Homeຂ່າວພາຍ​ໃນປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

Published on

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.

ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ. ຜ່ານການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານຈະລາຈອນທາງບົກໃນໄລຍະຜ່ານມາ ເຫັນວ່າມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ປັບປຸງກົດໝາຍສະບັບນີ້ ດ້ວຍເຫດຜົນຄືດັ່ງນີ້: ດ້ານເຄື່ອງມືໃນການຄຸ້ມຄອງເຊັ່ນ:

ກົດໝາຍ ແລະ ນິຕິກຳໄຕ້ກົດໝາຍໃນປັດຈຸບັນຍັງບໍ່ທັນຄົບຖ້ວນ, ບາງເນື້ອໃນຍັງບໍ່ທັນຖືກຕ້ອງ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ໂດຍສະເພາະວຽກງານຈະລາຈອນທາງບົກທີ່ມີການຂະຫຍາຍຕົວຢ່າງວ່ອງໄວ; ດ້ານຖານຂໍ້ມູນລວມສູນຍັງບໍ່ທັນມີລະບົບຖານຂໍ້ມູນລວມສູນ ເຊິ່ງເຮັດໃຫ້ການເກັບກຳສະຖິຕິ, ການຕິດຕາມກ່ຽວກັບວຽກງານຈະລາຈອນທາງບົກຍັງມີຄວາມຫຍຸ້ງຍາກ; ດ້ານການແບ່ງຂັ້ນຄຸ້ມຄອງ: ການປະສານງານ ແລະ ການແບ່ງຄວາມຮັບຜິດຊອບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນຍັງມີລັກສະນະຊໍ້າຊ້ອນ ແລະ ບໍ່ທັນມີປະສິດທິພາບເທົ່າທີ່ຄວນ.

ສໍາລັບໂຄງປະກອບຂອງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຜ່ານມາກົດໝາຍດັ່ງກ່າວມີທັງໝົດ 2 ສະບັບ, ສະບັບປີ 2000 ມີ 9 ໝວດ ແລະ 40 ມາດຕາ; ສະບັບປັດຈຸບັນນໍາໃຊ້ແຕ່ປີ 2012 (ສະບັບປັບປຸງຄັ້ງທີ 1) ມີທັງໝົດ XII ພາກ, 11 ໝວດ ແລະ 89 ມາດຕາ, ຮ່າງກົດໝາຍສະບັບປັບປຸງໃໝ່ປະກອບມີ XII ພາກ, 11 ໝວດ ແລະ 100 ມາດຕາ (ສ້າງໃໝ່ 31 ມາດຕາ ແລະ ປັບປຸງມີ 69 ມາດຕາ).

ຄາດຄະເນຜົນໄດ້ຮັບ ຮ່າງກົດໝາຍສະບັບນີ້ ຈະເປັນເຄື່ອງມືສໍາຄັນໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງໄລຍະປີ 2021-2030, ສອດຄ່ອງກັບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສາມາດຍົກລະດັບການຄຸ້ມຄອງການຈະລາຈອນທາງບົກໃຫ້ມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ຜູ້ນໍາໃຊ້ລົດ, ນໍາໃຊ້ທາງຫຼວງ ປະຕິບັດຖືກຕ້ອງຕາມກົດຈະລາຈອນທາງບົກ; ເປັນບ່ອນອີງໃນການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ຄຸ້ມຄອງການຈະລາຈອນທາງບົກ, ແນໃສ່ຫຼຸດຜ່ອນອຸບັດເຫດ, ຄວາມແອອັດໃນການສັນຈອນ, ປົກປ້ອງຊີວິດ, ຊັບສິນຂອງບຸກຄົນ, ຊັບສິນສາທາລະນະ, ແກ້ໄຂຄະດີຕ່າງໆ ກ່ຽວກັບການຈະລາຈອນທາງບົກທີ່ເກີດຂຶ້ນ, ຮັບປະກັນການເຊື່ອມໂຍງ-ເຊື່ອມຈອດກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ທັງເປັນການປະກອບສ່ວນເຂົ້າໃນການສ້າງລັດ ແຫ່ງ ສປປ ລາວ.

ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ; ດຶງດູດການຮ່ວມມືດ້ານວິຊາການ, ການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າໃນວຽກງານການຈະລາຈອນທາງບົກໃຫ້ຫຼາຍຂຶ້ນ; ເຮັດໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງ ແລະ ທ້ອງຖິ່ນມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ; ສ້າງວຽກເຮັດງານທໍາ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ແລະ ສ້າງຄວາມເຊື່ອໝັ້ນໃຫ້ພາກທຸລະກິດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາຕໍ່ວຽກງານການຈະລາຈອນທາງບົກໃນ ສປປ ລາວ.

ອ້າງອີງຈາກ: ໜັງສືພິມປະຊາຊົນ

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...