປປ ລາວເຮົາຕາມແຈ້ງການຈາກທະນາຄານກາງ ແຫ່ງສປປ ລາວ, ແຕ່ວ່າໃນຍີ່ປຸ່ນນັ້ນ ເງິນຄຣິບໂຕຖືກຮັບຮອງວ່າເປັນເງິນຕາອີກສະກຸນໜຶ່ງຕັ້ງແຕ່ເດືອນເມສາ ປີ 2017.

ຢ່າງໃດກໍດີ, ໃນວັນທີ 20 ກັນຍາ 2018 ມີການລາຍງານຈາກສຳນັກຂ່າວຕ່າງປະເທດວ່າ ບໍລິສັດ ເທັກ ບິວໂຣ (Tech Bureau) ໃນເມືອງ ໂອຊາກ້າ ປະເທດຍີ່ປຸ່ນ ເຊິ່ງດຳເນີນກິດຈະການຮັບແລກປ່ຽນເງິນດິຈິຕອລ ຊາອິຟ ເຜີຍວ່າ ເຊີເວີ້ຂອງບໍລິສັດຖືກແຮັກເປັນເວລາ 2 ຊົ່ວໂມງໃນອາທິດທີ່ຜ່ານມາ ແລະ ເງິນດິຈິຕອລບາງສ່ວນໄດ້ຖືກຖ່າຍໂອນອອກໄປ ລວມມູນຄ່າ 6,700 ລ້ານເຢນ (ປະມານ 509 ຕື້ກີບ), ແຕ່ບໍລິສັດຍັງບໍ່ຂໍອອກຄວາມເຫັນຕໍ່ກໍລະນີທີ່ເກີດຂື້ນ ເນື່ອງຈາກເປັນຄະດີອາຍາ ແລະ ບໍລິສັດກຳລັງໃຫ້ເຈົ້າໜ້າທີ່ທາງການສືບສວນ.

ບໍລິສັດ ເທັກ ບິວໂຣ ເຜີຍອີກວ່າ ບໍລິການຮັບແລກປ່ຽນເງິນດິຈິຕອລ ຈະຖືກລະງົບຊົ່ວຄາວ ຈົນກວ່າລາຍລະອຽດຄວາມເສຍຫາຍທັງໝົດຈະໄດ້ຮັບການຍືນຍັນ.

ຍີ່ປຸ່ນຖືວ່າເປັນສູນກາງສຳຄັນສຳລັບເງິນດິຈິຕອລ ເຊິ່ງເຊື່ອກັນວ່າມີຮ້ານຄ້າຫຼາຍເຖິງ 50,000 ແຫ່ງທົ່ວປະເທດ ທີ່ຮັບເງິນບິດຄອຍ (ບິດຄອຍແມ່ນສະກຸນເງິນໜຶ່ງຂອງເງິນດິຈິຕອລ), ຄວາມເຟື່ອງຟູຂອງເງິນປະເພດນີ້ ເຮັດໃຫ້ທາງລັດຖະບານຍີ່ປຸ່ນຕ້ອງຕັ້ງລະບົບ ກຳນົດໃຫ້ຮ້ານຮັບແລກປ່ຽນຕ້ອງມີໃບອະນຸຍາດ ເພື່ອຊ່ວຍປົກປ້ອງລູກຄ້າ.

 

 

 

ຮຽບຮຽງຂ່າວໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂ່າວ: Daily News, AP, APP, ຮູບພາບປະກອບ: Finder.com, Asahi.com

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...