spot_img
Homeຂ່າວພາຍ​ໃນເຈົ້າຂອງນາຮ້ອງຜ່ານສື່ ໂຮງງານເກືອປ່ອຍນ້ຳມີພິດລົງນາ

ເຈົ້າຂອງນາຮ້ອງຜ່ານສື່ ໂຮງງານເກືອປ່ອຍນ້ຳມີພິດລົງນາ

Published on

ປະຊາຊົນທີ່ມີນາຢູ່ໃກ້ໂຮງງານເກືອກາລີ ກ່າວວ່າຜົນກະທົບຈາກໂຮງງານເກືອ ກາລີຂອງຈີນ, ເຮັດນາບໍ່ໄດ້ 2 ປີ ແລ້ວ, ລົງເຂົ້າກ້າບໍ່ໄດ້ ຕາຍໝົດ ຍ້ອນນໍ້າຈາກ ໂຮງງານຮົ່ວອອກມາໃສ່, ສັງເກດເບິ່ງຫຍ້າຕາຍໝົດ, ມີຕົ້ນຜືຂຶ້ນ ໃຜຮູ້ວິທີໃນການກໍາຈັດສີ່ງນີ້ ໃຫ້ສາມາດປູກເຂົ້າໄດ້ ບອກແດ່?!!!!! ບໍ່ຮູ້ວ່າດົນປານໃດ ຈະໝົດເວລາ ສຳປະທານ?

ສີ່ງສໍາຄັນ ນໍ້ານີ້ໄຫຼລົງໃສ່ ຫ້ວຍເຕີຍ ແລ້ວ ໄຫຼລົງນໍ້າງື່ມ ທີ່ເທິງຂົວທ່າງ່ອນ, ເຮືອນແພ, ບໍ່ຮູ້ວ່າ ທາດເກືອກາລີ ດັ່ງກ່າວມີຜົນກະທົບແນວໃດ? ບໍ່ມີຄວາມຮູ້ເລື່ອງນີ້!!!!!! ເມື່ອກ່ອນນາເຂດນີ້ເປັນນາທີ່ງາມຫຼາຍ ເຄີຍເອົາດີນໄປວິໄຈນໍາຜູ້ຮັບຜິດຊອບດີນ ປູກຟັງ ກະຊວງ ກະສິກໍາ ວ່າເປັນດີນປູກຟັງທີ່ດີ, ຈັດໃນລະດັບຕົ້ນໆ.

ເຂດນີ້ຫ່າງຈາກ ມະຫາວິທະຍາໄລ ແຫ່ງຊາດ (ກາຍຮ້ານປີ້ງເອັນ 500 ບ້ານນາທົ່ມໄປ) ປະມານ 3 km ນອນໃນເທດສະບານ ນະຄອນຫຼວງວຽງຈັນ, ຢາກໃຫ້ຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບແດ່.

ຝາກໃຫ້ພາກສ່ວນ ກະຊວງຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມລົງກວດກາແດ່ເດີ!

ໂຮງງານນີ້ ເມື່ອສອງສາມມື້ຫຼັງ ກໍ່ມີການປະທ້ວງ ຂອງກຳມະກອນລາວ ທີ່ນາຍຈ້າງ ບໍ່ຈ່າຍຄ່າແຮງງານ ສອງສາມເດືອນ. ຢາກໃຫ້ມີການກວດສອບມາດຕະຖານຂອງໂຮງງານ ແລະ ຮັບປະກັນ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕໍ່ກັບການກະສິກຳຂອງປະຊາຊົນ. ຖ້າໂຮງງານບໍ່ສາມາດ ເຮັດໄດ້ ກໍ່ຕ້ອງໄດ້ດຳເນີນການຕາມກົດໝາຍ.

ພາບແລະຂ່າວ: ນັກຂ່າວສັນຈອນ ແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...