5 ອາຫານເຊົ້າສຸດບໍ່ດີຕໍ່ສຸຂະພາບແຕ່ຫລາຍຄົນນິຍົມກີນ

index

ຈືນໝູ​ຕິດນ້ຳ​ມັນ​

ຈືນໝູຕິດ​ນ້ຳມັນ​ກອບ ​ພວກ​ນີ້​ບໍ່ແມ່ນ​ອາຫານ​ທີ່​ອັນຕະລາຍ​ຖ້າຫາກ​ບໍ່ໄດ້ຮັບປະທານ​ເລື້ອຍ ແຕ່​ຖ້າ​ຮັບປະທານ​ເລື້ອຍໆ ​ເຮັດໃຫ້​ສົ່ງ​ຜົນ​ເສຍ​ຕໍ່​ສຸກຂະພາບ​ໃນ​ອະນາຄົດ​ໄດ້ ເພາະ​ມີ​ນ້ຳ​ມັນ​ ແລະ ​ໄຂ​ມັນ​ຫລາຍ

2. ທັນຍະພືດກ້ອນ

ແນ່ນອນ​ວ່າ​ທັນ​ພືດ​ເປັນ​ອາຫານ​ທີ່​ມີ​ປະໂຫຍດ ແຕ່​​ທັນຍະ​ພືດກ້ອນນັ້ນ​ເປັນ​ອາຫານ​ທີ່​ໄດ້ຮັບ​ການ​ແປ​ຮູບ​ຈາກ​ຜູ້​ຜະລິດ​ມາ​ແລ້ວ ຜູ້​ຜະລິດ​ອາດ​ໃສ່​ນ້ຳ​ຕານ​ຫລາຍ​ເກີນ​ໄປ ເຮັດໃຫ້​ຕຸ້ຍ​ໄດ້

3. ເຂົ້າໝົມຄູ່ ຈ້ຳນົມຂຸ້ນຫວານ

ເຂົ້າໝົມຄູ່ ເຮັດ​ຈາກ​ແປ້ງ​ຂັດ​ຂາວ ເປັນ​ຊະນິດ​ຂອງ​ແປ້ງ​ທີ່​ປ່ຽນ​ເປັນ​ນ້ຳ​ຕານ​ ແລະ​ ເຂົ້າ​ສູ່​ກະ​ແສ​ເລືອດ​ໄດ້​ໄວແຖມ​ເຂົ້າໝົມຄູ່ນັ້ນ​ເຮັດ​ດ້ວຍ​ວິທີ​ທອດ​ໃນ​ນ້ຳ​ມັນ​ໝໍ້​ໃຫຍ່ ຍິ່ງ​ສົ່ງ​ຜົນ​ເສຍ​ເພີ່ມ​ຂຶ້ນ

4. ໝູ​ປິ້

ການຮັບປະທານ​ໝູ​ປິ້ງ​ຄູ່​ກັບ​ເຂົ້າ​ໜຽວ​ບໍ່ແມ່ນອາຫານເຊົ້າ​ທີ່​ຮ້າຍແຮງ ແຕ່​ໂດຍສ່ວນ​ຫລາຍ​ໝູ​ປິ້ງ​ທີ່​ຂາຍ​ກັນ​ມັກ​ມີ​ສ່ວນ​ທີ່​ໄໝ້​ ອາດຈະ​ເຮັດໃຫ້​ເກີດ​ຄວາມ​ສ່ຽງ​ພະຍາດ​ມະ​ເຮັງ​ໄດ້

5. ຂະໜົມ​ຄອກ

ຂະໜົມຄົກ​ເປັນ​ອາຫານ​​ຍາມ​ເຊົ້າ​ຂອງ​ບາງຄົນ ແຕ່​ຢ່າ​ລືມ​ວ່າ​ຂະໜົມ​ຄົກ​ນັ້ນ​ເປັນ​ຂອງ​ຫວານ ເພາະ​ສະ​ນັ້ນ​ຫາກ​ຮັບປະທານເປັນ​ອາຫານ​ເຊົ້າ​ຍ່ອມ​ໄດ້ຮັບ​ສານ​ອາຫານ​ບໍ່​ຄົບ​ຖ້ວນ ຖ້າ​ຈະ​ຮັບປະທານ​ຄວນ​ຮັບປະທານ​ເປັນ​ຂອງ​ວ່າງ​ໃນ​ປະລິມານ​ບໍ່​ຫລາຍ​ດີກວ່າ

   ແຕ່​ກາ​ນບໍ​ລິ​ໂພກ​ອາຫານ​ທຸກ​ຊະນິດ​ລ້ວນ​ໃຫ້​ປະໂຫຍດ​ ແລະ ​ໂທດ​ໄດ້​ທັງ​ນັ້ນ ແນວໃດກໍ່ຕາມກໍຄວນ​ຮັບປະທານ​ແຕ່​ພໍ​ດີ ​ແລະ ​ອອກ​ກຳ​ລັງ​ກາຍ​ເພື່ອ​ສຸຂະພາບ​