Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂັບລົດໄວ! ຕຳເສົາໄຟຟ້າ ເສຍຊີວິດຄາທີ່ ຢູ່ເມືອງສັງທອງ!

ຂັບລົດໄວ! ຕຳເສົາໄຟຟ້າ ເສຍຊີວິດຄາທີ່ ຢູ່ເມືອງສັງທອງ!

Published on

accident

ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 25 ມັງກອນນີ້, ຢູ່ເຂດບ້ານນາສຳພັນ ເມືອງສັງ ທອງ ນະຄອນຫລວງວຽງຈັນ, ໄດ້ເກີດເຫດລົດຈັກໝາຍເລກທະບຽນ ຈຍ 4132 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ພູທອນ ສົມ ມີໄຊ ແລ່ນມາແຕ່ນະຄອນຫລວງວຽງຈັນມຸ້ງໜ້າ ໄປເມືອງສັງ ທອງ ເມື່ອໄປຮອດຈຸດເກີດເຫດຜູ້ກ່ຽວແມ່ນຂັບລົດດ້ວຍຄວາມ ໄວ ແລະ ບໍ່ສາ ມາດຄວບຄຸມລົດໄວ້ໄດ້ ຈຶ່ງໄດ້ເຈີດໄປຕຳເສົາໄຟຟ້າດ້ວຍຄວາມແຮງເສຍຊີວິດຄາທີ່.

ເຈົ້າໜ້າທີ່ ໃຫ້ຮູ້ຕື່ມອີກວ່າ: ໃນຕອນດຶກຂອງວັນທີ 23 ມັງກອນຜ່ານມາ, ຢູ່ເຂດບ້ານສົມຫວັງ (ຫລັກ 8) ຖະໜົນທ່າເດື່ອ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ໄດ້ເກີດເຫດລົດໃຫຍ່ໝາຍ ເລກທະບຽນ ຂນ 9888 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ຈອນສົມ ອາຍຸ 54 ປີ, ຢູ່ບ້ານຈອມເພັດ, ເມືອງສີສັດ ຕະນາກ, ຂັບຂີ່ມາແຕ່ທາງໜອງໄຮ ມຸ້ງໜ້າໄປທາງຄ້າຍຈີ່ນາຍໂມ້ ພໍມາຮອດຈຸດເກີດເຫດໄດ້ໄປຕຳ ເອົາທ້າຍລົດຈັກ ໝາຍເລກທະບຽນ ຍນ 9166 ກຳແພງນະຄອນ ຂັບຂີ່ໂດຍນາງ ພົມມາ ສຸກກະ ເສີມ ອາຍຸ 25 ປີ, ອາຊີບກຳມະກອນ, ພັກເຊົາຢູ່ບ້ານນາໄຫ,

ເມືອງຫາດຊາຍຟອງ ທີ່ຂັບຂີ່ລົດມາໃນທິດທາງ ດຽວກັນ ແລ້ວແກ່ ລາກໄປປະມານ 19 ແມັດ ເຮັດໃຫ້ຜູ້ຂັບລົດຈັກ ເສຍຊີ ວິດໃນທີ່ສຸດ. ໃນຕອນທ່ຽງຄືນ ຂອງວັນທີ 24 ມັງກອນນີ້, ຢູ່ 4 ແຍກໄຟ ແດງທາດຝຸ່ນ, ເຂດບ້ານຝາຍ, ເມືອງສີສັດຕະນາກ ໄດ້ເກີດເຫດ ລົດໃຫຍ່ ໝາຍເລກທະບຽນ ນດ 8883 ກຳແພງນະຄອນຂັບຂີ່ ໂດຍທ້າວ ວຽງວິໄລ ອາຍຸ 42 ປີ, ອາຊີບ ຄ້າຂາຍ, ຢູ່ບ້ານໂສກປາຫລວງ, ເມືອງສີສັດຕະນາກ ທີ່ຂັບຂີ່ມາແຕ່ຕະຫລາດເຊົ້າເພື່ອ ມຸ້ງໜ້າໄປທາງ ວັດນາໄຊ ເມື່ອມາ ຮອດຈຸດເກີດເຫດ ໄດ້ຕຳເອົາລົດຈັກ ໝາຍເລກທະບຽນ ດຄ 3869 ກຳແພງນະຄອນ ຂັບຂີ່ ໂດຍທ້າວ ນ້ອຍ ອາຍຸ 21 ປີ, ນັກສຶກສາ ຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ທີ່ແລ່ນມາແຕ່ 4 ແຍກ ໄຟແດງໄອໂມບາຍມຸ້ງໜ້າ ໄປທາງດົງປ່າລານ ຢ່າງຮຸນແຮງ ສົ່ງຜົນໃຫ້ນາງ ໄມ ອາຍຸ 27 ປີ, ນັກສຶກສາ ພັກເຊົາຢູ່ບ້ານເກົ້າຍອດ ເມືອງສີສັດຕະນາກຜູ້ຊ້ອນ ທ້າຍເສຍຊີວິດຄາທີ່.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...