spot_img
Homeຂ່າວພາຍ​ໃນຈະມີການປັບປຸງ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປະຈຸບັນ!

ຈະມີການປັບປຸງ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປະຈຸບັນ!

Published on

 

ປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດຳລັດ ແຕ່ງຕັ້ງຄະນະກຳມະການລະດັບຊາດ ເພື່ອປັບປຸງລັດຖະ

ທຳມະນູນ ສະບັບປີ 2003 ເຊິ່ງເປັນກົດໝາຍສູງສຸດຂອງປະເທດ ໃນວັນທີ 15 ສິງຫາ 2014 ຜ່ານມານີ້.

 

ອີງຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ໃນໜັງສືສະເໜີສະບັບເລກທີ 023/ຄປຈ ລົງວັນທີ  27

ມິຖູນາ 2014 ແລະ ໂດຍໃຊ້ອຳນາດຕາມລັດຖະທຳມະນູນ ແຫ່ງ ສປປ ລາວ ມາດຕາ 67 ຂໍ້ 2 ພະນະທ່ານ ຈູມມະ

ລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 165/ປປທ ລົງວັນທີ 15

ສິງຫາ 2014 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ເພື່ອປັບປຸງລັດຖະທຳມະນຸນ ແຫ່ງ ສາທາລະ

ນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບປີ 2003 ເຊິ່ງເປັນສະບັບທີ່ນຳໃຊ້ມາແລ້ວເປັນເວລາ 11 ປີ ເຖິງປະ

ຈຸບັນ.

 

ຢູ່ໃນລັດຖະດຳລັດສະບັບດັ່ງກ່າວ ແມ່ນໄດ້ແຕ່ງຕັ້ງ ຄະນະກຳມະການລະດັບຊາດ ເພື່ອປັບປຸງລັດຖະທຳມະນູນ

ຈຳນວນ 17 ທ່ານ ເຊິ່ງປະກອບດ້ວຍ:

 

1. ທ່ານ ນາງ ປານີ ຢ່າທໍຕູ້ ປະທານສະພາແຫ່ງຊາດ ເປັນປະທານ

2. ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ເປັນຮອງ

3. ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ເປັນຮອງ

4. ສຈ. ດຣ. ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດ ເປັນກຳມະການ

5. ສຈ. ດຣ. ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນກຳມະການ

6. ສຈ. ດຣ. ຈະເລີນ ເຢຍປາວເຮີ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ ເປັນກຳມະການ

7. ດຣ. ສອນໄຊ ສີພັນດອນ ລັດຖະມົນຕີວ່າການ ຫົວໜ້າຫ້ອງວ່າການລັດຖະບານ ເປັນກຳມະການ

8. ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີວ່າການ ຫົວໜ້າຫ້ອງວ່າການປະທານປະເທດ ເປັນກຳມະການ

9. ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີວ່າການກະຊວງພາຍໃນ ເປັນກຳມະການ

10. ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເປັນກຳມະການ

11. ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ ເປັນກຳມະການ

12. ທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ

ທ່ຽວ ເປັນກຳມະການ

13. ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການ ກະຊວງຍຸດຕິທຳ ເປັນກຳມະການ

14. ສຈ. ດາວອນ ຫວ່າງວິຈິດ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ເປັນກຳມະການ

15. ດຣ ອຸ່ນແກ້ວ ວຸດທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເປັນກຳມະການ

16. ດຣ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ເປັນກຳມະການ

17. ຮສຈ. ດຣ. ທອງສະລິດ ມັງໜໍ່ເມກ ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປັນກຳມະການ

 

ຄະນະກຳມະການຈຳນວນ 17 ທ່ານດັ່ງກ່າວ ແມ່ນມີສິດ ແລະ ໜ້າທີ່ ໃນການແບ່ງງານ ແບ່ງຄວາມຮັບຜິດຊອບ

ພາຍໃນຄະນະກຳມະການ ໃຫ້ຈະແຈ້ງລະອຽດ ແລະ ມີສິດແຕ່ງຕັ້ງຄະນະກຳມະການ, ບັນດາໜ່ວຍງານຊ່ວຍວຽກ

ຕ່າງໆໃຫ້ຄົບຖ້ວນ; ຊີ້ນຳການສ້າງແຜນການດຳເນີນງານ, ການຂຶ້ນແຜນງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການ

ປັບປຸງລັດຖະທຳມະນູນ; ຊີ້ນຳຄົ້ນຄ້ວາ ເພື່ອປັບປຸງບາງໝວດ ແລະ ບາງມາດຕາ ຂອງລັດຖະທຳມະນູນ ສະບັບ

ປີ 2003; ຊີ້ນຳການຈັດກອງປະຊຸມສຳມະນາວິທະຍາສາດ ແລະ ການທາບທາມຄຳຄິດເຫັນຂອງປະຊາຊົນ ແລະ

ຊັ້ນຄົນຕ່າງໆ ກ່ຽວກັບເນື້ອໃນຂອງຮ່າງລັດຖະທຳມະນູນ ສະບັບປັບປຸງໃໝ່ ແລະ ນຳເອົາຮ່າງລັດຖະທຳມະນູນ

ສະບັບປັບປຸງໃໝ່ ນຳສະເໜີກອງປະຊຸມຂອງສະພາແຫ່ງຊາດ ເພື່ອພິຈາລະນາ.

 

ການອອກລັດຖະດຳລັດແຕ່ງຕັ້ງຄະນະກຳມະການລະດັບຊາດ ເພື່ອປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ

ສະບັບປີ 2003 ໃນເທື່ອນີ້ ແມ່ນຖືກລົງລາຍເຊັນໂດຍ ປະທານປະເທດ ຈູມມາລີ ໄຊຍະສອນ ໃນວັນທີ 15 ສິງຫາ

2014 ເຊິ່ງເປັນມື້ດຽວກັນ ກັບມື້ປະກາດນຳໃຊ້ລັດຖະທຳມະນູນສະບັບທຳອິດ ຂອງ ສປປ ລາວ ວັນທີ 15 ສິງຫາ

1991 ເຊິ່ງເປັນວັນລັດຖະທຳມະນູນຂອງຊາດ ຄົບຮອບ 23 ປີພໍດີ.

 

ລັດຖະທຳມະນູນຂອງ ສປປ ລາວ ສະບັບທຳອິດ ຖືກປະກາດນຳໃຊ້ ໃນວັນທີ 15 ສິງຫາ 1991 ເຊິ່ງປະກອບມີທັງ

ໝົດ 10 ຫມວດ ແລະ 80 ມາດຕາ, ເຊິ່ງຕໍ່ມາໃນເດືອນພຶດສະພາ 2003 ກອງປະຊຸມສະໄຫມສາມັນຄັ້ງທີ 3

ຂອງສະພາແຫ່ງຊາດຊຸດທີ V ໄດ້ມີການຍື່ນຍັດຕິແກ້ໄຂລັດຖະທຳມະນູນເປັນຄັ້ງທຳອິດ, ເຊິ່ງໄດ້ມີການປ່ຽນ

ແປງ ແລະ ເພີ່ມບາງໝວດ ແລະ ບາງມາດຕາເຂົ້າໃສ່ຕື່ມ ກາຍມາເປັນ 11 ຫມວດ ແລະ 98 ມາດຕາໃນປະຈຸ

ບັນ ໂດຍມີການຮັບຮອງເອົາຕາມມະຕິຕົກລົງຂອງສະພາແຫ່ງຊາດ ໃນວັນທີ 6 ພຶດສະພາ 2003 ແລະ ປະກາດ

ນຳໃຊ້ໂດຍປະທານປະເທດ ແຫ່ງ ສ.ປ.ປ.ລາວ ຕາມລັດຖະດຳລັດເລກທີ 032/ສປປ ລົງວັນທີ 28 ພຶດສະພາ

2003, ການແຕ່ງຕັ້ງຄະນະກຳມະການລະດັບຊາດ ເພື່ອປັບປຸງລັດຖະທຳມະນູນໃນຄັ້ງນີ້ ຈິ່ງເປັນຄວາມພະຍາ

ຍາມທີ່ຈະແກ້ໄຂລັດຖະທຳມະນູນ ອັນເປັນກົດໝາຍພື້ນຖານຂອງບັນດາກົດໝາຍອື່ນໆທັງໝົດ ເຊິ່ງຖືເປັນ

ກົດໝາຍສູງສຸດຂອງປະເທດ ເປັນຄັ້ງທີ 3 ໃນປະຫວັດສາດຂອງ ສປປ ລາວ.

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...