Homeຄວາມງາມເຄັດລັບເຮັດໃຫ້ຜິວນຸ້ມ ຄືແຊ່ນ້ຳນົມ

ເຄັດລັບເຮັດໃຫ້ຜິວນຸ້ມ ຄືແຊ່ນ້ຳນົມ

Published on

411630

ຂັ້ນ​ຕອນທໍາອິດ ກໍ​ໄລ່​ຄວາມ​ເຢັນ​ອອກ​ໄປ​ຈາກ​ຫ້ອງ​ນ້ຳ​ກ່ອນ ໂດຍການ​ເປີດ​ນ້ຳ​​​ທີ່​ມີ​ອຸນຫະພູມ​ຮ້ອນ​ໆ​ຖິ້ມ​ເອົາ​ໄວ້ ໂດຍ​ບໍ່​ຕ້ອງ​ເຂົ້າໄປ​ຍືນ​ໃຫ້ນໍ້າຖືກ​ ອາຍ​ຮ້ອນ​ຈະ​ເຮັດໃຫ້​ຜິວ​​ນຸ້ມ​ຂຶ້ນ ເຮັດໃຫ້​ງ່າຍ​ຕໍ່​ການ​ຂັດ​ຜິວ

ຈາກ​ນັ້ນ​ກໍ​ເຖິງ​ຂັ້ນ​ຕອນ​ການ​ຂັດ​ຜິວ​ໂດຍ​ໃຊ້​ຂັດຜິວ​ຕາມ​ປົກກະຕິ​ ຫລື ​ຖ້າ​ຢາກ​ຈະ​ປຸງ​ຜະລິດຕະພັນ​ຂັດ​ຜິວ​ຂຶ້ນ​ມາ​ໃຊ້​ເອງ ກໍ​ລອງ​ໃຊ້​ສູດ​ໃໝ່ມີ​ສ່ວນ​ປະສົມ​ດັ່ງ​ຕໍ່ໄປນີ້

– ນໍ້າ​ຕານ​ຊາຍ​ແດງ 1/2 ຖ້ວຍ
– ຜົງ​ໄຜ່ 1/2 ຖ້ວຍ (ລອງ​ຫາ​ຊື້​ນໍາຮ້ານ​ຢາ​ຈີນ ​ຫລື​ ຮ້ານ​ຂາຍ​ຜະລິດຕະພັນ​ທີ່​ມາ​ຈາກ​ປະເທດ​ຈີນ)
– ຂີງ​ສົດ​ສັບ​ລະອຽດ (ເຊິ່ງ​ຊ່ວຍ​ກະຕຸ້ນ​ລະບົບ​ໄຫລ​ວຽນ) 2 ບ່ວງ
– ໂຈ​ໂຈ​ບາ​ອອຍ 1 ຖ້ວຍ

 ປະສົມ​ສ່ວນ​ປະສົມ​ທັງ​ໝົດ​ເຂົ້າ​ນຳກັນ ແລະ ​ມີການ​ຂັດ​ຜິວ ໂດຍ​ລາກ​ຍາວໆ ຊ້າ​ໆ ເລີ່ມ​ຈາກ​ຂາ​ກ່ອນ ແລ້ວ​ຂັດ​​ຂຶ້ນ​ໄປ​ເຖິງ​ແຂນ ໜ້າ​ເອິກ ຫລັງ ແລະ   ​ບັ້ນ​ທ້າຍ

ເມື່ອ​ຂັດ​ຜິວ​ທົ່ວ​ທັງ​ໂຕ​ສຳເລັດ​ແລ້ວ ກໍ​ກ້າວ​ເຂົ້າໄປ​ຢູ່​ກ້ອງຝັກ​ບົວ ທາສະບູ່​ເພື່ອ​ກຳຈັດ​ຄາບ​ເມັດ​ຂັດ​ຜິວ​ອອກ​ໄປ ໂດຍ​ເລືອກ​ໃຊ້​ສະ​ບູ່​ ຫລື​ ເຈວ​ອາບ​ນ້ຳ​ແບບ​ທີ່​ໃຫ້​ຄວາມ​ຊຸ່ມ​ຊື່ນ​ກັບ​ຜິວ ພຽງ​ເທົ່າ​ນີ້​ຜິວ​ກາຍ​ຂອງ​​ກໍ​ຈະ​ເບິ່ງ​ນຽນ​ນຸ້ມ​ໄດ້​ເປັນ​ພິເສດ​ແລ້ວ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...