spot_img
Homeຊີວິດແລະຄວາມຮັກຈິດວິນຍານຂອງທ່ານໝໍ

ຈິດວິນຍານຂອງທ່ານໝໍ

Published on

 

ການຮູ້ວ່າຍາດພີ່ນ້ອງຫຼືຄົນໃນ ຄອບຄົວຂອງເຮົາເສຍຊີວິດນັ້ນ ມັນເປັນຂ່າວທີ່ເສົ້າສະເທືອນໃຈ ຈົນທາງທີເຮົາກໍລືມໄປວ່າ ອີກຄົນໜຶ່ງທີ່ມີຄວາມເສົ້າຮ່ວມກັບເຮົາ ນັ້ນກໍຄື ທ່ານໝໍ ທີ່ພະຍາຍາມຢ່າງສຸດຄວາມສາມາດແລ້ວ ແຕ່ກໍຊ່ວຍໄວ້ບໍ່ໄດ້…

ຮູບພາບນີ້ຖືກແຊມາຈາກໜ່ວຍກູ້ໄພ ທີ່ເຫັນພາບຂອງທ່ານໝໍສຸກເສີນ ທີ່ບໍ່ສາມາດຊ່ວຍຊີວິດຄົນເຈັບ ໄວ 19 ປີໄວ້ໄດ້ ຈຶ່ງອອກມານອກໂຮງໝໍ ແລະເສຍໃຈກັບສິ່ງທີ່ເກີດຂຶ້ນ ເຊິ່ງເປັນຮູບພາບທີ່ຄົນເອົາມາລົງ ບອກວ່າມັນເປັນສິ່ງທີ່ເບິ່ງແລ້ວ ສະເທືອນໃຈຫຼາຍ.

ຄົນທີ່ເອົາຮູບນີ້ອອກມາເຜີຍແຜ່ ກໍເຮັດວຽກໃນໂຮງໝໍດັ່ງກ່າວ ທີ່ຄາລິຟໍເນຍເຊັ່ນກັນເລົ່າອີກວ່າ:

“ປົກກະຕິນັ້ນຄົນເຈັບທີ່ຈາກເຮົາໄປ ຄືຄົນເຈັບທີ່ປ່ວຍໜັກ ຫຼືຊະລາພາບແລ້ວ ຫຼືລວມກັນທັງສອງຢ່າງ ແຕ່ນີ້ຄືຊາວໜຸ່ມອາຍຸພຽງ 19 ປີເທົ່ານັ້ນ ເຊິ່ງເຂົ້າໃຈໄດ້ວ່າໃນຄວາມຄິດ ຂອງທ່ານໝໍນັ້ນ ມັນຄືສິ່ງທີ່ໜ້າເສົ້າແທ້ໆ ແລະເປັນສິ່ງເຕືອນໃຈຂອງເຮົາໄດ້ຫຼາຍໆຢ່າງ”

ແລະນີ້ຄືຮູບພາບທີ່ໜ່ວຍກູ້ໄພຖ່າຍມາໄດ້:

doctor3

ຜູ້ຖ່າຍເລົ່າວ່າ: “ທ່ານໝໍຍ່າງອອກມາບໍ່ດົນ ກໍຍ່າງກັບເຂົ້າໄປໃນໂຮງໝໍອີກ ກັບຄວາມພ້ອມທີ່ຈະເຮັດວຽກ ຕາມໜ້າທີ່ຂອງເຂົາຕໍ່ໄປ”

ເຊິ່ງເປັນສິ່ງທີ່ເຮັດໃຫ້ເຮົາຮູ້ວ່າ ນີ້ຄືສິ່ງທີ່ທ່ານໝໍໂດຍສະເພາະ ແມ່ນພະແນກທີ່ຢູ່ກັບຄວາມເປັນຄວາມຕາຍ ຄືພະແນກສຸກເສີນຕ້ອງພົບພໍ້ທຸກມື້ ເຂົາຍັງເລົ່າອີກລ່າ ເມື່ອຕອນທີ່ພໍ່ຂອງເຂົາເສຍຊີວິດ ທ່ານໝໍທີ່ເປັນຄົນຜູ້ປິ່ນປົວເສຍໃຈຫຼາຍ ເຂົາບອກວ່າເຂົາຮູ້ວ່າໝໍເສຍໃຈ ເພາະບໍ່ວ່າທ່ານຈະຊ່ອນອາລົມຈັ່ງໃດ ມັນຈະອອກມາຈາກສາຍຕາຢູ່ດີ ເຊິ່ງສິ່ງເຫຼົ່ານີ້ເຮັດໃຫ້ເຮົາເຂົ້າໃຈ ຄົນໃນວິຊາຊີບນີ້ຫຼາຍຂຶ້ນຫຼາຍເຕີບ.

ຖ້າທ່ານມັກເລື່ອງນີ້ ກໍຢ່າລືມແບ່ງປັນເລື່ອງລາວດີໆ ແບບນີ້ໃຫ້ໝູ່ເພື່ອນ ແລະຄົນອ້ອມຂ້ອງຂອງທ່ານ ແບ່ງປັນເລີຍ!
ຂອບໃຈບົດຄວາມຈາກ: kiitdoo

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...