Homeຍ້ອງຍໍຄົນດີເດັ່ນທ່ານ ສູນທອນ ພົມມະຈັກ ມອບປຶ້ມພຸດທະປະຫວັດມູນຄ່າ 450 ລ້ານ

ທ່ານ ສູນທອນ ພົມມະຈັກ ມອບປຶ້ມພຸດທະປະຫວັດມູນຄ່າ 450 ລ້ານ

Published on

10728675_502137776590144_1980068025_n

10728760_502137966590125_551595620_n

10728796_502139856589936_1438215391_n

10743332_502137876590134_2002894028_n

ຄືດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ: ຄົນລາວສ່ວນໃຫຍ່ນັບຖືສາດສະໜາພຸດ, ແຕ່ໃນນັ້ນ ມີຄົນຈໍານວນໜຶ່ງຍັງບໍ່ຮູ້ລະອຽດຈະແຈ້ງ, ບໍ່ຮູ້ເລິກເຊິ່ງເຖິງຖອງວ່າສາດສະໜາພຸດເກີດຂຶ້ນຢູ່ໃສ? ເກີດຂຶ້ນເວລາໃດ? ແມ່ນໃຜເປັນສາດສະດາ? ສາດສະໜາພຸດແຜ່ຂະຫຍາຍເຂົ້າມາປະເທດເຮົາຍາມໃດ? ແມ່ນໃຜເປັນຜູ້ນໍາເຂົ້າມາ? ເຊິ່ງສາເຫດບໍ່ຮູ້ຍ້ອນບໍ່ມີໜັງສື, ບໍ່ມີປຶ້ມເຜີຍແຜ່ກ່ຽວກັບພຸດທະປະຫວັດແບບທົ່ວໄປ ແບບອ່ານແລ້ວເຂົ້າໃຈງ່າຍ.

ຢືນຢູ່ຕໍ່ໜ້າສະພາບການ ທີ່ເປັນໄປຄືດັ່ງກ່າວ, ຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ ກໍຄືຊາວພຸດທະສາສະນິກະຊົນ ໄດ້ປະກົດເປັນຈິງຂຶ້ນ ເມື່ອປຶ້ມພຸດທະປະຫວັດສໍາລັບຊາວໜຸ່ມ ແລະ ຊາວບ້ານ ໄດ້ຮັບການພິມສໍາເລັດອອກສູ່ສັງຄົມ ເຊິ່ງຖືເປັນປຶ້ມກ່ຽວກັບສາດສະໜາພຸດ ທີ່ເປັນພາສາລາວ ເຫຼັ້ມທໍາອິດຂອງຊາດ ເມື່ອມາເຖິງໃນວັນທີ 12 ກັນຍາ 2014 ທີ່ຜ່ານມາ ຢູ່ທີ່ຫໍທໍາມະສະພາ (ວັດທາດຫຼວງ), ຄະນະໂຄສະນາອົບຮົມສູນກາງພັກ ໃນນາມຜູ້ຄົ້ນຄວ້າ ຮຽບຮຽງ ຈັດພິມ ແລະ ແຈກຢາຍ ຮ່ວມກັບທ່ານ ສູນທອນ ພົມມະຈັກ, ຮອງຜູ້ອໍານວຍການໃຫຍ່ບໍລິສັດເບຍລາວ ທັງເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ພ້ອມດ້ວຍຄອບຄົວ ໃນນາມເຈົ້າສັດທາເປັນຜູ້ອຸປະຖໍາໃຫ້ທຶນທັງໝົດໃນການຄົ້ນຄວ້າ ຮຽບຮຽງ ຈັດພິມ ແລະ ແຈກຢາຍປຶ້ມພຸດທະປະຫວັດ ລວມມູນຄ່າຫຼາຍກວ່າ 450.000.000 ກີບ ໄດ້ພ້ອມກັນຈັດໃຫ້ມີພິທີຖວາຍປຶ້ມດັ່ງກ່າວ ຈໍານວນ 20.000 ເຫຼັ້ມ ເພື່ອເປັນຊັບສົມບັດໃຫ້ແກ່ສູນກາງອົງການພຸດທະສາດສະໜາສໍາພັນລາວ ນໍາໄປແຈກຢາຍເປັນທັມມະທານ ອອກສູ່ສັງຄົມ.

ຜູ້ຂຽນໄດ້ຮັບກຽດໃຫ້ເຂົ້າສໍາພາດ ທ່ານ ສູນທອນ ພົມມະຈັກ, ຮອງຜູ້ອໍານວຍການໃຫຍ່ບໍລິສັດເບຍລາວ ທັງເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເຊິ່ງເພິ່ນໄດ້ໃຫ້ຮູ້ວ່າ: “ດ້ວຍຄວາມຮັກແພງສະໜິດສະໜົມເປັນການສ່ວນຕົວ ແລະ ເປັນໜຶ່ງໃນຜູ້ທີ່ສັດທາເຫຼື້ອມໃສໃນພຣະພຸດທະສາດສະໜາຄືກັນກັບມື້ລາງ ທ່ານ ເຈືອງ ສົມບູນຂັນ, ອະດີດຄະນະເລຂາທິການສູນກາງພັກ ແລະ ອະດີດຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງເພິ່ນໄດ້ມີແນວຄິດລິເລີ່ມ ແລະ ຕັ້ງບັນຫານີ້ຂຶ້ນມາປຶກສາຫາລືກັບຂ້າພະເຈົ້າ ແລ້ວຈຶ່ງຕົກລົງກັນຈັດພິມປຶ້ມພຸດທະປະຫວັດສໍາລັບຊາວໜຸ່ມ ແລະ ຊາວບ້ານ ໂດຍເພິ່ນຈະເປັນຜູ້ຮັບຜິດຊອບຄັດເລືອກ ແລະ ແຕ່ງຕັ້ງຄະນະຜູ້ຄົ້ນຄວ້າ ຮຽບຮຽງ ຈັດພິມ ແລະ ແຈກຢາຍ ຂະນະທີ່ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ຈະເປັນເຈົ້າສັດທາອຸປະຖໍາໃຫ້ທຶນທັງໝົດໃນການຄົ້ນຄວ້າ ຮຽບຮຽງ ຈັດພິມ ແລະ ແຈກຢາຍປຶ້ມດັ່ງກ່າວ”

ທ່ານຮອງຜູ້ອໍານວຍການໃຫຍ່ບໍລິສັດເບຍລາວ ຍັງໃຫ້ຮູ້ຕື່ມອີກວ່າ: “ິ່ເວລາຜ່ານໄປກວ່າ 1 ປີ, ປຶ້ມພຸດທະປະຫວັດເຫຼັ້ມນີ້ ຈຶ່ງໄດ້ຮັບການພິມສໍາເລັດອອກສູ່ສັງຄົມ ເຊິ່ງປຶ້ມເຫຼັ້ມດັ່ງກ່າວ ມີເນື້ອໃນປະກອບມີ 35 ບົດ, 212 ໜ້າ. ປຶ້ມພຸດທະປະຫວັດຫົວນີ້ ຈະເປັນຕໍາລາ ຫຼືຄູ່ມື ເພື່ອຊ່ວຍໃຫ້ຫຼາຍໆຄົນ ເວົ້າລວມ, ເວົ້າສະເພາະ ຊາວໜຸ່ມ ແລະ ຊາວບ້ານທົ່ວໄປ ຮູ້ຈັກຄວາມເປັນມາຂອງພຸດທະສາດສະໜາ ກໍຄືຮູ້ຈັກຫຼັກສິນທໍາຄໍາສອນ ຂອງພຣະພຸດທະເຈົ້າ, ເປັນປັດໄຈສໍາຄັນໜຶ່ງໃນການເສີມສ້າງພຸດທະສາດສະໜາໃຫ້ໝັ້ນຄົງຍືນຍົງ ຄວບຄູ່ກັບສັງຄົມລາວເຮົາຕະຫຼອດໄປ”

“ິ່ການຄົ້ນຄວ້າຮຽບຮຽງ ຈັດພິມ ແລະ ແຈກຢາຍ ປຶ້ມພຸດທະປະຫວັດ ສໍາລັບຊາວໜຸ່ມ ແລະ ຊາວບ້ານ ໃນຄັ້ງນີ້ ວັດຖຸປະສົງຫຼັກໆຂອງເພິ່ນ ກໍເພື່ອແຈກຢາຍເປັນທັມມະທານ; ດັ່ງນັ້ນ, ຂໍຢໍ້າວ່າເປັນການແຈກຢາຍໃຫ້ລ້າໆເນີ້ ບໍ່ໄດ້ຂາຍ ຖ້າທ່ານໃດສົນໃຈ ກໍສາມາດຕິດຕໍ່ພົວພັນເອົາໄດ້ ທີ່ເບີໂທ 020 77801651, 020 99903301ິ່ ສຸດທ້າຍນີ້ ບຸນກຸສົນອັນໃດ ຈະເກີດຈາກປຶ້ມເຫຼັ້ມນີ້, ໃນນາມເຈົ້າສັດທາເປັນຜູ້ອຸປະຖໍາໃຫ້ທຶນທັງໝົດໃນການຄົ້ນຄວ້າ ຮຽບຮຽງ ຈັດພິມ ແລະ ແຈກຢາຍປຶ້ມພຸດທະປະຫວັດ ຂໍອຸທິດໃຫ້ແກ່ທ່ານ ເຈືອງ ສົມບູນຂັນ ຜູ້ລິເລີ່ມ ແລະ ຂໍອຸທິດແດ່ບັນພະບູລຸດປູ່ຍ່າຕາຍາຍຜູ້ບັງເກີດເກົ້າ ຈົ່ງມາຮັບເອົາດ້ວຍເທີ້ນ!”, ທ່ານ ສູນທອນ ພົມມະຈັກ ກ່າວຕອນທ້າຍ.

 

 

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...