Homeຂ່າວພາຍ​ໃນ2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

Published on

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາ.

ກ່ຽວກັບການກໍານົດລາຄາຫົວໜ່ວຍກໍ່ສ້າງໂຄງລ່າງພື້ນຖານ, ທ່ານລັດຖະມົນຕີໄດ້ຊີ້ແຈ້ງວ່າ: ສູດຄິດໄລ່ລາຄາຫົວໜ່ວຍຂົວທາງໃນປັດຈຸບັນຕ້ອງການຂໍ້ມູນວັດສະດຸ 162 ລາຍການ ແຕ່ໄດ້ຮັບຂໍ້ມູນຈາກຂະແໜງການອຸດສາຫະກໍາ ແລະ ການຄ້າ ພຽງ 4-5 ລາຍການ, ບວກກັບຜົນກະທົບຈາກລາຄານ້ຳມັນ, ອັດຕາແລກປ່ຽນ ແລະ ການຊຳລະສະສາງທີ່ຊັກຊ້າ ເຮັດໃຫ້ຜູ້ຮັບເໝົາບວກຄວາມສ່ຽງໃສ່ ມູນຄ່າໂຄງການຈຶ່ງມີລາຄາສູງ, ທິດທາງປັບປຸງໃນຕໍ່ໜ້າ ຈະເລັ່ງສົມທົບກັບຂະແໜງການກ່ຽວກັບເພື່ອກຳນົດຂໍ້ມູນວັດສະດຸໃຫ້ຄົບຖ້ວນ, ຈັດລະດັບເກຣດບໍລິສັດຮັບເໝົາ ແລະ ດຶງເອົາລັດວິສາຫະກິດມາເປັນຕົ້ນແບບໃນການຈັດຕັ້ງປະຕິບັດ. 

ສໍາລັບການແບ່ງຂັ້ນຄຸ້ມຄອງການສ້ອມແປງ ແລະ ກໍ່ສ້າງເສັ້ນທາງຕາມນະໂຍບາຍໃໝ່, ແມ່ນໄດ້ມອບໃຫ້ອົງການປົກຄອງທ້ອງຖິ່ນເປັນເຈົ້າການຈັດຕັ້ງປະຕິບັດ, ໂດຍມີການລະດົມພາກເອກະຊົນເຂົ້າຮ່ວມ ເຊິ່ງໄດ້ກຳນົດເອົາທາງເລກ 9 ເປັນໂຄງການຕົ້ນແບບໃນການຍົກລະດັບໃຫ້ຮັບນ້ຳໜັກໄດ້ 11 ໂຕນຕໍ່ເພົ້າ ແລະ ກຽມເລີ່ມເກັບຄ່າຜ່ານທາງເຂົ້າບັນຊີສະເພາະເພື່ອຊຳລະຄ່າສ້ອມແປງໃນຕົ້ນເດືອນ 10/2026. ພ້ອມດຽວກັນ, ໃນປີ 2026 ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ເພື່ອສະເລ່ຍສ້ອມແປງ ແລະ ປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວງ.

ດ້ານການຄວບຄຸມນໍ້າໜັກລົດບັນທຸກ, ນັບແຕ່ເດືອນສິງຫາ 2023 ຫາ ເດືອນກັນຍາ 2026 ໄດ້ກວດກາລົດທັງໝົດ 1.48 ລ້ານກວ່າຄັນ, ພົບເຫັນການລະເມີດ 110,193 ຄັນ, ໄດ້ຄ່ຽນຖ່າຍນ້ຳໜັກສ່ວນເກີນລົງ 66 ພັນໂຕນ ແລະ ປັບໄໝໄດ້ 14.31 ຕື້ກີບ. ທັງນີ້ ໄດ້ຢືນຢັນວ່າ ການປັບໄໝແມ່ນຕ້ອງໄດ້ຄ່ຽນຖ່າຍນໍ້າໜັກລົງກ່ອນຈຶ່ງອະນຸຍາດໃຫ້ເດີນທາງຕໍ່ໄດ້. ສຳລັບມາດຕະການໃນຕໍ່ໜ້າ ຈະເພີ່ມອັດຕາປັບໄໝໃຫ້ສູງຂຶ້ນ, ນຳໃຊ້ລະບົບດິຈິຕອນມາຄຸ້ມຄອງ ແລະ ຄົ້ນຄວ້າວ່າຈ້າງບໍລິສັດເອກະຊົນທີ່ມີປະສົບການມາຮັບຜິດຊອບຄຸ້ມຄອງສະຖານີຕິດຊັ່ງ.

ພາຍຫຼັງການຊີ້ແຈ້ງສິ້ນສຸດລົງ, ບັນດາສະມາຊິກສະພາແຫ່ງຊາດກໍໄດ້ຜັດປ່ຽນກັນເຈາະຈີ້ມ ແລະ ຍົກຄຳຖາມຕື່ມ ເປັນຕົ້ນແມ່ນກຳນົດເວລາທີ່ແນ່ນອນໃນການປັບປຸງແຜນຜັງເມືອງ, ມາດຕະການຄຸ້ມຄອງລົດບັນທຸກຫຼົບຫຼີກທາງຮ່ອມ, ລວມທັງການຕິດຕາມຄຸນະພາບການສ້ອມແປງທາງເລກ 9 ເຊິ່ງທ່ານລັດຖະມົນຕີກໍໄດ້ຮັບເອົາທຸກຄຳຄິດເຫັນ ເພື່ອສະໜອງຂໍ້ມູນຊີ້ແຈ້ງເພີ່ມເຕີມໃຫ້ສັງຄົມມີຄວາມເຊື່ອໝັ້ນ.

ທີ່ມາ: ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ 

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...