spot_img
HomeມູມໄອທີລາວAnTuTu ເຜີຍ 10 ອັນດັບໂທລະສັບທີ່ມີຄະແນນສູງສຸດ ປະຈຳເດືອນກໍລະກົດ

AnTuTu ເຜີຍ 10 ອັນດັບໂທລະສັບທີ່ມີຄະແນນສູງສຸດ ປະຈຳເດືອນກໍລະກົດ

Published on

​ໂດຍໃນມື້ນີ້ AnTuTu ໄດ້ປ່ອຍຜົນການຈັດອັນດັບ 10 ໂທລະສັບປະຈຳເດືອນກໍລະກົດ ວ່າດ້ວຍເລື່ອງຂອງຄວາມແຮງແລະປະສິດທິພາບຂອງແຕ່ລະໜ່ວຍທີ່ວັດອອກມາເປັນຜົນຄະແນນມາໃຫ້ເຮົາຮູ້ກັນແລ້ວ, ຈະເປັນແນວໃດນັ້ນກໍສາມາດເບິ່ງນຳກັນໄດ້ທີ່ຮູບດ້ານລຸ່ມນີ້ເລີຍ. 

ຈາກຮູບຂ້າງເທິງນີ້ ເຮົາຈະເຫັນໄດ້ວ່າສະມາດໂຟນ OnePlus 3 ຂຶ້ນນຳເປັນເຮືອທຸງທີ່ມີຜົນຄະແນນອອກມາຫຼາຍທີ່ສຸດທີ່ 140288 ຄະແນນ, ໂດຍສະເປັກໂດຍລວມຈະມີ ໃຊ້ງານຊິບ Snapdragon 820 ຄວາມແຮງທີ່ 2.2GHz, RAM 6GB ແລະ ROM 64GB. 

ສ່ວນອັນດັບ 2 ແມ່ນມາຈາກທາງ Vivo ດ້ວຍເຄື່ອງ X5 Play Elite, ໄດ້ຄະແນນທີ່ 138706 ຄະແນນ, ດ້ວຍສະເປັກເຄື່ອງທີ່ໃຊ້ຊິບ Snapdragon 820, RAM 6GB, ROM 128 GB ແລະມາພ້ອມກັບຈໍຄວາມລະອຽດ 2K. 

ອັນດັບ 3 ແມ່ນ LeEco Le Max 2 ທີ່ 138026 (ໜ້ອຍກວ່າ Vivo 700 ຄະແນນ), ສ່ວນສະເປັກແມ່ນມາພ້ອມກັບຊິບ Snapdragon 820, RAM 6GB, ROM 64GB ແລະຈໍຄວາມລະອຽດ 2K ຄືກັບວີໂວ້. 

ສ່ວນລຸ້ນອື່ນໆກໍມີ Nubia Z11, ZUK Z2 Pro, Xiaomi Mi 5, Samsung S7 Edge, Apple iPhone 6S, Axon 7 ແລະປິດທ້າຍດ້ວຍ iPhone SE ຕາມລຳດັບນັ້ນເອງ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...