Homeສຸຂະພາບ ແລະ ສີ່ງແວດລ້ອມຢູ່ລາວ ມີ​ຄົນ​ເສຍ​ຊີວິດ​ສະ​ເລ່ຍ 13 ຄົນ​ຕໍ່ມື້ ​ຍ້ອນ​ຢາສູບ!

ຢູ່ລາວ ມີ​ຄົນ​ເສຍ​ຊີວິດ​ສະ​ເລ່ຍ 13 ຄົນ​ຕໍ່ມື້ ​ຍ້ອນ​ຢາສູບ!

Published on

smoking

ອົງການ​ອະນາ​ໄມ​ໂລກ​ໃຫ້​ຮູ້​ວ່າ:​ແຕ່​ລະ​ມື້ມີຄົນ​ທົ່ວ​ໂລກ​ເສຍ​ຊີວິດ​ປະມານ 6 ລ້ານ​ຄົນ​ຍ້ອນ​ຢາສູບ, ໃນ​ນັ້ນມີ 6 ແສນ​ຄົນທີ່​ບໍ່​ແມ່ນ​ຜູ້​ສູບຢາ​ແຕ່​ຍ້ອນ​ຫາຍ​ໃຈ​ເອົາ​ຄັວນຢາສູບ ຫຼື ຜູ້​ສູບຢາ​ມື​ສອງ.ສຳລັບ ສປປ ລາວ ມີ​ຄົນ​ເສຍ​ຊີວິດ​ຍ້ອນ​ພະຍາດ​ທີ່​ເກີດ​ຈາກ​ການ​ບໍລິ​ໂພ​ກ​​ຢາສູບເຖິງປີລະ 4.807 ຄົນ ຫລືສະເລ່ຍມື້ລະ 13 ຄົນ, ສະນັ້ນ, ຖ້າບໍ່ມີມາດຕະການທີ່ມີປະສິດທິພາບໃນການຄວບ ຄຸມຢາສູບຈະ​ເຮັດ​ໃຫ້​ອັດຕາ​ການ​ຕາຍ​ຍ້ອນ​ຢາສູບ​ເພີ່ມ​ຂຶ້ນ​ສອງ​ເທົ່າ​ພາຍ​ໃນ​ປີ 2020.

ກອງ​ເລຂາ​ກຳມະການ​ແຫ່ງ​ຊາດເພື່ອ​ການ​ຄວບ​ຄຸມ​ຢາສູບກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: ຜົນ​ການ​ສຳຫຼວດລະດັບ​ຊາດ​ກ່ຽວ ກັບ​ການ​ສູບຢາ​ໃນ​ປີ 2012 ພົບ​ວ່າຄົນ​ລາວ​ສູບຢາ​ປະມານໜຶ່ງລ້ານ​ກ່ວາ​ຄົນ,ສະ​ເພາະ​ຜູ້​ຊາຍ​ເພີ່ມ​ຂຶ້ນ​ຈາກ 9% ​ໃນ​ປີ 2007 ເປັນ 14,3% ໃນ​ປີ 2011 ​ແລະ ​ແມ່ຍິງ ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ​ຈາກ 0,7 % ​ໃນ​ປີ 2003 ເປັນ 1,1% ຍ້ອນ​ຄວາ​ມອັນຕະລາຍ​ດັ່ງກ່າວ ສ ປປ ລາວ ຈຶ່ງ​ໄດ້​ເອົາ​ໃຈ​ໃສ່ ຈັດຕັ້ງປະຕິບັດສົນທິສັນຍາ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ພາຍຫຼັງທີ່ ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ເປັນ​ພາຄີ​ໃນ​ສົນທິສັນຍາ​ດັ່ງ ກ່າວ ​ແຕ່​ປີ 2006 ແລະ ຖື​ເອົາ​

ວຽກງານ​ຄວບ​ຄຸມ​ຢາສູບ​ເປັນວຽກບຸລິມະສິດ​ໃນ​ແຜນ​ງານ​ການ​ສົ່ງ​ເສີມ​ສຸຂະ​ພາບ. ໃນ​ປີ 2015 ກະຊວງ​ສາທາລະນະ​ສຸກ​ໄດ້​ປັບປຸງ​ດຳລັດ​ວ່າ​ດ້ວຍ​ການ​ຈັດຕັ້ງປະຕິບັດ​ກົດໝາຍວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ໂດຍ​ເລັ່ງ​ໃສ່ ການ​ຕ້ານ​ຕໍ່​ເລ່ກົນ​ຂອງ​ບໍ ລິສັດ​ຢາສູບ​​ເພື່ອປົກ​ປ້ອງ​ຜົນ​ປະ​ໂຫຍ​ດດ້ານ​ສຸຂະພາບ​ຂອງ​ປະຊາຊົນການ​ຕິດ​ສະຫຼາກ, ການ​ຫຸ້ມຫໍ່ ແລະ ພິມ​ຄຳ​ເຕືອນ​ສຸຂະພາບ​ໃສ່​ຜະ​ລິດ​ຕະພັນ​ຢາສູບ ​ແລະ ຫ້າມ​ໂຄສະນາ, ສົ່ງ​ເສີມ​ການ​ຂາຍ ​ແລະ ອຸປະຖຳ​ໂດຍ​ບໍລິສັດ​ຢາສູບ,​ເຊິ່ງ ສປປ ລາວ ​ໄດ້​ພິມ​ຄຳ​ເຕືອນ​ສຸຂະ ພາບ​ຈາກ​ຂໍ້ຄວາມ​ມາ​ເປັນ​ຮູບ​ພາບ​ສີ​ຂະໜາດ 65% ​ໃສ່​ຊອງຢາ​ສູບ. ໂດຍ​ມີ 7 ປະ​ເທ​ດ​ໃນ​ອາຊຽນສາມາດ​ປະຕິບັດ​ໄດ້ແລ້ວ ​ແລະ ຍັງ 3 ປະ​ເທດ​ຄື: ລາວ, ກຳປູ​ເຈຍ ​ແລະ ມຽນມາ ທີ່​ພວມ​ຈັດຕັ້ງປະ​ຕິ​ບັດ​ໃນ​ການ​ພິມ​ຄຳ​ເຕືອນ​ເປັນ​ແບບ​ຮູບ​ພາບ. ໃນ​ນັ້ນ​ໄດ້​ກຳນົດ​ໃຫ້​ພິມ​ສານ​ເຄມີ​ທີ່​ເປັນ​ອັນຕະລາຍຕໍ່ສຸຂະພາບ​ໃນ​ຊອງຢາ​ສູບ, ການ​ຫ້າມ​ສູບຢາ​ພາຍ​ໃນ​ອາຄານ, ສະຖານ​ທີ່​ສາທາລະນະ, ການ​ຫ້າມ​ໂຄສະນາ​ສົ່ງ​ເສີມ​ການ​ຂາຍ ​ແລະ ອຸປະຖຳ​ຈາກ​ບໍລິສັດ​ຢາສູບ​ໃນ​ທຸກຮູບ​ແບບ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...