spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີອັງກິດ ອອກຈາກຫ້ອງໄອຊີຍູແລ້ວ

ນາຍົກລັດຖະມົນຕີອັງກິດ ອອກຈາກຫ້ອງໄອຊີຍູແລ້ວ

Published on

ໃນວັນທີ 9 ມີນາທີຜ່ານມາ ສຳນັກຂ່າວ BBC ລາຍງານວ່ານາຍົກລັດຖະມົນຕີແຫ່ງປະເທດອັງກິດ ທ່ານ ບໍຣິສ ຈອນສັນ (Boris Johnson) ໄດ້ອອກຈາກຫ້ອງໄອຊີຍູ ແລະ ຖືກຍ້າຍໄປຮັກສາຢູ່ທີ່ຫ້ອງທຳມະດາແລ້ວ.

ທຳນຽບນາຍົກລັດຖະມົນຕີຖະແຫຼງວ່າ ທ່ານນາຍົກໄດ້ຖືກຍ້າຍອອກຈາກຫ້ອງຜູ້ປ່ວຍໜັກ ໄປທີ່ຫ້ອງຜູ້ປ່ວຍປົກກະຕິ ເຊິ່ງທ່ານນາຍົກຈະໄດ້ຮັບການດູແລຢ່າງໃກ້ຊິດໃນໄລຍະທຳອິດຂອງການພັກຟື້ນ. ໂຄສົກຂອງທຳນຽບກໍ່ໄດ້ກ່າວໄວ້ວ່າ ນາຍົກລັດຖະມົນຕີມີຂວັນກຳລັງໃຈດີຫຼາຍ.

ທ່ານ ບໍຣິສ ຈອນສັນ ຖືກນຳຕົວສົ່ງໂຮງໝໍ ໃນວັນທີ 5 ເມສາ ຕອນກາງຄືນ, ຫຼັງຖືກກວດພົບວ່າຕິດເຊື້ອພະຍາດໄວຣັສໂຄວິດ-19, 10 ມື້ກ່ອນໜ້ານັ້ນ ທ່ານນາຍົກມີອາການປ່ວຍຈາກພະຍາດຢ່າງຕໍ່ເນື່ອງ ລວມໄປເຖີງອາການໄຂ້ສູງ. ໜຶ່ງມື້ຕໍ່ມາ, ທ່ານນາຍົກຖືກສັ່ງເຂົ້າຮັກສາຕົວໃນຫ້ອງໄອຊີຍູ ໂດຍທ່ານໝໍໄດ້ໃຫ້ອົກຊີຕາມການຮັກສາປົກກະຕິ ແລະ ເພິ່ນສາມາດຫາຍໃຈເອງໄດ້ ໂດຍທີ່ບໍ່ຕ້ອງໃຊ້ອຸປະກອນຊ່ວຍອື່ນ, ພ້ອມກັນນີ້ເພິ່ນກໍ່ບໍ່ມີພາວະປອດອັກເສບ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...