39 ບ້ານ​ ຂອງ​ເມືອງ​ຫາດ​ຊາຍ​ຟອງ ຈະ​ມີ​ນ້ຳ​ປະ​ປາ​ໃຊ້ຢ່າງ​ທົ່ວ​ເຖິງ ໃນ​ປີ 2016

20150122125828

ປະຊາຊົນ​ເມືອງ​ຫາດ​ຊາຍຟອງ ນະຄອນຫຼວງ​ວຽງ​ຈັນ (ນວ) ຈຳນວນ 39 ບ້ານ ຈະ​ມີ​ນ້ຳ​ປະປາຊົມໃຊ້​ຢ່າງ​ທົ່ວ​ເຖິງ ພາຍຫຼັງ​ທີ່ບໍລິສັດ ວຽງ​ຈັນ​ອໍ​ໂຕ​ເມ​ຊັນແອນໂຊ​ລູ​ຊັນເອັນ​ຈີ​ເນຍ​ຣິງ ຈຳກັດ (VASE) ໄດ້​ສຳ​ປະທານ​ໂຮງງານ​ຜະລິດ​ນ້ຳ​ປະປາ​ທ່າ​ເດື່ອ ດ້ວຍ​ອາຍຸ​ສຳ​ປະທານ 35 ປີ ໃນເບື້ອງ​ຕົ້ນ ໃນ​ມູນ​ຄ່າ 19 ລ້ານ​ໂດລາ​ສະຫະລັດ ຫຼື ປະມານ 152 ຕື້​ກີບ ເປັນ​ທຶນ​ເອກະ​ຊົນ 100%.

ພິທີ​ວາງ​ສີ​ລາ​ລຶກ​ສ້າງຕັ້ງໂຮງງານ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ວັນ​ທີ 22 ມັງກອນ 2015 ທີ່​ໂຮງງານນ້ຳ​ປະປາ​ທ່າ​ເດື່ອ ເມືອງ​ຫາດຊາຍ​ຟອງ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ ນວ ອຳນາດ​ການປົກຄອງ​ເມືອງ​ຫາດ​ຊາຍ​ຟອງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ.

ທ່ານ ແສງ​ລາຕີ ສະຫວັນ​ຄຳ ຜູ້ອຳນວຍການ VASE ໄດ້​ກ່າວວ່າ: ໂຮງງານ​ນ້ຳ​ປະປາທ່າ​ເດື່ອ ຈະ​ຂະຫຍາຍ​ກຳລັງ​ການ​ຜະລິດຈາກ 6 ພັນ​ແມັດ​ກ້ອນ​ຕໍ່​ວັນ ມາເປັນ 20 ພັນ​ແມັດ​ກ້ອນ​ຕໍ່​ວັນ ເພື່ອ​ຕອບ​ສະໜອງ​ໃຫ້​ກັບ​ຄວາມຕ້ອງການ​ຂອງ​ພໍ່​ແມ່​ປະຊາຊົນ ລວມ​ທັງ​ເຂດ​ເສດຖະກິດ​ພິເສດ ແລະ ເຂດ​ພື້ນ​ທີ່​ໃກ້​ຄຽງ ດ້ວຍສັນຍາ​ເບື້ອງ​ຕົ້ນ 35 ປີ ສາມາດຕໍ່​ສັນຍາ​ໄດ້​ອີກ 15 ປີ ຄາດ​ວ່າຈະ​ສ້າງ​ໃຫ້​ສຳເລັດພາຍ​ໃນ​ປີ 2016.

ທ່ານ ຄຳ​ເຜີຍ ວົງສາ​ຄຳ​ຜຸຍ ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດນ້ຳ​ປະປາ ນວ ໄດ້​ກ່າວ​ວ່າ: ໂຄງການ​ກໍ່ສ້າງ​ໂຮງງານ​ຜະລິດ​ນ້ຳປະປາ​ທີ່​ສະອາດ ​ຖືກຕ້ອງ​ຕາມມາດຕະຖານ​ການ​ຜະລິດ​ນ້ຳ​ປາປາ ແລະ ຂາຍໃຫ້​ທາງ​ລັດ​ວິສາ​ຫະ​ກິດ​ນ້ຳ​ປະປາ ນວ ແມ່ນນອນ​ໃນ​ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ​ຂອງ ນວ 5 ປີ ຄັ້ງ​ທີ 7 ໂດຍ​ສະເພາະແມ່ນ ​ການ​ສະໜອງ​ນ້ຳ​ປະປາ ຄາດໝາຍ​ໃນ​ປີ 2015 ໃຫ້​ກວມ​ເອົາ​ອັດຕາ​ສ່ວນ 80-85% ແລະ ຮອດ​ປີ 2020 ໃຫ້​ໄດ້ 90-95% ປັດຈຸບັນ ໂຮງງານ​ຜະລິດ​ນ້ຳ​ປະປາ ນວ ທັງໝົດ 4 ແຫ່ງ ເຖິງ​ວ່າການ​ຜະລິດ​ຈະ​ເຕັມ​ກຳລັງ ແຕ່​ກໍ່​ຍັງ​ບໍ່​ທັນສາມາດ​ຕອບ​ສະໜອງ​ຄວາມຕ້ອງການ​ຊົມໃຊ້​ຢ່າງ​ພຽງພໍ ເນື່ອງ​ຈາກ​ປະຊາກອນ​ເພີ່ມ​ຂຶ້ນ ຕົວ​ເມືອງ​ມີ​ການ​ຂະຫຍາຍຕົວ ແລະ ມີ​ການ​ພັດທະນາ​ຢ່າງ​ວ່ອງໄວ ຍ້ອນ​ທຶນ​ໃນ​ການ​ຂະຫຍາຍ ແລະ ປັບປຸງ​ຂອງ​ລັດ​ວິ​ສາ​ຫະ​ກິດນ້ຳ​ປະ​ປາ ນວ ຍັງ​ມີ​ຈຳກັດ ແລະ ບໍ່​ພຽງພໍ ຈຶ່ງ​ຈຳເປັນ​ໃຫ້ພາກສ່ວນ​ເອກະ​ຊົນ ​ເຂົ້າ​ມາ​ມີສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ເພື່ອລົງທຶນ ແລະ ເພີ່ມ​ກຳລັງ​ການຜະລິດ.

ໂຄງການ​ກໍ່ສ້າງ​ໂຮງງານຜະລິດ​ນ້ຳ​ປະປາ​ທ່າ​ເດື່ອ ຈະ​ຕ້ອງໃຫ້​ເປັນ​ໄປ​ຕາມ​ເຕັກນິກ ເຊັ່ນ: ໂຮງງານ​ຜະລິດ​ນ້ຳ​ປະປາ ສະ​ຖານີ​ສູບ​ນ້ຳ ລະບົບ​ຂະ​ບວນ​ການສ້າງ​ຕະ​ກອນ ການ​ຕົກ​ຕະ​ກອນ ລະບົບ​ການ​ຕອງ​ນ້ຳ ແລະ ອ່າງເກັບ​ນ້ຳ​ສະອາດ ສາມາດ​ເກັບ​ນ້ຳເພື່ອ​ແຮ​ໄວ້​ໃຫ້​ໄດ້​ຫຼາຍ​ກວ່າ 24 ຊົ່ວໂມງ ພ້ອມ​ຕິດ​ຕັ້ງ​ລະບົບ​ໂປ່ມສູບ​ສົ່ງ.

ຖ້າ​ຫາກ​ໂຄງການ​ດັ່ງກ່າວ ສຳເລັດ​ຈະ​ບໍ່​ພຽງ​ແຕ່​ສະໜອງ​ໃຫ້ກັບ 39 ບ້ານ​ເທົ່າ​ນັ້ນ ຈາກ​ທີ່​ມີທັງ​ໝົດ 60 ບ້ານ​ພາຍ​ໃນ​ເມືອງຫາດ​ຊາຍ​ຟອງ ແຕ່​ໃນ​ນັ້ນ​ຍັງລວມ​ເຖິງ​ເຂດ​ອຸດສາຫະກຳ​ເສດຖະ​ກິດ​ພິເສດ ເຂດ​ພັດທະນາ​ບໍ​ລິເວນ​ໃກ້​ຄຽງ​ເສັ້ນທາງ 450 ປີ ແລະ ການ​ເຊື່ອມ​ຕໍ່​ລະບົບ​ນ້ຳປະປາ​ທີ່​ມີ​ຢູ່​ແລ້ວ​ ໃຫ້​ມີ​ພຽງພໍ​ໃນການ​ບໍລິການ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່