8 ຂໍ້ຜິດພາດໃນການແຕ່ງຫນ້າທີ່ເພີ່ມອາຍຸ

a_27

1. ໃຊ້​ຮອງ​ພື້ນ​ປົກ​ປິດ​​ຮ່ອງຮອຍ​ໜາ​ເກີນ​ໄ ສາວໆ ຫລາຍ​ຄົນ​ເຊື່ອ​ວ່າ ​ການ​ໃຊ້​ຮອງ​ພື້ນ​ໜາໆ ໂດຍ​ສະເພາະ​ສ່ວນ​ທີ່​ມີ​​ຮ່ອງຮອຍ ຈະ​ຊ່ວຍ​ປົກ​ປິດ​ຮ່ອງຮອຍ​ໄດ້​ນຽນ ແຕ່​ສາວໆ ຮູ້​ບໍ່ວ່າ ເຖິງວ່າ​ການ​ທາ​ຮອງ​ພື້ນ​ໜາໆ ຈະ​ຊ່ວຍ​ເຮັດໃຫ້​ເບິ່ງບໍ່ເຫັນ ຈຸດ​ດ່າງ​ດຳ ແລະ​ ຮອຍ​ສິວ​ແທ້ ແຕ່​ມັນ​ກໍ​ເປັນ​ສິ່ງ​ທີ່​ເພີ່ມ​ອາ​ຍຸ​​ໄດ້​ຫລາຍ​ປີ ນັ້ນ​ເພາະ​ມັນ​ຈະ​ໄປ​ຊ່ວຍ​ເນັ້ນ​ໃຫ້​ເຫັນ​ຮອຍ​ຫ່ຽວ ແລະ ​ຮ່ອງ​ຮອຍ​​​ເທິງໜ້າ​ໃຫ້​ເຫັນ​ແຈ້ງ​ຂຶ້ນ ໂດຍ​ສະເພາະ​ເວລາ​ທີ່​ເຈົ້າ​ຍິ້ມ ​ຈະເຫັນດີ​ຍິ່ງ​ກວ່າ​ຕອນບໍ່​ແຕ່ງ​ໜ້າ​

2. ໃຊ້​ຄອນ​ຊີນ​ເລີ​ທາ​ບໍລິເວນ​ກ້ອງຕາ​ຫລາຍ​ຊັ້ນ ເພື່ອ​ປົກ​ປິດ​ຮອຍ​ຄ້ຳ ຫລື ​ຕາ​ແພນ​ດ້າ​ນັ້ນ​ເອງ ແຕ່​ແທ້ໆ ແລ້ວ​ມັນ​ບໍ່​ໄດ້​ຊ່ວຍ​ປົກ​ປິດ​ເທົ່າ​ໃດ ຢ່າງ​ນ້ອຍ​ມັນ​ກໍ​ພຽງແຕ່​ເຮັດໃຫ້​ຮອຍ​ຄ້ຳ​ເບິ່ງ​ສະຫວ່າງ​ຂຶ້ນ​ ແລະ ​ບາງ​ຄົນ​ກໍ​ເຮັດໃຫ້​ຜິວ​ກ້ອງຕາ​ກາຍ​ເປັນ​ສີ​ເທົາໆ ໄປ​ເລີຍ ນອກ​ຈາກ​ນີ້​ຍັງ​ເຮັດໃຫ້​ເຫັນ​ຮອຍ​ຍານ​ກ້ອງ​ຕານໍາ​ອີກ

3. ປັດ​ມາດ​ຄາ​ລາ​ໜາ​ເກີນໄປ ແລະ ​ຍາ ເຊື່ອ​ບໍ​ວ່າ​ ຂົນ​ຕາ​ທີ່​ຖືກ​ເນັ້ນ​ໃຫ້​ໜາ​ ແລະ​ ຍາວ​ໄປ​ພ້ອມໆກັນ ຈະ​ເຮັດໃຫ້​ໜ້າ​​ເບິ່ງ​ແກ​ຂຶ້ນ​ແບບບໍ່​ໜ້າ​ເຊື່ອ ໂດຍ​ສະເພາະ​ຖ້າ​ເປັນ​ມາດ​ຄາ​ລາ​ທີ່​ປັດ​ແລ້ວ ຂົນ​ຕາ​ເບິ່ງ​ແຫ້ງ ກົງໆ ບໍ່​ມີ​ຊີວິດ​ຊີ​ວານໍາອີກ​​ ນອກ​ຈາກ​ຈະ​ບໍ່​ເປັນ​ທຳມະຊາດ​ແລ້ວ ຍັງ​ເຮັດໃຫ້​​ເບິ່ງ​ມີ​ອາ​ຍຸ​ຂຶ້ນ​ນໍາອີກ​ ດັ່ງ​ນັ້ນ ສາວໆ ຈຶ່ງ​ຄວນ​ປັດ​ມາດ​ຄາ​ລາ​ໂດຍ​ເນັ້ນ​ຢ່າງ​ໃດ​ຢ່າງ​ໜຶ່ງ ຖ້າ​ບໍ່​ໜາ​ກໍ​ຍາວ​ໜ້ອຍໜຶ່ງ ແຕ່​ຢ່າ​ໃຫ້​ເບິ່ງ​ເກີນ​ຈິງ​ຫລາຍ​ໄປ​ກໍ​ພໍ​

4. ທາ​ປາກ​ດ້ວຍ​​ສີສົບ​ທີ່​ເຮັດໃຫ້​ເບິ່ງ​ສະ​ທ້ອນ​ຄືໂລ​ຫະ ບໍ່​ວ່າ​ຈະ​ສີ​ຄໍາ ສີ​ສົ້ມ ສີ​ແດງ ກໍ​ຕາມ ເນື້ອ​ສີສົບ​ແບບ​ນີ້​ຄວນ​ໃຊ້​ໃນ​ງານ​ສະແດງ​ສະແດງ ຫລື​ ງານ​ແຟ​ຊັນ​ເທົ່າ​ນັ້ນ   ບໍ່​ຄວນ​ນຳ​ມາ​ທາ​ໃນ​ຊີວິດ​ປະຈຳວັນ​ ເພາະ​ມັນ​ຈະ​ເຮັດໃຫ້​ເບິ່ງ​ມີ​ອາ​ຍຸ​ຂຶ້ນ​ຫລາຍ​ປີ​ເລີຍ​

5. ທາ​ປາກ​ແດງ​ ແມ່ນ​ຈະ​ເປັນ​ເທນ​ທີ່​ກຳ​ລັງ​ມາ​ແຮງ​ໃນ​ໝູ່​ສາວໆ ສົ້ມ​ທັງ​ຫລາຍ ແຕ່​ຖ້າ​ຫາກ​ຜິວ​ເຈົ້າ​ບໍ່​ສະຫວ່າງ ຂາວ ຫລື​ ເຫລືອງ​ຂາວ​ແທ້ໆ ບໍ່​ເໝາະ​ກັບ​ສີສົບສີ​ນີ້​ເລີຍ​ ເພາະ​ມັນ​ຈະ​ເພີ່ມ​ອາ​ຍຸ​ເຈົ້າ​ໄດ້​ແບບບໍ່​ໜ້າ​ເຊື່ອ ແຕ່​ກັບ​ກັນ ສີສົບ​ທີ່​ເຮັດໃຫ້​​ເບິ່ງ​ອາ​ຍຸ​ນ້ອຍ ຄື​ສີ​ອ່ອນ ​ແລະ ​ສີ​ນູດ ແຖມ​ຍັງ​ເຂົ້າ​ກັບ​ທຸກ​ສີ​ຜິວ​ນໍາອີກ

6. ແກ້ມ​ແດງ​ເປັນ​ວົ ຫລື ​ບົວເກີນ​ຈິງ ນອກ​ຈາກ​ຈະ​ເຮັດໃຫ້​ເບິ່ງ​ບໍ່​ເປັນ​ທຳມະຊາດ​ແລ້ວ ສີໜ້າ​ຍັງ​ປິດ​ຜິວ​ອັນ​ສະຫວ່າງ​ໃສ​ໄປຫມົດ ແລະ​ ເຮັດໃຫ້​ໜ້າ​ຂາດ​ຄວາມ​ໂດດ​ເດັ່ນ ເພາະ​ສີສົບ​ທີ່​ເປັນ​ສີ​ສັນ​ຢູ່​ແລ້ວ ອາຍ​ຊາ​ໂດ ແລະ ​ຄິ້ວ ທຸກ​ຢ່າງ​ຍາດ​ກັນ​ໂດດ​ເດັ່ນ ຈົນ​ເບິ່ງ​ໜັກ ແລະ ​ແນ່ນອນ ເບິ່ງ​ມີ​ອາ​ຍຸ​ຂຶ້ນ​ຫລາຍ​ເລີຍ​

7. ຖອນ​ຂົນ​ຄິ້ວ​ຫລາຍ​ເກີນ​ໄປ ຈົນ​ເຮັດໃຫ້​ຄິ້ວ​ລຽວ​ບາງ​ເປັນ​ເສັ້ນ​ຄື​ໃສ້​​ສໍ​ຂຽນ ​  ​ຢ່າງ​ນັ້ນ ແຖມ​ຍັງ​ເບິ່ງ​ຄືຄົນ​ມີ​ອາ​ຍຸ​ ​ຄິ້ວ​ເລີ່ມ​ຫາຍ​ໄປ​ເລື່ອຍ​ໆນໍາອີກ​ ດັ່ງ​ນັ້ນ ສາວໆ ຈຶ່ງ​ຄວນ​ຫລີກລ້ຽງ​ການ​ຖອນ​ຄິ້ວ​ຫລາຍ​ເກີນ​ໄປ​ ເອົາ​ພໍ​ງາມ​ຮັບ​ກັບ​ໜ້າ ແລະ ​ເປັນ​ທຳມະຊາດ​ກະພໍ

8. ທາ​ແປ້ງ​ໜາ​ ແທ້ໆແລ້ວ​ການ​ທາ​ແປ້ງ​ແບບ​ນີ້​ຄວນ​ຈະ​ໃຊ້​ຄຳ​ວ່າ​ ​ພອກ​ ​​ ເພາະ​ມັນ​ໜາ​ຈົນ​ເຮັດໃຫ້​ເບິ່ງບໍ່ເຫັນ​ສະພາບ​ຜິວ​ທີ່​ແທ້​ຈິງ​ ເຊິ່ງ​ນີ້​ແຫລະ​ທີ່​ເຮັດໃຫ້​ສາວໆ ບໍ່ງາມເພາະ​ມັນ​ຈະ​ຍິ່ງ​ເນັ້ນ​ຮ່ອງ​ຮອຍ​ໃຫ້​ເຫັນ​ເດັ່ນ​ແຈ້ງ​ກວ່າ​ການ​ທາຮອງ​ພື້ນ​ໜາ​ອີກ ເພາະ​ແປ້ງ​ເປັນ​ເຄື່ອງ​ສຳ​ອາງ​ເນື້ອ​ແຫ້ງ​ນັ້ນ​ເອງ ດັ່ງ​ນັ້ນ ສາວໆ ຈຶ່ງ​ຄວນ​ທາ​ແປ້ງ​ໃຫ້​ພໍ​ປະ​ມານ ຍິ່ງ​ຖ້າ​​ລົງ​ຮອງ​ພື້ນ ​ແລະ ​ຄອນ​ຊີນ​ເລີ​ໄປ​ແລ້ວ​ ກໍ່ຄວນ​ລົງ​ແປ້ງ​ໃຫ້​ບາງ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​