Homeຄວາມງາມວິທີແກ້ໄຂໜ໊າລອກທີ່ສາວຜິວແຫ້ງບໍ່ຄວນພາດ

ວິທີແກ້ໄຂໜ໊າລອກທີ່ສາວຜິວແຫ້ງບໍ່ຄວນພາດ

Published on

    27_201211061116411.

ສາວ​ຜິວ​ແຫ້ງ ທັງ​ຫລາຍ​ອາດຈະ​ເບື່ອໜ່າຍ​ກັບ​ບັນຫາ​ຜິວ​ໜ້າລອກ ບໍ່​ວ່າທ່ານ​ຈະ​ທົດລອງ​ໃຊ້​ຄີມ​ບຳ​ລຸງ​ຈັກ​ສູດ ຜິວ​ກໍ​ຍັງ​ແຫ້ງ ​ແລະ ​ລອກ​ເປັນ​ຜຸຍໆ​ໃຫ້​ລຳ​ຄານ​ໃຈ​ຢູ່​ເລື້ອຍໆ ຢ່າງໃດ​ກໍ​ຕາມບັນຫາ​ທີ່​ແກ້​ບໍ່​ຕົກ​ເຫລົ່າ​ນີ້​ອາດ​ບໍ່​ສາມາດດ້ວຍການ​ໃຊ້​ຄີມ​ບຳ​ລຸງ​ເຂົ້າ​ຊ່ວຍ​ພຽງ​ຢ່າງ​ດຽວ ແຕ່​ສາວໆຈຳ​ເປັນ​ຕ້ອງ​ໃຊ້​ວິທີ​ແກ້​ໄຂ​ຫລາຍໆດ້ານ​ເຂົ້າ​ຊ່ວຍ ໃນ​ການ​ຟື້ນ​ບຳ​ລຸງ​ຜິວ​ຫນ້າທີ່​ແຫ້ງ​ ແລະ​ ມັກ​ຈະ​ລອກ​ເປັນ​ຜຸຍໆໃຫ້​ກັບ​ມາ​ສຸຂະພາບ​ດີ ຄົງ​ຄວາມ​ຊຸ່ມ​ຊື່ນ​ໄດ້​ອີກ​ມື້ນີ້ເລີຍຂໍ​ແນະ​ນຳ​ວີທີດັ່ງຕໍ່ໄປ​ນີ້​

  1. ຄວນ​ໃຊ້​ຜະລິດຕະພັນ​ເບິ່ງແຍງ​ຜິວ​ທີ່​ມີ​ສ່ວນ​ປະສົມ​ຂອງ​ມອຍສ໌​ເຈີ​​ໄລ​ເຊີ ຜະລິດຕະພັນ​ເບິ່ງແຍງ​ຜິວ​ທຸກ​ອັນນັບ​ຕັ້ງ​ແຕ່​ໂຟມ​ລ້າງ​ໜ້າ ຄີມ​ທາ​ຜິວ ຫລື ​​ຄີມ​ກັນ​ແດດ ທີ່​ສາວໆໃຊ້​ຄວນ​ມີ​ສ່ວນ​ປະສົມ​ຂອງ​ມອຍຊ໌​ເຈີ​ໄລ​ເຊີລ໌ ເພື່ອ​ຊ່ວຍ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ຜິວ​ໄດ້​ຢ່າງ​ພຽງ​ພໍ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ຜິວ ທີ່​ກຳ​ລັງ​ເສຍ​ສົມ​ດຸນ​ຢູ່ໃນ​ຕອນ​ນີ້

2.​ ຫລີກ​ລ້ຽງ​ໂຟມ​ລ້າງ​ຫນ້າທີ່​ມີ​ສ່ວນ​ປະສົມ​ຂອງ​ເມັດ​ບີດສ໌ ເພາະ​ເມັດ​ບີດສ໌​ຈະ​ຮຸກຖູ​ຜິວ​ໜ້າ​ອັນ​ບອບ​ບາງ​ຂອງ​ທ່ານ​ຈົນ​ເກີດ​ອາການ​ແຫ້ງ​ຍິ່ງ​ກວ່າ​ເກົ່າໄດ້ ດັ່ງ​ນັ້ນສາວໆຄວນ​ຈະ​ເລືອກ​ໂຟມ​ລ້າງ​ໜ້າ​ສູດ​ສຳລັບ​ຜິວ​ແພ້​ງ່າຍ​ຈະ​ດີ​ທີ່ສຸດ​

3. ຄວນ​ທາ​ຄີມ​ບຳ​ລຸງ​ຢ່າ​ງສະໝໍ່າສະເໝີ ເພື່ອ​ໃຫ້​ຜິວ​ໜ້າ​ໄດ້ຮັບ​ໄຂ​ມັນ​ທີ່​ມີ​ປະໂຫຍດ​ຕໍ່​ການ​ບຳ​ລຸງ​ຜິວ​ຢ່າງ​ລ້ຳ​ເລິກ ແລະ ​ສະ​ໝ່ຳ​ສະເໝີ ຜິວ​ໜ້າ​ຂອງ​ສາວໆຈະ​ຄ່ອຍ​ໆປັບ​ສະພາບ​ຈາກ​ທີ່​ແຫ້ງ​ ແຕ​ກລອກ​ເປັນ​ຜຸຍ ກັບ​ມາ​ມີ​ສຸຂະພາບ​ດີ ນຽນ​ນຸ່ມ ມີ​ນ້ຳມີ​ນວນ​ອີກ​ຄັ້ງ

4. ໃຊ້​ຄີມ​ກັນ​ແດດ​ກ່ອນ​ອອກຈາກ​ເຮືອນ​ທຸກ​ຄັ້ງ ເພາະ​ຜິວ​ແຫ້ງ​ຈະ​ຖືກ​ແສງ​ແດດ​ທຳ​ຮ້າຍ​ໄດ້​ໄວ​ຫລາຍ ດັ່ງ​ນັ້ນ​ຫລັງ​ຈາກ​ທີ່​ສາວໆ ທາ​ຄີມ​ບຳ​ລຸງ​ຜິວ​ແລ້ວ​ຄວນ​ຈະ​ທາ​ຄີມ​ກັນ​ແດດ​ກ່ອນ​ອອກຈາກ​ເຮືອນ​ໃນ​ທຸກ​ເຊົ້າ ເພື່ອ​ປ້ອງ​ກັນ​ຜິວ​ບໍ່​ໃຫ້​ສູນ​ເສຍ​ຄວາມ​ຊຸ່ມ​ຊື້ນ​ໄປ​ຫລາຍກວ່າ​ນີ້

5.​ກິນ​ອາຫານ​ທີ່​ຊ່ວຍ​ບຳ​ລຸງ​ຜິວເຊັ່ນ ວິ​ຕາ​ມິນ​ເອ, ບີ ແລະ​ ກົດ​ໄຂ​ມັນ​ຈຳ​ເປັນ ທີ່​ມີ​ໃນ​ຜັກ​ໃບ​ຂຽວ,ໝາກໄມ້,ຖົ່ວ ທັນຍະ​ພືດ​ທີ່​ບໍ່​ຂັດ​ສີ,ນົມ,ໄຂ່,ປາ, ສານ​ອາຫານ​ເຫລົ່າ​ນີ້​ຈະ​ເປັນ​ຢາ​ດີເລີດ ​ທີ່​ຊ່ວຍ​ຮັກສາ​ຜິວ​ຂອງ​ສາວໆໃຫ້​ກັບ​ມາ​ມີ​ສຸຂະພາບ​ດີ​ຈາກ​ພາຍ​ໃນ ນອກ​ຈາກ​ນີ້​ສາວໆຄວນ​ດື່ມ​ນ້ຳຫລາຍໆ ຈະ​ຊ່ວຍ​ໃຫ້​ຜິວ​ໜັງ​ໄດ້ຮັບ​ຄວາມ​ຊຸ່ມ​ຊື່ນ​ຢ່າງ​ພຽງ​ພໍ ແລ້ວ​ອາການ​ຜິວ​ລອກ​ເປັນ​ຜຸຍ​ຈະ​ລຸດ​ນ້ອຍ​ລົງ​ໄປ​ເລື່ອຍ​ໆ ຈົນ​ຫາຍ​ຂາດ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...