ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ, ໃນຮູບເເບບ BOT ເຊິ່ງມີໄລຍະສໍາປະທານ 50 ປີ.
ພາຍຫຼັງສໍາເລັດການສຶກສາ ແລະສໍາຫຼວດແລ້ວ ຄາດວ່າໄລຍະການກໍ່ສາ້ງປະມານ 5 ປີຈະສໍາເລັດ ແລະພາຍຫຼັງໂຄງການນີ້ສໍາເລັດຈະອໍານວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງ ພ້ອມທັງຊ່ວຍພັດທະນາຫຼາຍຂະແຫນງການຢູ່ບັນດາແຂວງທາງຜ່ານ, ເວົ້າລວມກໍແມ່ນການພັດທະນາເສດຖະກິດ-ສັງຄົມຂອງສປປລາວ.

ພາຍຫຼັງເຊັນສັນຍາແລ້ວ,ໂຄງການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ຫົວພັນ ຈະໄດ້ເລີ່ມສຶກສາຄວາມເປັນໄປໄດ້ໃນການສໍາຫຼວດ, ອອກແບບ ແລະກໍ່ສ້າງເສັ້ນທາງດ່ວນໃນແລວທາງຕັດໃຫມ່ ປະກອບມີ 3 ໄລຍະຄື: ໄລຍະທີ 1 ແຕ່ ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອະນຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ ເມືອງແປກ ແຂວງຊຽງຂວາງ ຫາເມືອງຫົວເມືອງ ແຂວງຫົວພັນ.
ຕໍ່ມາປີ 2026 ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສຳຫຼວດ, ອອກແບບ ແລະ ພັດທະນາໂຄງການກໍ່ສ້າງທາງດ່ວນຍຸດທະສາດດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 27 ເມສາ 2026 ທີ່ໂຮງແຮມ ລາດຊະວົງ ວັນດາ ວິສຕ້າ ນະຄອນຫຼວງວຽງຈັນ.

ຫຼ້າສຸດ ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ ແຜນພັດທະນາວຽກງານ ຍທຂ ໃນໄລຍະ 9 ເດືອນຕົ້ນປີ, ທິດທາງແຜນການ 3 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ມີໂຄງການສຶກສາຄວາມເປັນໄປໄດ້, ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງດ່ວນ (ແລວໃໝ່) ແຕ່ນະຄອນຫຼວງວຽງຈັນ-ແຂວງໄຊສົມບູນ-ແຂວງຊຽງຂວາງ-ຫົວພັນ-ດ່ານສາກົນນໍ້າໂສຍ ຢູ່ໃນແຜນ.
ຂໍ້ມູນຈາກ: ກະຊວງໂຍທາທິການ ແລະ ຂົນສົ່ງ

