Homeຂ່າວພາຍ​ໃນເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

Published on

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າ ອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.

ກ່ອນເຂົ້າສູ່ວາລະດຳເນີນກອງປະຊຸມຢ່າງເປັນທາງການ, ທ່ານ ຄຳພັນ ພົມມະທັດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕາງໜ້າບັນດາສະມາຊິກລັດຖະບານ ມອບກະຕ່າດອກໄມ້ອວຍພອນ ແລະ ຊົມເຊີຍຕໍ່ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາທ່ານ ສະມາຊິກລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ຕະຫຼອດໄລຍະທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ມີຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້ ໃນແຕ່ລະໄລຍະ.

ກອງປະຊຸມ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການກະກຽມວຽກງານຮອບດ້ານ ເພື່ອຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຫາກໍ່ສຳເລັດ ເຊິ່ງໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027; ຮ່າງກົດໝາຍ ຈຳນວນ 8 ສະບັບ (ສະບັບປັບປຸງ 7 ສະບັບ ແລະ ສ້າງໃໝ່ 1 ສະບັບ) ແລະ ບັນຫາສໍາຄັນຕ່າງໆຂອງຊາດ.

ກອງປະຊຸມ ຈະໄດ້ດຳເນີນເປັນເວລາ 02 ວັນ ເພື່ອຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ 6 ວາລະ ແລະ 7 ຫົວຂໍ້ທີ່ສໍາຄັນ ຄື:

ວາລະທີ 1: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ ຄື: 

(1) ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈຳເດືອນພະຈິກ 2026 ຂອງລັດຖະບານ;

(2) ການຈັດຕັ້ງປະຕິບັດກອງທຶນທາງ ໃນປີ 2026 ແລະ ທິດທາງແຜນປີ 2027;

ວາລະທີ 2: ຮ່າງມະຕິ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ໃນຂົງເຂດການເງິນ, ການລົງທຶນ, ທີ່ດິນ ແລະ ຂົງເຂດອື່ນໆ;

ວາລະທີ 3: ຮ່າງມະຕິ ວ່າດ້ວຍການບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈິຕອນ;

ວາລະທີ 4: ຮ່າງຍຸດທະສາດການສົ່ງເສີມ ແລະ ຄຸ້ມຄອງການນໍາໃຊ້ລົດໄຟຟ້າ ແລະ ລົດພະລັງງານທາງເລືອກ;

ວາລະທີ 5: ຮ່າງດຳລັດ ວ່າດ້ວຍນະໂຍບາຍນຳເຂົ້າເຄື່ອງຂອງ ແລະ ຍານພາຫະນະ ຂອງສະມາຊິກສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ;

ວາລະທີ 6: ຮ່າງດໍາລັດ ວ່າດ້ວຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ແລະ ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ຕົກໄປເປັນກ້າວໆ.

ຂໍ້ມູນ ແລະ ຮູບພາບ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...