Homeຂ່າວບັນເທິງນັກສະແດງຊື່ດັງຊາວຮ່ອງກົງ "ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ" ແຕ່ງງານແບບປະເພນີລາວ ນັກສະແດງຊື່ດັງຊາວຮ່ອງກົງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ແຕ່ງງານແບບປະເພນີລາວ ຂ່າວບັນເທິງ Published on 17/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 2537 ຖືວ່າເປັນຄວາມພາກພູມໃຈຂອງຄົນລາວທີ່ເຫັນວັດທະນະທຳລາວຖືກຍົກຍ້ອງຈາກຄົນລາວເອງ ລວມທັງຄົນຕ່າງຊາດ ມື້ນີ້ລາວໂພສຕ໌ມີອີກໜຶ່ງຂ່າວບັນເທີງທີ່ສ້າງຮອຍຍິ້ມໃຫ້ກັບຄົນທີ່ໄດ້ອ່ານ ເມື່ອປະເພນີການແຕ່ງງານແບບລາວໆ ໄດ້ຖືກນຳສະເໜີໂດຍສອງນັກສະແດງຈີນຮ່ອງກົງຊື່ດັງຢ່າງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ປັດຈຸບັນຂ່າວນີ້ໄດ້ກາຍເປັນກະແສມາແຮງໃນໂລກສັງຄົມອອນໄລ໌ ແລະ ທາງທີມງານລາວໂພສຕ໌ກໍ່ບໍ່ພາດທີ່ຈະນຳໍຂ້ມູນ ລວມທັງພາບການແຕ່ງບາງສ່ວນທີ່ຫວານຊື່ນຂອງທັງຄູ່ມາຝາກ. ສອງນັກສະແດງຊື່ດັງຊາວຮ່ອງກົງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ເດີນທາງມາຖ່າຍທຳລາຍການໂທລະພາບທີ່ປະເທດລາວ ທີ່ເຮັດໃຫ້ທັງຄູ່ໄດ້ເຂົ້າພິທີແຕ່ງງານແບບປະເພນີລາວ ເຊິ່ງຖືວ່າເປັນການຈັດງານແຕ່ງງານຄັ້ງທຳອິດ ຫຼັງຈາກທີ່ທັງຄູ່ຢູ່ກິນນຳກັນມາເປັນເວລາກ່ວາສິບໆ ໂດຍບໍ່ເຄີຍຈັດງານແຕ່ງານມາກ່ອນ. ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ ໄດ້ຄົບກັນມາເປັນເວລາກ່ວາ 20ປີ ແລະ ຈົດທະບຽນສົມຣົດກັນມາໄດ້ເປັນເວລາ 15 ປີແລ້ວ ແລະ ເດີນທາງມາເຮັດລາຍການ Having You in My Life ຂອງສະຖານີ້ໂທລະພາບ Zhejiang Satellite TV ທີ່ປະເທດລາວ ແລະ ຍັງໄດ້ເຂົ້າພິທີແຕ່ງງານແບບປະເພນີລາວໃນຊຸດປະຈຳຊາດຂອງລາວອີກດ້ວຍ. ໂດຍ “ຫຍວນຫຍົ່ງອີ” ໄວອາຍຸ 44ປີ ບອກວ່າ ນາງເຄີຍຄິດມາຕະຫຼອດສຳລັບຕົວເອງ ແລະ ສາມີ ການຈັດພິທີແຕ່ງງານບໍ່ແມ່ນເລື່ອງສຳຄັນ ທີ່ຜ່ານມາຫຼັງຈາກຈົດທະບຽນແລ້ວກໍ່ບໍ່ໄດ້ຈັດງານເລີຍ ແມ່ນແຕ່ພາບຖ່າຍຮູບແຕ່ງງານຍັງບໍ່ເຄີຍເຮັດ ແຕ່ເມື່ອໄດ້ລອງຈັດເບິ່ງກໍ່ຮູ້ສຶກວ່າມັນເປັນສິ່ງທີ່ສວຍງາມ. ທາງທີມງານຂອງພວກເຮົາກໍ່ຂໍສະແດງຄວາມຍິນດີກັບພວກເຂົາທັງຄູ່ໃຫ້ມີຄວາມສຸກຕະຫຼອດໄປ. ແຫລ່ງຂໍ້ມູນຈາກ: Laos Pictures ຮູບພາບປະເທດລາວ Tagsຫຍວນຫຍົ່ງອີ ແລະ ຈາງຈື່ຫລິນແຕ່ງງານແບບປະເພນີລາວ ບົດຄວາມຫຼ້າສຸດ ຂ່າວພາຍໃນ ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2... 09/09/2026 ຂ່າວພາຍໃນ 1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)... 09/09/2026 ຂ່າວພາຍໃນ ດຳລັດ ວ່າດ້ວຍ ຕຳແໜ່ງບໍລິຫານ ຂອງພະນັກງານ-ລັດຖະກອນ (ສະບັບປັບປຸງ) 08/09/2026 ຂ່າວພາຍໃນ ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ... 07/09/2026