Homeຂ່າວພາຍ​ໃນກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

Published on

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບປັບປຸງກົດໝາຍ ຂຶ້ນສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ ແລະ ພິຈາລະນາ.

​ການປັບປຸງກົດໝາຍໃນຄັ້ງນີ້ ມີຄວາມຈຳເປັນຢ່າງຍິ່ງ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ. ເນື່ອງຈາກກົດໝາຍສະບັບເກົ່າ (ປີ 2014) ໄດ້ນຳໃຊ້ຫຼາຍກວ່າ 12 ປີ ແຕ່ຍັງມີຊ່ອງວ່າງໃນການຄຸ້ມຄອງການຜະລິດ, ການໂຄສະນາ ແລະ ການຈຳໜ່າຍ, ສົ່ງຜົນໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ອຸບັດຕິເຫດຕາມທ້ອງຖະໜົນ, ບັນຫາສຸຂະພາບຈາກການບໍລິໂພກເຫຼົ້າທີ່ບໍ່ໄດ້ມາດຕະຖານ, ແລະ ການສູນເສຍທາງເສດຖະກິດ-ສັງຄົມຢ່າງມະຫາສານ.

​ຮ່າງກົດໝາຍສະບັບນີ້ ປະກອບມີ 12 ພາກ, 9 ໝວດ, 99 ມາດຕາ, ໃນນີ້ ແມ່ນໄດ້ເພີ່ມໃໝ່ 2 ພາກ, 1 ໝວດ, 32 ມາດຕາ, ໄດ້ຕັດອອກ 1 ພາກ, ໄດ້ປັບປຸງ 64 ມາດຕາ ແລະ ຮັກສາເດີມ 3 ມາດຕາ.

​ສຳລັບເນື້ອໃນສຳຄັນຂອງຮ່າງກົດໝາຍສະບັບປັບປຸງ ມີດັ່ງນີ້:​

  • ມາດຕາ 40: ເຄື່ອງດື່ມທີ່ມີທາດເຫຼົ້າ ອະນຸຍາດໃຫ້ຂາຍຍ່ອຍໄດ້ສະເພາະແຕ່ເວລາ 16:00 – 23:00 ໂມງ. ​
  • ມາດຕາ 41: ສຳລັບການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າຜ່ານສື່ເອເລັກໂຕຣນິກ ເປັນຕົ້ນ: ລາຍການວິທະຍຸ, ໂທລະພາບ, ປ້າຍເອເລັກໂຕຣນິກ ສາມາດເຮັດໄດ້ສະເພາະໄລຍະເວລາ 22:00 – 02:00 ໂມງ ເທົ່ານັ້ນ.
  • ​ມາດຕາ 67: ກຳນົດຫ້າມບໍລິໂພກ, ຊື້-ຂາຍ ຫຼື ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ ເພື່ອປ້ອງກັນສຸຂະພາບ ແລະ ປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະກະທົບຕໍ່ເຍົາວະຊົນ ແລະ ຊາວໜຸ່ມທີ່ຢູ່ໃນເກນອາຍຸຮໍ່າຮຽນ ເພື່ອຮັບປະກັນການພັດທະນາຊັບພະຍາກອນມະນຸດຂອງຊາດທີ່ມີຄຸນນະພາບໃນອະນາຄົດ.
  • ​ມາດຕາ 6 ວັກ 3: ກຳນົດໃຫ້ພົນລະເມືອງທຸກຄົນ ປະຕິບັດຫຼັກການ “ດື່ມບໍ່ຂັບ”, ຊຶ່ງຜູ້ຂັບຂີ່ຍານພາຫະນະ ແລະ ນຳໃຊ້ກົນຈັກໜັກ ຕ້ອງບໍ່ດື່ມ ແລະ ບໍ່ໃຫ້ມີປະລິມານທາດເຫຼົ້າໃນລົມຫາຍໃຈ, ໃນເລືອດ ແລະ ໃນປັດສະວະ (ລະດັບປະລິມານທາດເຫຼົ້າໃນຮ່າງກາຍເປັນສູນ).

ນອກຈາກນັ້ນ ຮ່າງກົດໝາຍຍັງໄດ້ເພີ່ມມາດຕະການທາງອາຍາ (ມາດຕາ 86–96) ຕໍ່ຜູ້ລະເມີດ ເຊັ່ນ: ການຜະລິດ-ນຳເຂົ້າ-ຈຳໜ່າຍໂດຍບໍ່ມີອະນຸຍາດ, ການຂັບຂີ່ໃນເວລາມຶນເມົາ, ແລະ ການປະສົມສານເຄມີອັນຕະລາຍ. ພ້ອມກັນນີ້ ຍັງໄດ້ກຳນົດສ້າງຕັ້ງ “ກອງທຶນຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ” ໂດຍເກັບຈາກອາກອນກຳໄລ 2% ແລະ ອາກອນຊົມໃຊ້, ພ້ອມທັງກຳນົດໃຫ້ ວັນທີ 19 ທັນວາ ຂອງທຸກປີ ເປັນ “ວັນງົດການບໍລິໂພກ ແລະ ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າແຫ່ງຊາດ”.

ທ່ານລັດຖະມົນຕີກະຊວງສາທາລະນະສຸກ​ ໃຫ້ຮູ້ຕື່ມວ່າ: ພາຍຫຼັງຮ່າງກົດໝາຍສະບັບປັບປຸງນີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະຊ່ວຍໃຫ້ການຄຸ້ມຄອງ, ຕິດຕາມ ແລະ ກວດກາທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ມີຄວາມເປັນລະບົບ, ມີປະສິດທິພາບ, ຊ່ວຍຫຼຸດຜ່ອນອຸບັດຕິເຫດ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນ.

ແຫຼ່ງທີ່ມາ: ຂ່າວເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...