spot_img
Homeຂ່າວການພັດທະນາ39 ບ້ານ​ ຂອງ​ເມືອງ​ຫາດ​ຊາຍ​ຟອງ ຈະ​ມີ​ນ້ຳ​ປະ​ປາ​ໃຊ້ຢ່າງ​ທົ່ວ​ເຖິງ ໃນ​ປີ 2016

39 ບ້ານ​ ຂອງ​ເມືອງ​ຫາດ​ຊາຍ​ຟອງ ຈະ​ມີ​ນ້ຳ​ປະ​ປາ​ໃຊ້ຢ່າງ​ທົ່ວ​ເຖິງ ໃນ​ປີ 2016

Published on

20150122125828

ປະຊາຊົນ​ເມືອງ​ຫາດ​ຊາຍຟອງ ນະຄອນຫຼວງ​ວຽງ​ຈັນ (ນວ) ຈຳນວນ 39 ບ້ານ ຈະ​ມີ​ນ້ຳ​ປະປາຊົມໃຊ້​ຢ່າງ​ທົ່ວ​ເຖິງ ພາຍຫຼັງ​ທີ່ບໍລິສັດ ວຽງ​ຈັນ​ອໍ​ໂຕ​ເມ​ຊັນແອນໂຊ​ລູ​ຊັນເອັນ​ຈີ​ເນຍ​ຣິງ ຈຳກັດ (VASE) ໄດ້​ສຳ​ປະທານ​ໂຮງງານ​ຜະລິດ​ນ້ຳ​ປະປາ​ທ່າ​ເດື່ອ ດ້ວຍ​ອາຍຸ​ສຳ​ປະທານ 35 ປີ ໃນເບື້ອງ​ຕົ້ນ ໃນ​ມູນ​ຄ່າ 19 ລ້ານ​ໂດລາ​ສະຫະລັດ ຫຼື ປະມານ 152 ຕື້​ກີບ ເປັນ​ທຶນ​ເອກະ​ຊົນ 100%.

ພິທີ​ວາງ​ສີ​ລາ​ລຶກ​ສ້າງຕັ້ງໂຮງງານ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ວັນ​ທີ 22 ມັງກອນ 2015 ທີ່​ໂຮງງານນ້ຳ​ປະປາ​ທ່າ​ເດື່ອ ເມືອງ​ຫາດຊາຍ​ຟອງ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ ນວ ອຳນາດ​ການປົກຄອງ​ເມືອງ​ຫາດ​ຊາຍ​ຟອງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ.

ທ່ານ ແສງ​ລາຕີ ສະຫວັນ​ຄຳ ຜູ້ອຳນວຍການ VASE ໄດ້​ກ່າວວ່າ: ໂຮງງານ​ນ້ຳ​ປະປາທ່າ​ເດື່ອ ຈະ​ຂະຫຍາຍ​ກຳລັງ​ການ​ຜະລິດຈາກ 6 ພັນ​ແມັດ​ກ້ອນ​ຕໍ່​ວັນ ມາເປັນ 20 ພັນ​ແມັດ​ກ້ອນ​ຕໍ່​ວັນ ເພື່ອ​ຕອບ​ສະໜອງ​ໃຫ້​ກັບ​ຄວາມຕ້ອງການ​ຂອງ​ພໍ່​ແມ່​ປະຊາຊົນ ລວມ​ທັງ​ເຂດ​ເສດຖະກິດ​ພິເສດ ແລະ ເຂດ​ພື້ນ​ທີ່​ໃກ້​ຄຽງ ດ້ວຍສັນຍາ​ເບື້ອງ​ຕົ້ນ 35 ປີ ສາມາດຕໍ່​ສັນຍາ​ໄດ້​ອີກ 15 ປີ ຄາດ​ວ່າຈະ​ສ້າງ​ໃຫ້​ສຳເລັດພາຍ​ໃນ​ປີ 2016.

ທ່ານ ຄຳ​ເຜີຍ ວົງສາ​ຄຳ​ຜຸຍ ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດນ້ຳ​ປະປາ ນວ ໄດ້​ກ່າວ​ວ່າ: ໂຄງການ​ກໍ່ສ້າງ​ໂຮງງານ​ຜະລິດ​ນ້ຳປະປາ​ທີ່​ສະອາດ ​ຖືກຕ້ອງ​ຕາມມາດຕະຖານ​ການ​ຜະລິດ​ນ້ຳ​ປາປາ ແລະ ຂາຍໃຫ້​ທາງ​ລັດ​ວິສາ​ຫະ​ກິດ​ນ້ຳ​ປະປາ ນວ ແມ່ນນອນ​ໃນ​ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ​ຂອງ ນວ 5 ປີ ຄັ້ງ​ທີ 7 ໂດຍ​ສະເພາະແມ່ນ ​ການ​ສະໜອງ​ນ້ຳ​ປະປາ ຄາດໝາຍ​ໃນ​ປີ 2015 ໃຫ້​ກວມ​ເອົາ​ອັດຕາ​ສ່ວນ 80-85% ແລະ ຮອດ​ປີ 2020 ໃຫ້​ໄດ້ 90-95% ປັດຈຸບັນ ໂຮງງານ​ຜະລິດ​ນ້ຳ​ປະປາ ນວ ທັງໝົດ 4 ແຫ່ງ ເຖິງ​ວ່າການ​ຜະລິດ​ຈະ​ເຕັມ​ກຳລັງ ແຕ່​ກໍ່​ຍັງ​ບໍ່​ທັນສາມາດ​ຕອບ​ສະໜອງ​ຄວາມຕ້ອງການ​ຊົມໃຊ້​ຢ່າງ​ພຽງພໍ ເນື່ອງ​ຈາກ​ປະຊາກອນ​ເພີ່ມ​ຂຶ້ນ ຕົວ​ເມືອງ​ມີ​ການ​ຂະຫຍາຍຕົວ ແລະ ມີ​ການ​ພັດທະນາ​ຢ່າງ​ວ່ອງໄວ ຍ້ອນ​ທຶນ​ໃນ​ການ​ຂະຫຍາຍ ແລະ ປັບປຸງ​ຂອງ​ລັດ​ວິ​ສາ​ຫະ​ກິດນ້ຳ​ປະ​ປາ ນວ ຍັງ​ມີ​ຈຳກັດ ແລະ ບໍ່​ພຽງພໍ ຈຶ່ງ​ຈຳເປັນ​ໃຫ້ພາກສ່ວນ​ເອກະ​ຊົນ ​ເຂົ້າ​ມາ​ມີສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ເພື່ອລົງທຶນ ແລະ ເພີ່ມ​ກຳລັງ​ການຜະລິດ.

ໂຄງການ​ກໍ່ສ້າງ​ໂຮງງານຜະລິດ​ນ້ຳ​ປະປາ​ທ່າ​ເດື່ອ ຈະ​ຕ້ອງໃຫ້​ເປັນ​ໄປ​ຕາມ​ເຕັກນິກ ເຊັ່ນ: ໂຮງງານ​ຜະລິດ​ນ້ຳ​ປະປາ ສະ​ຖານີ​ສູບ​ນ້ຳ ລະບົບ​ຂະ​ບວນ​ການສ້າງ​ຕະ​ກອນ ການ​ຕົກ​ຕະ​ກອນ ລະບົບ​ການ​ຕອງ​ນ້ຳ ແລະ ອ່າງເກັບ​ນ້ຳ​ສະອາດ ສາມາດ​ເກັບ​ນ້ຳເພື່ອ​ແຮ​ໄວ້​ໃຫ້​ໄດ້​ຫຼາຍ​ກວ່າ 24 ຊົ່ວໂມງ ພ້ອມ​ຕິດ​ຕັ້ງ​ລະບົບ​ໂປ່ມສູບ​ສົ່ງ.

ຖ້າ​ຫາກ​ໂຄງການ​ດັ່ງກ່າວ ສຳເລັດ​ຈະ​ບໍ່​ພຽງ​ແຕ່​ສະໜອງ​ໃຫ້ກັບ 39 ບ້ານ​ເທົ່າ​ນັ້ນ ຈາກ​ທີ່​ມີທັງ​ໝົດ 60 ບ້ານ​ພາຍ​ໃນ​ເມືອງຫາດ​ຊາຍ​ຟອງ ແຕ່​ໃນ​ນັ້ນ​ຍັງລວມ​ເຖິງ​ເຂດ​ອຸດສາຫະກຳ​ເສດຖະ​ກິດ​ພິເສດ ເຂດ​ພັດທະນາ​ບໍ​ລິເວນ​ໃກ້​ຄຽງ​ເສັ້ນທາງ 450 ປີ ແລະ ການ​ເຊື່ອມ​ຕໍ່​ລະບົບ​ນ້ຳປະປາ​ທີ່​ມີ​ຢູ່​ແລ້ວ​ ໃຫ້​ມີ​ພຽງພໍ​ໃນການ​ບໍລິການ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...